spot_img
Homeຂ່າວພາຍ​ໃນແຈ້ງຂ່າວ ປ່ຽນເຈົ້າພາບ ຈັດການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ 2017 ຮອບສຸດທ້າຍ

ແຈ້ງຂ່າວ ປ່ຽນເຈົ້າພາບ ຈັດການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ 2017 ຮອບສຸດທ້າຍ

Published on

ແຟນກິລາຫຼາຍຄົນ ໂດຍສະເພາະແມ່ນ ແຟນກິລາບານເຕະ ຄົງໄດ້ຕິດຕາມ ແລະ ຮັບຮູ້ຂ່າວສານກ່ຽວກັບ ການແຂ່ງຂັນບານເຕະຍິງ ຊິງແຊ້ມອາຊີ 2017 ຮອບຄັດເລືອກ ໂດຍກ່ອນໜ້ານີ້ ຄະນະບໍລິຫານງານ ບານເຕະຍິງອາຊີ ໄດ້ຕົກລົງວ່າຈະຈັດ ການແຂ່ງຂັນບານເຕະຍິງ ຊິງແຊ້ມອາຊີ 2017 ຮອບສຸດທ້າຍ ຢູ່ທີ່ ປະເທດຈີນ ໃນທ້າຍປີ 2017 ແຕ່ໃນທ້າຍອາທິດແລ້ວນີ້ ໄດ້ມີການຈັດກອງປະຊຸມ ຕົກລົງກັນຄືນໃໝ່ ກ່ຽວກັບບັນຫາດັ່ງກ່າວ.

ໃນວັນທີ 04 ກັນຍາ 2016 ຄະນະບໍລິຫານງານ ບານເຕະຍິງອາຊີ ໄດ້ມີການປະຊຸມຄົບຄະນະ ທີ່ຊົນບູຣີ ປະເທດໄທ ໂດຍມີທ່ານ ນາງ ໂມຢາ ດ໋ອດ ຈາກ ອອສເຕຣເລຍ ຫົວໜ້າຄະນະບໍຫານງານ ບານເຕະຍິງອາຊີ ທັງເປັນ ຮອງປະທານ ສະຫະພັນບານເຕະ ແຫ່ງຊາດອາຊີ ເປັນປະທານກອງປະຊຸມ ພ້ອມຄະນະ ໂດຍເນື້ອໃນຫລັກ ຂອງກອງປະຊຸມ ແມ່ນການລົງມະຕິເຫັນດີ ຮັບຮອງເອົາບັນດາປະເທດ ທີ່ຈະເປັນເຈົ້າພາບຈັດ ການແຂ່ງຂັນກິລາ ບານເຕະຍິງ ຮອບສຸດທ້າຍ ຂອງສະຫະພັນບານເຕະ ແຫ່ງຊາດອາຊີ ຫລື AFC ດັ່ງນີ້:
1. ການແຂ່ງຂັນ ຊີງແຊ້ມບານເຕະຍິງ ອາຊີ ລຸ້ນອາຍຸບໍ່ເກີນ16ປີ 2017 (AFC U-16 Women’s Championship 2017 finals) ໄດ້ຮັບຮອງເອົາ ປະເທດໄທ ເປັນເຈົ້າພາບ ເຊິ່ງຈະຈັດຢູ່ທີ່ ເມືອງຫຼວງບາງກອກ.
ນອກນັ້ນຍັງມີອີກ 2 ລາຍການ ດັ່ງນີ້:
2. ການແຂ່ງຂັນ ຊີງແຊ໋ມບານເຕະຍິງ ອາຊີ ລຸ້ນອາຍຸບໍ່ເກີນ19ປີ2017 (AFC U-19 Women’s Championship 2017 finals) ໄດ້ຮັບຮອງເອົາເມືອງນານຈິງ ປະເທດຈີນ ເປັນເຈົ້າພາບ.
3. ການແຂ່ງຂັນ ຊີງແຊ໋ມບານເຕະຍິງ ເອຊຽນຄັບ 2018 (AFC Women’s Asian Cup 2018) ໄດ້ຮັບຮອງເອົາ ປະເທດຈໍແດນເປັນເຈົ້າພາບ ໃນການຈັດການແຂ່ງຂັນ.

ໂດຍຄະນະກໍາມະການ ຈັດການແຂ່ງຂັນ ໄດ້ມີການລົງກວດສອບ ທັງສະໜາມການແຂ່ງຂັນ ສະໜາມຊ້ອມ ພ້ອມດ້ວຍສະຖານທີ່ພັກ ແລະ ອືນໆ ເຊິ່ງເຈົ້າພາບທັງສາມ ແມ່ນມີສັກກະຍະພາບ ແລະ ຄວາມພ້ອມໃນການຈ ັດການຈັດການແຂ່ງຂັນ ຕາມມາດຕະຖານທີ່ ເອເອັຟຊີ ໄດ້ວາງອອກ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງຂ່າວ ມາຍັງແຟນກິລາ ແລະ ແຟນບານ ທີມຊາດລາວ ໃຫ້ໄດ້ຮັບຮູ້ຂ່າວດັ່ງກ່າວ ເພື່ອປ້ອງກັນຄວາມສັບສົນ ກັບຂ່າວທີ່ໄດ້ອອກໄປກ່ອນໜ້ານີ້.

ຂອບໃຈຂໍ້ມູນ ແລະ ພາບຈາກ: the-afc.com

ສະຫະພັນບານເຕະ ແຫ່ງຊາດລາວ

http://laosportnews.com/

 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)