spot_img
Homeຂ່າວທ້ອງຖິ່ນຈຳປາສັກຈະບໍ່ໃຫ້ນັກຮຽນ-ນັກສຶກສາ ນຸ່ງເຄື່ອງແບບເຂົ້າຮ້ານບັນເທິງເດັດຂາດ

ຈຳປາສັກຈະບໍ່ໃຫ້ນັກຮຽນ-ນັກສຶກສາ ນຸ່ງເຄື່ອງແບບເຂົ້າຮ້ານບັນເທິງເດັດຂາດ

Published on

ບັນຫາການບໍ່ປະຕິບັດລະບຽບຂອງຮ້ານກິນດື່ມບັນເທີງເປັນຕົ້ນ: ເປີດຮ້ານກາຍເວລາທີ່ທາງການກໍານົດ, ການອະນຸຍາດໃຫ້ຜູ້ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ, ການໃຊ້ສຽງດັງເກີນຂອບເຂດ… ໄດ້ເປັນປາກົດການຫຍໍ້ທໍ້ໜຶ່ງທີ່ສັງຄົມຢາກໃຫ້ມີການແກ້ໄຂ. ຫຼ້າສຸດເຈົ້າໜ້າທີ່ຕໍາຫຼວດໄດ້ອອກມາກ່າວວ່າ: ໃນສົກປີ 2016-2017ນີ້ຈະໄດ້ຕິດຕາມກວດກາຄຸ້ມຄອງທຸລະກິດກິນດື່ມບັນເທີງ, ຄາຣາໂອເກະ ແລະ ຮ້ານອາຫານຢ່າງເປັນເຈົ້າການ; ຈະສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມຄອງບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມບັນເທີງຢ່າງເດັດຂາດ. 
ຕໍ່ບັນຫານີ້, ທ່ານ ສີວອນ ວັງກອນວິໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ(ຖວທ)ໃຫ້ສໍາພາດວ່າ: ໃນໄລຍະຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວກວດກາຄຸ້ມຄອງບັນດາຫົວໜ່ວຍທຸລະກິດຮ້ານກິນດື່ມບັນເທີງຄາຣາໂອເກະ ແລະ ຮ້ານອາຫານໃຫ້ມີການເຄື່ອນໄຫວຕາມລະບຽບການທີ່ກໍານົດໄວ້ຄື: ການບໍລິການຂອງຮ້ານຕ້ອງປະຕິບັດໂມງເວລາຮອດ 23:30 ໂມງຕ້ອງໄດ້ປິດການບໍລິການທຸກຢ່າງ, ຫ້າມຜູ້ທີ່ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ ແລະ ເຮັດການບໍລິການຢູ່ໃນສະຖານທີ່. ການນຸ່ງຖືໃນແຕ່ລະຮ້ານແມ່ນໃຫ້ສຸພາບມີລັກສະນະຊາດ. ການຮ້ອງການລໍາແມ່ນຕ້ອງປະຕິບັດຕາມລະບຽບ,ໂດຍອະນຸຍາດໃຫ້ຮ້ອງເພງຕ່າງປະເທດ 30% ນອກນັ້ນແມ່ນເພງ-ລໍາລາວ. ໃນປັດຈຸບັນຮ້ານກິນດື່ມບັນເທີງທີ່ຢູ່ໃນຄວາມຮັບຜິດຊອບຂອງແຂວງມີຈໍານວນ 9 ຮ້ານ, ນອກນັ້ນແມ່ນໄດ້ມອບໃຫ້ບັນດາເມືອງຮັບຜິດຊອບ ແລະ ຂໍໃຫ້ຜູ້ປະກອບການດ້ານທຸລະກິດດັ່ງກ່າວຈົ່ງໄດ້ເປັນເຈົ້າການໃນການປະຕິບັດລະບຽບການທີ່ກໍານົດອອກຢ່າງເຂັ້ມງວດ.

ສໍາລັບປະຊາຊົນຢູ່ໃກ້ກັບຮ້ານກິນດື່ມບັນເທີງໃນເທດສະບານເມືອງປາກເຊທ່ານໜຶ່ງກ່າວວ່າ: ຖ້າຫາກຮ້ານກິນດື່ມບັນເທີງປິດການບໍລິການຖືກຕ້ອງຕາມເວລາທີ່ທາງການກໍານົດໄວ້ກໍ່ຈະເປັນການດີເພື່ອຫຼີກເວັ້ນສຽງເນືອງນັນລົບກວນໃນເວລານອນ.ຜ່ານມາສັງເກດເຫັນວ່າເວລາປະມານ 1-2 ໂມງນັກທ່ອງທ່ຽວສ່ວນໃຫຍ່ທີ່ເປັນໄວລຸ້ນ ຍັງໃຊ້ສຽງເວົ້າດັງ, ທັງຂັບຂີ່ລົດໄວ. ຕໍ່ບັນຫາດັ່ງກ່າວຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຊ່ວຍແກ້ໄຂເພື່ອຄວາມເປັນລະບຽບຂອງສັງຄົມ.


