spot_img
Homeນານາສາລະສິ່ງທີ່ຄົນມັກກິນໄຂ່ນົກກະທາຄວນຮູ້

ສິ່ງທີ່ຄົນມັກກິນໄຂ່ນົກກະທາຄວນຮູ້

Published on

ນົກກະທາຈະມີສອງ ຊະນິດຄື: ນົກກະທາທົ່ງ ແລະ ນົກກະທາແຂ້ງຂຽວ ນົກກະທາໄຂ່ຄັ້ງລະ 7-12 ໜ່ວຍ ໂດຍຕະຫລອດຊີວິດ ນົກກະທາບາງພັນ ອອກໄຂ່ຫລາຍເຖິງ100-300 ໜ່ວຍ, ທັງຊີ້ນ ແລະ ໄຂ່ສາມາດນຳມາປຸງແຕ່ງ ເປັນອາຫານ ແລະ ຢາໄດ້.

ໃນຕຳລາຂອງຄົນຈີນ ສູດຕຳລາລ້ຳຄ່າຂອງໝໍໂອຈຸນທີ່ UNESCO ຄັດເລືອກໃຫ້ເປັນມໍລະດົກຄວາມຊົງຈຳແຫ່ງໂລກ ບັນທຶກໄວ້ວ່າ ຫລັງເກີດລູກແລ້ວມີ ອາການຫົວໃຈເຕັ້ນແຮງ ແລະ ໜ້າແດງ ລວມ ທັງອາການໜາວ ຫລື ຮູ້ສຶກເມື່ອຍ ມີລົມພັດມາປວດຮາກ, ນອນບໍ່ລັບ, ວິນຫົວປວດກ້າມຊີ້ນ ແລະ ຮູ້ສຶກຊາມື, ມີເຫື່ອອອກຫລາຍ, ຄໍແຫ້ງ, ຜິວແຫ້ງ ເບື່ອອາຫານເນື່ອງຈາກ ລະບົບທາງເດີນ ອາຫານຜິດປົກກະຕິເຊັ່ນ: ຫອບຫືດ, ປວດເບົາຕະຫລອດ ເນື່ອງຈາກກະເພາະ ປັດສະວະອັກເສບ ຜົມຫລົ່ນ, ປວດແອວ, ປວດບໍລິເວນຂໍ້ຕໍ່ກະດູກ ໄຂ່ນົກກະທາ ສາມາດຊ່ວຍໄດ້ ໂດຍກິນດິບໆ ຫລື ຕົ້ມໃຫ້ສຸກດີກໍ່ໄດ້.

ຫລັງເກີດລູກຄວນ ກິນໄຂ່ນົກກະທາດິບ ຄັ້ງລະ 5 ໜ່ວຍ ວັນລະ 3 ຄັ້ງ ແລະ ກິນຢ່າງຕໍ່ເນື່ອງ 1 ເດືອນຂຶ້ນໄປ ຈະເຮັດໃຫ້ສຸຂະພາບແຂງແຮງ.

 

ຂໍ້ມູນຈາກ: http://kpl.gov.la/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...