spot_img
HomeຊີວິດແລະຄວາມຮັກWedding-Sex-love"ຈຸດສຸດຍອດຂອງແມ່ຍິງ" ເລື່ອງຈິງທີ່ຜູ້ຊາຍມັກເບິ່ງຂ້າມ

“ຈຸດສຸດຍອດຂອງແມ່ຍິງ” ເລື່ອງຈິງທີ່ຜູ້ຊາຍມັກເບິ່ງຂ້າມ

Published on

ແມ່ຍິງບາງຄົນບໍ່ກ້າເອີ່ຍປາກ ເພາະບໍ່ຢາກໃຫ້ຝ່າຍຊາຍເສຍຄວາມຮູ້ສຶກ ຈິ່ງຕ້ອງທຳທ່າວ່າສຳເລັດແລ້ວ ຈົນເຮັດໃຫ້ຜູ້ຊາຍບາງຄົນຫຼົງຄິດວ່າທັງສອງໄປເຖິງຈຸດສະຫວັນພ້ອມກັນ ຕະຫຼອດມາ ໃນຄໍລຳ ຄວາມຮັກ ກັບ ເຊັກສ໌ ເຮົາຈະມານຳສະເໜີກ່ຽວກັບ “ຈຸດສຸດຍອດຂອງແມ່ຍິງ” ເລື່ອງຈິງທີ່ຜູ້ຊາຍມັກເບິ່ງຂ້າມ ເຊິ່ງຈະມີເລື່ອງຫຍັງແນ່ນັ້ນເຮົາມາຮູ້ຈັກນຳກັນເລີຍ

ສະຖິຕິຂອງການເລົ້າໂລມ
 
ຈາກການສຳຫຼວດພົບວ່າ ໄລຍະເວລາໃນການເລົ້າໂລມ ມີຜົນຕໍ່ການເຖິງຈຸດສຸດຍອດຂອງຝ່າຍຍິງຫຼາຍ ມີຕຳລາຕ່າງປະເທດ ບັນທຶກສະຖິຕິທີ່ໜ້າສົນໃຈໄວ້ວ່າ
– ໃຊ້ເວລາເລົ້າໂລມ 1-10 ນາທີ… ໂອກາດທີ່ຝ່າຍຍິງຈະເຖິງຈຸດສຸດຍອດ 40% 
– ໃຊ້ເວລາເລົ້າໂລມ 15-20 ນາທີ… ໂອກາດທີ່ຝ່າຍຍິງຈະເຖິງຈຸດສຸດຍອດ 50% 
– ໃຊ້ເວລາເລົ້າໂລມ 20 ນາທີຂຶ້ນໄປ… ໂອກາດທີ່ຝ່າຍຍິງຈະເຖິງຈຸດສຸດຍອດ 60% 
– ໃຊ້ເວລາເລົ້າໂລມ ເຄິ່ງເຖິງໜຶ່ງຊົ່ວໂມງ… ທັງຄູ່ຈະໝົດອາລົມ ແລະ ນອນຫຼັບໄປເລີຍ!!!
 
ແມ່ຍິງ 20-30% ເທົ່ານັ້ນ ເຖິງຈຸດສຸດຍອດດ້ວຍການສອດໃສ່ ດ້ວຍອະໄວຍະວະເພດພຽງຢ່າງດຽວ 
 
ແນ່ນອນວ່າຄົງຈະບໍ່ມີແມ່ຍິງຄົນໃດໄປເຖິງຈຸດສຸດຍອດໄດ້ທັນທີໂດຍບໍ່ໄດ້ຮັບການເລົ້າໂລມ ເພາະແມ່ຍິງຈະມີຄວາມຕ້ອງການ ຫຼື ມີອາລົມຮ່ວມນັ້ນ ຮ່າງກາຍຕ້ອງໄດ້ຮັບການເລົ້າໂລມກ່ອນປະມານ 10 ນາທີ ແຕ່ຜູ້ຊາຍບາງຄົນຄິດວ່າການທີ່ເຮັດແບບນີ້ແລ້ວ ເປັນການທໍລະມານຕົວເອງ ເນື່ອງຈາກອາການຫື່ນກະຫາຍ ໃຈຮ້ອນ ມີຄວາມອົດທົນຕ່ຳ ແລະ ອື່ນໆ 
 
