HomeBaby-ແມ່ແລະເດັກອາການປ່ວຍຂອງລູກນ້ອຍທີ່ບໍ່ຄວນເບິ່ງຂ້າມ

ອາການປ່ວຍຂອງລູກນ້ອຍທີ່ບໍ່ຄວນເບິ່ງຂ້າມ

Published on

ພໍ່ແມ່ມືໃໝ່ມັກຈະເກີດຄວາມບໍ່ແນ່ໃຈ ແລະ ວິຕົກກັງວົນກັບອາການຕ່າງໆ ຂອງລູກນ້ອຍຢູ່ສະເໝີວ່າ ລູກມີອາ ການແບບນີ້ປົກກະຕິດີຢູ່ ຫຼື ບໍ່ ເຊິ່ງສ່ວນຫຼາຍຈະພົບວ່າເປັນເລື່ອງປົກກະຕິຂອງພໍ່ແມ່ອາດຈະກັງວົນຫຼາຍຈົນເກີນໄປ ແຕ່ສຳລັບອາການຕໍ່ໄປນີ້ ຄືສິ່ງທີ່ບໍ່ສົມຄວນເບິ່ງຂ້າມເດັດຂາດ

  1. ມີໄຂ້ສູງ ເດັກນ້ອຍອາຍຸຕ່ຳກວ່າ 3 ເດືອນຫາກມີໄຂ້ສູງກວ່າ 38 ອົງສາ ຖືວ່າຜິດປົກກະຕິ ຄວນພາລູກໄປພົບແພດ
  1. ໄຂ້ບໍ່ຫຼຸດ ຫຼື ມີໄຂ້ດົນກວ່າ 5 ວັນ ຫາກທ່ານປ້ອນຢາຫຼຸດໄຂ້ໄປແລ້ວ 4-6 ຊົ່ວໂມງ ຄວນພາລູກໄປພົບແພດ ເພາະນີ້ອາດເປັນສັນຍານຂອງການຕິດເຊື້ອທີ່ອາດມີຄວາມຮຸນແຮງໄດ້
  1. ມີໄຂ້ຮ່ວມກັບປວດຫົວ ອາການໄຂ້ຮ່ວມກັບອາການຄໍແຂງ ຫຼື ປວດຫົວ ຫຼື ມີຜື່ນຂຶ້ນ ເປັນຈຸດແດງນ້ອຍໆ ຫຼື ເປັນຄ້າຈຸດຊ້ຳໆ ຄວນພາລູກໄປພົບແພດ ເນື່ອງຈາກອາດເປັນສັນຍານຂອງໂຣກເຍື້ອຫຸ້ມສະໝອງອັກເສບ
  1. ມີໄຝຜິດປົກກະຕິ ຫາກທ່ານສັງເກດເຫັນວ່າລູກມີໄຝເກີດຂຶ້ນໃໝ່ ຫຼື ໄຝມີການປ່ຽນແປງຄວນພາລູກໄປພົບແພດ ເພາະອາດມີຄວາມສ່ຽງສູງທີ່ຈະກາຍເປັນມະເຮັງ
  1. ປວດທ້ອງສຽບພັນ ອາການປວດທ້ອງຢູ່ເບື້ອງຂວາດ້ານເທິງ ຫຼື ລຸ່ມ ອາດເປັນສັນຍານຂອງໂຣກໄສ້ຕິ່ງອັກເສບ ບາງຄັ້ງອາດມີອາການອື່ນໆ ຮ່ວມນຳເຊັ່ນ: ຖອກທ້ອງ ຫຼື ຮາກ ແລະ ມີໄຂ້ ຮ່ວມນຳ ຄວນພາລູກໄປພົບແພດ

ຫາກລູກມີອາຍຸນ້ອຍກວ່າ 4 ປີ ແລະ ມີອາການປວດທ້ອງຢ່າງຮຸນແຮງ ປະມານ 20-60 ນາທີ ຮ້ອງໄຫ້ ຫຼື ງໍແງ ກະວົນກະວານ ຮາກ ຖ່າຍມີເລືອດປົນອອກມາກັບມູກ ມີໄຂ້ ແລະ ອາການຊຶມລົງ ອາດເປັນວັນຍານຂອງໂຣກລຳໄສ້ກືນກັນ ຄວນພາໄປພົບແພດດ່ວນ

  1. ປວດຮາກ ແລະ ຮາກ ຫາກລູກມີອາການປວດຫົວໃນຕອນເຊົ້າ ຫຼື ຕື່ນຂຶ້ນມາໃນຕອນເດິກ ຮ່ວມກັບອາການຮາກ ອາດເປັນສັນຍານຂອງອາການໄມເກຣນ ເຊິ່ງຕ້ອງໄດ້ຮັກສາຢ່າງເໝາະສົມ
  1. ປັດສະວະໜ້ອຍລົງ ອາການປາກແຫ້ງ ປັດສະວະໜ້ອຍລົງ, ຜິວແຫ້ງ ແລະ ຮາກ ຫຼື ຖອກທ້ອງໜັກ ເປັນສັນຍານທີ່ບົ່ງບອກວ່າພາວະຂາດນ້ຳ ເຊິ່ງອາດເຮັດໃຫ້ເກີດການຊ໊ອກໄດ້ ຄວນພາລູກໄປພົບແພດ
  1. ຮີບສົບປາກກ່ຳ ຫາກຮີມສົບປາກຄ້ຳ ແລະ ມີບັນຫາການຫາຍໃຈ ມີສຽງຈາກບໍລິເວນເອິກ ແລະ ປອດ ອາດເກີດຈາກການສະໝັກ ອາການພູມແພ້ ປອດອັກເສບ ຄວນພາລູກໄປພົບແພດ
  1. ໃບໜ້າບວມ ອາການລີ້ນບວມ ປາກບວມ ຫຼື ຕາບວມ ຫາກມີການຮາກ ຫຼື ອາການຄັນຮ່ວມນຳ ມັນເປັນສັນຍານການເກີດປະຕິກິລິຍາແພ້ຮຸນແຮງ (ພູມແພ້) ຫາກລູກມີອາການບວມຮ່ວມກັບການຫາຍໃຈ ແລະ ລົມພິດຮຸນແຮງ ຄວນພາລູກໄປພົບແພດ
  1. ຮາກຫຼັງຕົກຈາກທີ່ສູງ ໃນເດັກນ້ອຍອາຍຸຕ່ຳກວ່າ 6 ເດືອນ ທີ່ຢູ່ໃນພາວະພິກຄວ້ຳອາດຕົກຈາກຕຽງ ຫຼື ທີ່ສູງ ແລະ ໝົດສະຕິ ຫຼື ກະດູກຫັກ ຄນພາລູກໄປພົບແພດດ່ວນ

ຫາກພົບວ່າລູກນ້ອຍຂອງທ່ານມີອາການທີ່ກ່າວມາຂ້າງເທິງນີ້ ຄວນພາລູກໄປພົບແພດໂດຍໄວ ຫາກທ່ານປ່ອຍໄວ້ອາດເກີດອາການຮຸນແຮງໄດ້

 

ທີ່ມາຈາກ: http://th.theasianparent.com/
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...