spot_img
Homeຂ່າວການພັດທະນາອາເມລິກາຊ່ວຍລາວພັດທະນາພະລັງງານໄຟຟ້າແສງອາທິດ ແລະ ສ້າງຊັບພະຍາກອນມະນຸດ

ອາເມລິກາຊ່ວຍລາວພັດທະນາພະລັງງານໄຟຟ້າແສງອາທິດ ແລະ ສ້າງຊັບພະຍາກອນມະນຸດ

Published on

ພິທີລົງນາມການຊ່ວຍເຫລືອຂອງລັດຖະບານສະຫະລັດອາເມລິກາໃນການເຮັດບົດວິພາກພັດທະນາໂຮງໄຟຟ້າພະລັງງານແສງອາ ທິດຂະໜາດ 20ເມກາວັດຢູ່ ສປປ ລາວ, ການເປີດຫ້ອງການບໍລິສັດ General Electric (GE) ຢູ່ ສປປ ລາວ ແລະ ໂຄງການສ້າງທັກສະດ້ານນະວັດຕະກໍາ, ໄດ້ມີຂຶ້ນໃນວັນທີ 5 ກັນຍານີ້, ທີ່ນະຄອນ ຫລວງວຽງຈັນ, ໂດຍມີທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ດານຽວ ເອ ຄລູນ, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫລ້າຈັນທະບູນ ແລະ ທ່ານລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທັນສະໄໝ ກົມມະສິດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບການເຮັດບົດວິພາກພັດທະນາພະລັງງານແສງອາທິດ ຖືວ່າເປັນໂຄງການຂະໜາດໃຫຍ່ຢູ່ລາວ,ສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຫລາຍກວ່າ 30 ພັນຄອບຄົວ, ໂດຍແມ່ນຫ້ອງການ USTDA ໄດ້ສະໜອງທຶນໃຫ້ບໍລິສັດ ປາຊີຟິກ ສະຕາລ ຄາປີໂຕ ໃນການສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ທຸລະກິດ. ສ່ວນການເປີດຫ້ອງການຂອງບໍລິສັດ GE ຢູ່ລາວນັ້ນ ເພື່ອເຮັດວຽກຮ່ວມກັບລັດວິສາຫະກິດໄຟຟ້າລາວໃນການສຶກສາວິທີປັບປຸງເຄືອຂ່າຍສາຍສົ່ງທີ່ທັນສະໄໝ ແລະ ການຈໍາໜ່າຍໄຟຟ້າ ເພື່ອສາມາດເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ, ທັງຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊັບພະວິຊາ ເພື່ອສ້າງຊັບພະຍາກອນມະນຸດໃນຂະແໜງດັ່ງກ່າວ ແລະ ສໍາລັບໂຄງການສ້າງທັກສະດ້ານນະວັດຕະກໍາ ແມ່ນບໍລິສັດໄມໂຄຼຊອບ ໄດ້ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານລາວ ເພື່ອຊ່ວຍນັກສຶກສາ ແລະ ຜູ້ປະກອບການຂອງລາວສາມາດເຂົ້າເຖິງຫລັກສູດການຝຶກອົບຮົມໂດຍນໍາໃຊ້ເຕັກໂນໂລຊີຄລາວ (cloud technology) ທີ່ມີຄວາມທັນສະໄໝຫລ້າສຸດຂອງໄມໂຄຼຊອບ ເຊັ່ນ:  ເຕັກໂນໂລຊີວິສະວະກໍາ, ການບັນຊີ, ພາສາອັງກິດ ແລະ ອື່ນໆ ໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອໃຫ້ນັກສຶກສາ, ໄວໜຸ່ມ ແລະ ຜູ້ປະກອບການທີ່ຕ້ອງການສ້າງທັກສະ ແລະ ຄວາມຮູ້ທີ່ຈໍາເປັນ ເພື່ອສາມາດແຂ່ງຂັນໃນຍຸກທີ່ມີການເຊື່ອມໂຍງກັບພາກພື້ນໄດ້ຫລາຍຂຶ້ນ. ບໍລິສັດໄມໂຄຼຊອບ ໃຫ້ຮູ້ວ່າ: ໃນໄລຍະສອງປີຜ່ານມາມີໄວໜຸ່ມຫລາຍກວ່າ 26 ລ້ານຄົນໃນ 18 ປະເທດທົ່ວໂລກໄດ້ເຂົ້າຮ່ວມຝຶກອົບຮົມຫລັກສູດດັ່ງກ່າວແລ້ວ.

ການລົງນາມຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ລາວຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ໄດ້ເດີນທາງມາຢ້ຽມຢາມ ສ ປປ ລາວ ເປັນຄັ້ງປະຫວັດສາດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາຄັ້ງທີ 4 ແຕ່ວັນທີ 6-8 ກັນຍານີ້ທີ່ນະຄອນຫລວງວຽງຈັນ.

ທີ່ມາຈາກ:

laophatthananewspaper
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...