spot_img
Homeຂ່າວການສຶກສາໄມໂຄຣຊັອບ ບໍລິສັດຍັກໃຫຍ່ລະດັບໂລກໃຫ້ທຶນນັກສຶກສາລາວ

ໄມໂຄຣຊັອບ ບໍລິສັດຍັກໃຫຍ່ລະດັບໂລກໃຫ້ທຶນນັກສຶກສາລາວ

Published on

ບໍລິສັດ ໄມໂຄຣຊັອບ ປະຈຳຂົງເຂດອາຊີປາຊີຟິກໃຫ້ທຶນນັກສຶກສາລາວໃນການຊ່ວຍເຫຼືອການຝຶກອົບຮົມພັດທະນາທັກສະ ໂດຍຈະນຳໃຊ້ເຕັກໂນໂລຊີທັນສະໄໝຫຼ້າສຸດຂອງໄມໂຄຣຊັອບ

ຊຶ່ງການຊ່ວຍເຫຼືອດັ່ງກ່າວແມ່ນໃນໂອກາດທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດອາເມລິກາເດີນທາງຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະລາວໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.

ພິທີເຊັນສັນຍາຊ່ວຍເຫຼືອດັ່ງກ່າວມີ ຂຶ້ນໃນວັນທີ 5 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ຮັບກຽດເຊັນລະຫວ່າງ, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ແລະໂທລະຄົມມະນາຄົມ, ທ່ານ ແດນຽວ ເອ ຄລູນ ເອກອັກຄະລັດທະທູດອາເມລິກາປະຈຳລາວ ທ່ານ Michele Simmonsz ຜູ້ຈັດການທົ່ວໄປສຳລັບຕະຫຼາດໃໝ່ບໍລິສັດໄມໂຄຣຊັອບປະຈຳຂົງເຂດອາຊີປາຊີຟິກພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຮ່ວມມືຄັ້ງນີ້ຈະຊ່ວຍເຫຼືອນັກສຶກສາ ແລະຜູ້ປະກອບການຂອງລາວສາມາດເຂົ້າເຖິງບັນດາຫຼັກສູດການຝຶກ ອົບຮົມໂດຍນຳໃຊ້ເຕັກໂນໂລຊີລາວຫຼ້າສຸດຂອງໄມໂຄຣຊັອບ cloud technology ໃນຫົວຂໍ້ແຕກຕ່າງໆເຊັ່ນ: ເຕັກໂນໂລຊີ, ວິສະວະກຳ, ບັນຊີ ແລະພາສາອັງກິດ ຊຶ່ງການຝຶກອົບຮົມຂອງໄມໂຄຣຊັອບແມ່ນສະໜອງໃຫ້ທຶນຄ່າໃຊຈ່າຍໃຫ້ໄວໜຸ່ມລາວຜູ້ຕ້ອງການສ້າງທັກສະ ແລະຄວາມຮູ້ທີ່ຈຳເປັນເພື່ອສາມາດແຂ່ງຂັນໃນປະຊາຄົມອາຊຽນທີ່ມີການເຊື່ອມໂຍງເພີ່ມຂຶ້ນ.

ແນວໃດກໍດີພາຍໃນ 2 ປີຜ່ານມາ ໄດ້ມີໄວໜຸ່ມຫຼາຍກວ່າ 26 ລ້ານຄົນທີ່ເຂົ້າຮ່ວມຫຼັກສູດທີ່ຄ້າຍຄືກັນ ຊຶ່ງນອນໃນ 18 ປະເທດທົ່ວໂລກ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...