ທ່ານ ພັນໂທ ຄໍາສິງ ພົນສະຫວັດ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຫົວໜ້າຊີ້ນໍາແກ້ໄຂປາກົດການຫຍໍ້ທໍ້ຂັ້ນແຂວງກ່າວວ່າ: ໃນການເຄື່ອນໄຫວກວດກາຮ້ານກິນດື່ມບັນເທີງຂອງເຈົ້າໜ້າທີ່ເຫັນວ່າຍັງມີບາງຫົວໜ່ວຍທຸລະກິດຖືເບົາຕໍ່ລະບຽບການທີ່ກໍານົດໄວ້ເຊັ່ນ: ປິດຮ້ານເກີນເວລາທີ່ກໍານົດ, ເປີດສຽງເພງແຮງລົບກວນຜູ້ທີ່ຢູ່ໃກ້ຄຽງ, ຜູ້ມີອາຍຸຕໍ່າກ່ວາ 18 ປີຍັງເຂົ້າມາໃຊ້ບໍລິການໃນຮ້ານກິນດື່ມບັນເທີງຂອງຕົນ. ຕໍ່ກັບບັນຫາດັ່ງກ່າວ, ທາງເຈົ້າໜ້າທີ່ກໍ່ໄດ້ມີການສຶກສາອົບຮົມກ່າວເຕືອນເຈົ້າຂອງກິດຈະການໃຫ້ປະຕິບັດຕາມລະບຽບການຢ່າງຖືກຕ້ອງ ຫຼື ຖ້າຫາກຝ່າຝືນກໍ່ຈະມີການປັບໃໝ ແລະ ປິດກິດຈະການ.

ໃນຕົ້ນເດືອນສິງຫາ 2016 ເຈົ້າໜ້າທີ່ໄດ້ລົງກວດກາຮ້ານກິນດື່ມຢູ່ຕາມຈຸດຕ່າງໆເປັນຕົ້ນ: ກຸ່ມບ້ານທີ V ຂອງເມືອງປາກເຊມີຮ້ານກິນດື່ມຕັ້ງລຽບຕາມເສັ້ນທາງ 13 ໃຕ້ໃກ້ກັບວິທະຍາໄລເຕັກນິກວິຊາຊີບມີຮ້ານກິນດື່ມບັນເທີງ 11 ຮ້ານໃນຈຸດນີ້ເຫັນວ່າມີຄວາມສັບສົນ, ໂດຍສະເພາະແມ່ນຊາວໜຸ່ມໄວໜຸ່ມມາໃຊ້ບໍລິການທັງເວັນ ແລະ ຄືນເປັນຈໍານວນຫຼາຍ. ບາງຄັ້ງກໍ່ມີການອາລະວາດຕີກັນພາໃຫ້ມີຄວາມສ່ຽງກ່ຽວກັບບັນຫາອື່ນໆຈະເປັນໄພຕາມມາ. ໃນຈຸດນີ້ເດັ່ນກ່ວາໝູ່ແມ່ນຮ້ານ ນາໂນ ເປັນບ່ອນນິຍົມຂອງຊາວໜຸ່ມ. ໂດຍສະເພາະວັນເສົາ-ອາທິດແມ່ນຈະມີລູກຄ້າຫຼາຍເຂົ້າມາຮ້ອງເພງຄາຣາໂອເກະ,ດື່ມເບຍມ່ວນຊື່ນອື່ນໆ.ໃນນີ້ຜ່ານການກວດກາຕົວຈິງພົບເຫັນຜູ້ມີອາຍຸຕໍ່າກ່ວາ 18 ປີເຂົ້າມາໃຊ້ບໍລິການ. ສ່ວນຢູ່ບ້ານຫຼັກ 11 ເມືອງບາຈຽງຈະເລີນສຸກ ມີຮ້ານກິນດື່ມທັງໝົດ 19 ຮ້ານ. ກວດກາພົບເຫັນຍິງສາວເປັນຄົນຕ່າງແຂວງເຂົ້າມາເຮັດວຽກບໍລິການເປັນຈໍານວນຫຼາຍເຊິ່ງເຈົ້າໜ້າທີ່ກໍ່ໄດ້ມີການສອບຖາມກ່ຽວກັບປະຫວັດຂອງຜູ້ມາເຄື່ອນໄຫວ, ພ້ອມທັງອອກໜັງສືອະນຸຍາດພັກເຊົາຕາມລະບຽບການ.

ທ່ານ ພັນໂທ ຄໍາສິງ ພົນສະຫວັດ ກ່າວຕື່ມວ່າ: ໃນສົກປີ 2016-2017 ນີ້ເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ຕິດຕາມກວດກາຄຸ້ມຄອງທຸລະກິດກິນດື່ມບັນເທີງ, ຄາຣາໂອເກະ ແລະ ຮ້ານອາຫານຢ່າງເປັນເຈົ້າການ. ຕັ້ງໜ້າໃນການສຶກສາອົບຮົມ, ນໍາເອົາລະບຽບກົດໝາຍມາເຜີຍແຜ່ໃຫ້ຜູ້ປະກອບການຮັບຮູ້ນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນເພື່ອຫຼີກເວັ້ນບໍ່ໃຫ້ສັງຄົມມີຜົນກະທົບ. ສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມຄ້ອງບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມບັນເທີງຢ່າງເດັດຂາດ.

 ຂ່າວ-ພາບ:ຈັນທະວີສັກ/ຈຳປາໃໝ່

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...