Homeຂ່າວພາຍ​ໃນຈະຈັດງານບຸນມະໂຫລານກາເຟລາວຄັ້ງທຳອິດ ໃນເດືອນຕຸລາປີນີ້

ຈະຈັດງານບຸນມະໂຫລານກາເຟລາວຄັ້ງທຳອິດ ໃນເດືອນຕຸລາປີນີ້

Published on

l5

ງານບຸນມະໂຫລານກາເຟລາວ ຄັ້ງທີ I ຈະຈັດຂຶ້ນໃນລະຫວ່າງວັນທີ 24-26 ຕຸລາ 2014 ທີ່ຈະມາເຖິງນີ້

ທີ່ແຂວງຈຳປາສັກ ເຊິ່ງສະມາຄົມກາເຟລາວໄດ້ຈັດງານຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການ

ຈັດງານດັ່ງກ່າວ ໃນວັນທີ 11 ກໍລະກົດ 2014 ທີ່ຮ້ານສີໜຸກກາເຟ ນະຄອນຫລວງວຽງຈັນ ໂດຍມີ

ທ່ານ ສີສະໜຸກ ສີສົມບັດ ປະທານສະມາຄົມກາເຟລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາ

ຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ສີສະໜຸກ ສີສົມບັດ ໃຫ້ຮູ້ວ່າ: ງານບຸນມະໂຫລານກາເຟລາວ ຄັ້ງທີ I ຈະຈັດຂຶ້ນທີ່ໂຮງແຮມ

ເອຣາວັນ ຣີເວີໄຊ ແລະ ໂຮງແຮມ ຈຳປາສັກ ແກຣນ ແຂວງຈຳປາສັກ ໃນລະຫວ່າງວັນທີ 24-26 ຕຸລາ

ທີ່ຈະມາເຖິງນີ້ ໂດຍແບ່ງອອກເປັນຫລາຍກິດຈະກຳເຊັ່ນ: ງານວາງສະແດງຜະລິດຕະພັນກາເຟ ຂອງ

ບັນດາສະມາຊິກສະມາຄົມກາເຟລາວ ແລະ ພາກສ່ວນປະກອບການອື່ນໆຈາກພາຍໃນ ແລະ ຕ່າງປະ

ເທດ; ທັດສະນະສຶກສາທ່ຽວຊົມແຫລ່ງກຳເນີດ ແລະ ການປຸງແຕ່ງກາເຟລາວ ທີ່ພູພຽງ ບໍລະເວນ ແລະ

ຈັດຊຸດສຳມະນາກ່ຽວກັບຄວາມເປັນມາຂອງກາເຟລາວ, ວິວັດທະນາການການຄ້າກາເຟໂລກ, ໂອກາດ

ແລະ ສິ່ງທ້າທາຍທຸລະກິດກາເຟຂອງກຸ່ມປະເທດອາຊຽນ ໂດຍວິທະຍາກອນຈາກພາຍໃນ ແລະ ຕ່າງປະເທດ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...