ແມ່ຍິງມີຄວາມສຽວໄດ້ທັງ 3 ແບບ 
 
ຊາຍໃດທີ່ຮູ້ແຕ່ພຽງວ່າ ການທີ່ແມ່ຍິງຈະແຕະເສັ້ນໄຊໄດ້ມີພຽງທີ່ຈຸດ G-Spot ແລະ ຄລິຕໍຣິສ ເທົ່ານັ້ນ ທ່ານຄວນຄິດໃໝ່ທັນທີ ເພາະຄວາມຈິງແລ້ວ ການໄປເຖິງຈຸດສຸດຍອດຂອງແມ່ຍິງນັ້ນ ເກີດຂຶ້ນໄດ້ແບບທີ 3 ຈາກການສຳພັດແບບປະສົມປະສານຈຸດໃດຈຸດໜຶ່ງ (ຫຼື ທັງສອງຈຸດ) ຮ່ວມກັບຈຸດອື່ນໆ ແຕ່ມັນກໍ່ຂຶ້ນກັບຄູ່ຂອງທ່ານນຳວ່າ ນາງມີຄວາມສຸກກັບການຖືກກະຕຸ້ນໃນຈຸດນັ້ນຫຼາຍພຽງໃດ ບໍ່ວ່າຈະດ້ວຍອະໄວຍະວະເພດ ນິ້ວມື ຫຼື ລີ້ນ
 
ແມ່ຍິງກວ່າ 80% ທຳທ່າເຖິງຈຸດສຸດຍອດ  
 
ບັນຫາການໄປເຖິງຈຸດສຸດຍອດ ມັນເປັນບັນຫາທີ່ພວກນາງແກ້ໄຂບໍ່ຕົກ ດັ່ງນັ້ນ ເພື່ອເປັນກະຖະໜອມນ້ຳໃຈຝ່າຍຊາຍ ພວກນາງຈິ່ງທຳທ່າເໝືອນວ່າໄປເຖິງຈຸດສຸດຍອດແລ້ວ ແລະ ໃນດ້ານກົງກັນຂ້າມກັບເກັບກົດຄວາມບໍ່ສົມຫວັງໄວ້ກັບຕົວເອງ
 
ວິທີສັງເກດແມ່ຍິງໄປເຖິງຈຸດສຸດຍອດແລ້ວ ຫຼື ບໍ່
 
ສັງເກດອາການຂອງແມ່ຍິງໃນຂະນະກຳລັງຈະໄປເຖິງເສັ້ນໄຊວ່ານາງມີອາການ ເກຣັງ ແລະ ກະຕຸກ ການຕອດຂອງກ້າມເນື້ອຊ່ອງຄອດ ເປັນຈັງຫວະປະມານ 3-10 ວິນາທີ ແລະ ຄາຍຕົວລົງໃນເວລາບໍ່ເກີນ 1 ນາທີ ຫາຍໃຈຖີ່ໆ ຫຼື ມີໃບໜ້າປ່ຽນເປັນສີແດງຂຶ້ນບໍ່ ສິ່ງເຫຼົ່ານີ້ເປັນອາການທີ່ແມ່ຍິງໄປເຖິງຈຸດສຸດຍອດແລ້ວ
ວິທີງ່າຍໆ ທີ່ຈະຊ່ວຍເຫຼືອນາງໃຫ້ໄປເຖິງຈຸດສຸດຍອດ ກໍ່ຄືໃຫ້ໃຊ້ນິ້ວມື ສຳພັດລຶກລົງໄປໃນຊ່ອງຄອດ ແທນການໃຊ້ອາວຸດຄູ່ກາຍທີ່ໄປຕໍ່ບໍ່ໄຫວ ການເຖິງຈຸດສຸດຍອດຈະເກີດຂຶ້ນ ບໍ່ວ່າຈະເປັນການແຂງນູນຂຶ້ນຂອງປຸ່ມຄລິສຕໍຣິສ ຜູ້ຍິງສາມາດເຖິງຈຸດສຸດຍອດໄດ້ຫາກຖືກສຳພັດບໍລິເວນນີ້ ດັ່ງນັ້ນຖ້າທ່ານຕ້ອງການໃນນາງເຖິງຈຸດອາລົມໝາຍ ໃນກໍລະນີທີ່ທ່ານໄປເຖິງຈຸດສຸດຍອດບໍ່ພ້ອມກັນ ກໍ່ເລືອກໃຊ້ວິທີນີ້ແທນໄດ້ 
ທີ່ມາຈາກ: http://www.fhm.in.th/

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...