spot_img
Homeຄົມຄິດຄົມຄົນວິທີການສ້າງມິດຕະພາບໃຫ້ຍືນຍາວ

ວິທີການສ້າງມິດຕະພາບໃຫ້ຍືນຍາວ

Published on

ເພາະທຸກໆຄົນໃນໂລກຈະຢູ່ໂດດດ່ຽວ ໂດຍບໍ່ປະຕິສຳພັນກັບໃຜເລີຍບໍ່ໄດ້. ສະນັ້ນ, ຈຳເປັນຕ້ອງມີເພື່ອນມິດ. ການສ້າງມິດຖືວ່າເປັນສິ່ງທີ່ສຳຄັນ ແຕ່ທີ່ສຳຄັນໄປກວ່ານັ້ນຄືການທະນຸຖະໜອມມິດຕະພາບໃຫ້ຍືນຍາວ ດັ່ງທີ່ພວກເຮົາມີສູດຈະມາແນະນຳດັ່ງນີ້:

1. ນ້ອຍໃຈໄດ້ ແຕ່ຢ່າໃຈນ້ອຍ:
ບາງຄົນມັກງອນມັກຄຽດ ຫຼືຫງຸດຫງິດງ່າຍບໍ່ວ່າເລື່ອງນ້ອຍເລື່ອງໃຫຍ່ ພໍໝູ່ຖາມວ່າເປັນຫຍັງກໍບໍ່ຕອບ ຖ້າຫາກບໍ່ຖາມກໍແຮ່ງງອນເຂົ້າໄປອີກ ເປັນແບບນີ້ເລື້ອຍໆບໍ່ມີໃຜຢາກທົນຄົບນຳດອກ ເພາະຢູ່ໃກ້ແລ້ອຶດອັດ ບໍ່ສະບາຍໃຈ.ດັ່ງນັ້ນ ຄວນຮຽນເປັນຄົນໃຈກວ້າງໆ ບໍ່ພໍໃຈຫຍັງກໍໃຫ້ຊີ້ແຈງຢ່າງກົງໄປກົງມາ.
2. ໃສ່ປຸ໋ຍໃຫ້ມິດຕະພາບ
ການເປີດໃຈຮັບຟັງອີກຝ່າຍຄືການສະແດງເຖິງຄວາມເປັນມິດທີ່ດີ ຄອຍຢູ່ຄຽງຂ້າງເວລາໝູ່ບໍ່ສະບາຍໃຈ, ທໍ້ແທ້ສິ້ນຫວັງ ໂດຍການໃຫ້ຄຳແນະນຳດ້ວຍຄວາມຫວັງດີ, ກ້າຕັກເຕືອນເວລາໝູ່ເດີນທາງຜິດ ແລະຄອຍສະໜັບສະໜູນໝູ່ໃນທາງທີ່ສ້າງສັນຢູ່ສະເໝີ.
3. ຈິງໃຈ ແຕ່ຢ່າຈິງຈັງ
ຈິໃຈ ແລະຫວັງດີກັບໝູ່ເປັນສິ່ງທີ່ດີ ແຕ່ຢ່າຈິງຈັງ ຫຼືໄປຄາດຫວັງຕໍ່ສິ່ງໃດຫຼວງຫຼາຍ ຫຼືຜູກມັດວ່າໝູ່ຕ້ອງເຮັດໃນສິ່ງທີ່ເຮົາຕ້ອງການໃຫ້ໄດ້. ທ່ານຈະຜິດຫວັງໄດ້ງ່າຍ ຕ້ອງລະນຶກໄວ້ສະເໝີວ່າເອົາໃຈໝູ່ມາໃສ່ໃຈເຮົາ. ທຸກສິ່ງທຸກຢ່າງຈະໃຫ້ໄດ້ໃຈເຮົາທັງໝົດກໍບໍ່ໄດ້.
4. ຄວາມຂັດແຍ້ງເປັນເລື່ອງທໍາມະດາ
ຍິ່ງສະໜິດກັນຍິ່ງຮູ້ກັນຫຼາຍ ແຕ່ເລື່ອງຄວາມຂັດແຍ້ງຕ້ອງມີເປັນທຳມະດາ ເພາະແຕ່ລະຄົນລ້ວນແຕ່ຕ່າງພໍ່ຕ່າງແມ່ ຕ່າງແນວຄິດຈິດໃຈ ແຕ່ຂໍ້ຂັດແຍ້ງມີໄວ້ໃຫ້ແກ້ໄຂ ບໍ່ແມ່ນມີໄວ້ໃຫ້ເອົາຊະນະ. ທ່ອງໄວ້ວ່າເຖິງຈະຜິດກັນຂະໜາດໃດ ກໍຕ່້ອງຮູ້ຈັກໃຫ້ອະໄພ ແລະຍັງຄົງຄວາມເປັນໝູ່ເພື່ອນໄວ້ຄືເກົ່າ. ຫຼາຍຄົນທີ່ຜິດກັບໝູ່ສະໜິດແລ້ວເບິ່ງໜ້າກັນບໍ່ຕິດເລີຍ ນັ້ນເປັນເພາະຕ່າງຝ່າຍຕ່າງຍິ່ງໃນສັກສີ ຫາກເຮົາຮູ້ຈັກຜ່ອນສັ້ນຜ່ອນຍາວກັນຫຼາຍຂຶ້ນມິດຕະພາບກໍຍັງຄົງຢູ່.

 

ທີ່ມາ: ວາລະສານມະຫາຊົນ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...