spot_img
Homeຂ່າວທ້ອງຖິ່ນສາທາລະນະສຸກແຂວງຄຳມ່ວນເຜີຍ ທົ່ວແຂວງມີຜູ້ຕິດເຊື້ອ ໄຂ້ຍຸງລາຍ 400 ກວ່າກໍລະນີ!

ສາທາລະນະສຸກແຂວງຄຳມ່ວນເຜີຍ ທົ່ວແຂວງມີຜູ້ຕິດເຊື້ອ ໄຂ້ຍຸງລາຍ 400 ກວ່າກໍລະນີ!

Published on

ຂປລ. ຕາມ​ການ​ລາຍ​ງານ​ຂອງ ທ່ານ ດຣ. ບຸນ​ລັດ ລົດ​ວິມົນ ຫົວໜ້າຫ້ອງການ​ສາທາລະນະ​ສຸກ ​ເມືອງ​ທ່າ​ແຂ​ກ ​ແຂວງ​ຄຳ​ມ່ວນ ​ໃຫ້​ຮູ້​ວ່າ: ປັດຈຸ​ບັນ ພະ​ແນ​ກ​ສາທາລະນະ​ສຸກ ​​ແຂວງ​ຄຳ​ມ່ວນ ​ໄດ້​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະຍາດ​ໄຂ້ຍຸງ​ລາຍ ໃນ​ທົ່ວ​ແຂວງ 418 ກໍລະນີ, ​ແຕ່​ຍັງ​ບໍ່​ມີ​ກໍລະນີ​ເສຍ​ຊີ​ວິດ ​ໃນ​ນັ້ນ​ກວດ​ພົບ​ຫລາຍ​ກວ່າ​ໝູ່​ແມ່ນ ຢູ່​ເມືອງ​ທ່າ​ແຂກ 200 ກວ່າ​ກໍລະນີ,  ຮອງ​ລົງ​ມາ​ແມ່ນ​ເມືອງ​ຫີນ​ບູນ 100 ກໍລະນີ, ​ເມືອງ​ບົວລະພາ 81 ກໍລະນີ ​ແລະ ​ເມືອງ​ທີ່​ພົບໜ້ອຍກວ່າໝູ່​ແມ່ນ ​ເມືອງ​ນາ​ກາຍ​ ມີ 2 ກໍລະນີ. ທຽບ​ໃສ່​ໄລຍະ​ດຽວກັນ​ ທີ່ພະຍາດ​ດັ່ງ​ກ່າວ​ເຄີຍ​ລະບາດຜ່ານ​ມາ​ໃນ​ປີ 2013 ມີ​ເຖິງ 1.700 ກໍລະນີ ​ແລ​ະ ​ເສຍ​ຊີວິດ 2 ຄົນ.

ພະຍາດ​ດັ່ງກ່າວ, ແມ່ນສາມາດຕິດຕໍ່ດ້ວຍຍຸງເທົ່ານັ້ນໂດຍການແຜ່ພະຍາດ ດ້ວຍການກັດຄົນຕໍ່ຄົນແລະ ຜູ້ທີ່ຕິດເຊື້ອດັ່ງກ່າວແມ່ນຈະມີອາການເປັນໄຂ້, ​ໂຕຮ້ອນ, ​ເລືອດອອກຕາມຮ່າງກາຍແລະ ບາງກໍລະນີກໍມີອາການຖອກທ້ອງຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...