spot_img
Homeນານາສາລະວິທີຄັດເລືອກຫາພໍ່ພັນ-ແມ່ພັນໄກ່ຕີ

ວິທີຄັດເລືອກຫາພໍ່ພັນ-ແມ່ພັນໄກ່ຕີ

Published on

ໂດຍປົກກະຕິແລ້ວຊຽນໄກ່ຕີມັກຈະຫວງສາຍພັນຂອງພໍ່ພັນ-ແມ່ພັນໄກ່ ເພາະຖືກັນວ່າສາຍເລືອດຂອງແມ່ພັນ-ພໍ່ພັນທີ່ດີຈະໄດ້ລູກໄກ່ສາຍພັນທີ່ດີເຊັ່ນກັນ ວິທີຈະຫາພໍ່ພັນໃຫ້ໄດ້ໄກ່ເກັ່ງ ທ່ານຕ້ອງໝັ່ນໄປສະຖານທີ່ສັງວຽນໄກ່ເລື່ອຍໆ ແລະ ເບິ່ງວ່າໄກ່ໂຕໃດທີ່ເກັ່ງ ຄື: ຕີເກັ່ງ, ຊັ້ນເຊີງດີ, ໃຈທໍລະຫົດ, ອົດທົນ ບໍ່ໜີງ່າຍ ຖ້າໄກ່ມີຄຸນສົມບັດດັ່ງກ່າວນີ້ ເວລາຕີແລ້ວຊະນະ ຫຼື ຕີເສຍ ຈະຕາບອດ ຫຼື ບໍ່ກໍ່ຕາມ ຄວນເອົາມາເປັນພໍ່ພັນ (ຕາມຕຳລາກ່າວໄວ້ວ່າເອົາໄກ່ທີ່ຕີເສຍມາເປັນພໍ່ພັນໄກ່ມັນຈະໃຫ້ລູກເກັ່ງ) ເມື່ອເວລາທ່ານຊື້ມາລາຄາກໍ່ບໍ່ແພງປານໃດ ເພາະຊຽນໄກ່ເຂົາຈະບໍ່ມັກເກັບຮັກສາໄກ່ທີ່ຕີເສຍໄວ້ ສ່ວນແມ່ພັນກໍ່ຕ້ອງໃຫ້ມີຄຸນສົມບັດຄ້າຍຄືກັບກັບພໍ່ພັນໄກ່ນັ້ນ

ວິທີຄັດເລືອກພໍ່ພັນໄກ່

ໂດຍປົກກະຕິແລ້ວຊຽນນິຍົມຫຼິ້ນໄກ່ຕີມັກຈະເລືອກສີເປັນອັນດັບທຳອິດ ດັ່ງນັ້ນໄກ່ທີ່ຈະນຳມາເປັນພໍ່ພັນແມ່ພັນທ່ານຄວນເລືອກດັ່ງນີ້

  1. ສີເຫຼືອງຫາງຂາວ

889.12. ສີປະດູ່ຫາງດຳ ເດືອຍດຳ ເລັບດຳ ປາກດຳ

1 (3)3. ສີຂຽວສະລັບກັບສີຂາວທັງຕົວ ຫາງຂາວ

edca2[3182]4. ສີຂຽວກາ ຫາງດຳ

dsadasdasd

ເພາະບູຮານກ່າວໄວ້ວ່າໄກ່ 4 ສີນີ້ ເປັນສີທີ່ນັກລ້ຽງໄກ່ຕີມັນລ້ຽງໄວ້ ເພາະສ່ວນລາຍໄກ່ຈຳພວກນີ້ຈະຕີເກັ່ງ ສ່ວນໄກ່ສີອື່ນໆ ຊຽນໄກ່ຕີບໍ່ນິຍົມລ້ຽງປານໃດ

ຄຸນສົມບັດ ແລະ ລັກສະນະຂອງພໍ່ພັນແມ່ພັນໄກ່ຕີ

ນອກຈາກສີຂອງໄກ່ແລ້ວ ພໍ່ໄກ່ກໍ່ຄວນມີລັກສະນະດັ່ງນີ້:

  1. ຄວນເປັນໄກ່ທີ່ມີປະຫວັດດີ ເຄີຍຕີຊະນະຈາກບ່ອນອື່ນມາແລ້ວ
  2. ປາກຕ້ອງໃຫຍ່ ມີຮ່ອງນ້ຳ 2 ຂ້າງປາກເລິກ (ປາກສີດຽວກັບຂາ)
  3. ຕາປາໝໍຕາຍ ຫຼື ຕາສີຂົນ ສີດຽວກັບສີຂົນແຄບຄໍ
  4. ຄໍໃຫຍ່ ແລະ ປ້ອງຄໍຖີ່
  5. ກົກປີກໃຫຍ່ ຂົນປີກຍາວ
  6. ນິ້ວຕີນນ້ອຍລຽວບາວ
  7. ແຂ່ງໃຫ່ຍ ແລະ ແຂ່ງກົມ
  8. ສອຍຄໍຍາວຕິດຕໍ່ກັນເຖິງສອຍຄໍຫຼັງ
  9. ຫາງຍາວແຂງ ແລະ ເສັ້ນນ້ອຍ
  10. ກະດູກໜ້າເອິກໃຫຍ່ ແລະ ຍາວ
  11. ເດືອຍໃຫຍ່ ແລະ ໃກ້ນິ້ວກ້ອຍຫຼາຍທີ່ສຸດ
  12. ອຸ້ງຕີນບາງ ແລະ ເລັບຍາວ
  13. ເກັດໜ້າແຂ່ງໃສເໝືອນເລັບຕີນ ແລະ ມີຮ່ອງເລິກ

 

ທີ່ມາ:​ https://www.gaichon.com/porpunkai.html

ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!

ifram FBPictpost

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...