spot_img
Homeນານາສາລະການປູກໝາກມ່ວງຫິມມະພານໃຫ້ໄດ້ຜົນຜະລິດສູງ

ການປູກໝາກມ່ວງຫິມມະພານໃຫ້ໄດ້ຜົນຜະລິດສູງ

Published on

 ໝາກມ່ວງຫິມະພານເປັນໄມ້ຢືນຕົ້ນຕະກູນດຽວກັບໝາກມ່ວງເກີດຂຶ້ນຢູ່ທົ່ວໄປໃນປະເທດທີ່ມີອາກາດຮ້ອນ ແລະຝົນຕົກ, ມີຄວາມແຕກຕ່າງຈາກພືດຊະນິດອື່ນຢູ່ບ່ອນວ່າແກ່ນຈະຢູ່ປາຍສຸດຂອງໝາກດ້ານນອກ, ໂດຍໝາກໄມ້ຊະນິດນີ້ມີຄຸນປະໂຫຍດຫຼາຍຢ່າງ ແລະກໍຍັງເປັນອີກສິນຄ້າໜຶ່ງ ທີ່ຕະຫຼາດກຳລັງຕ້ອງການເປັນຈຳນວນຫຼວງຫຼາຍຕົ້ນຕໍແມ່ນແກ່ນ.

ໝາກມ່ວງຫິມະພານຂະຫຍາຍພັນໂດຍແບບບໍ່ໃຊ້ເພດແຕ່ສາມາດເຮັດໄດ້ຫຼາຍວິທີເຊັ່ນ: ການຕອນ, ການຕິດຕາ, ການສຽບຂ້າງ. ການເພາະແກ່ນ ແລະການສຽບຍອດ, ແຕ່ໃນນີ້ຈະນຳ ສະເໜີການປູກໝາກມ່ວງຫິມະພານດ້ວຍການເພາະແກ່ນ

P_20150423_122158_fb

ໂດຍຜູ້ປູກຕ້ອງເລືອກເອົາແນວພັນທີ່ດີ ຈາກນັ້ນ ກໍນຳເອົາແນວພັນທີ່ໄດ້ ໄປແຊ່ນ້ຳ 1 ຄືນ ແລ້ວເພາະໃນຖົງຢາງຂະໜາດ 12,5×20 ຊັງຕີແມັດ ບັນຈຸດິນທີ່ກຽມໄວ້ ໂດຍຖົມແກ່ນດ້ານວ້ຳລົງ ແລະຖົມດິນປິດແກ່ນເລິກ 2-2,5 ຊັງຕີ ແລະຫົດນ້ຳໃຫ້ຊຸ່ມ, ພ້ອມທັງເບິ່ງແຍງນ້ຳທຸກວັນແກ່ນຈະງອກໃນໄລຍະເວລາປະມານ 15-20 ວັນ ເມື່ອຕົ້ນອ່ອນອາຍຸ 6-8 ອາທິດ ກໍສາມາດຍ້າຍປູກໃນໜານໄດ້, ຖົງທີ່ເພາະແກ່ນຈະຕ້ອງວາງໄວ້ຢູ່ເທິງ ເພາະພື້ນທີ່ຮາກບໍ່ສາມາດຈະເລີນລົງສູ່ພື້ນດິນໄດ້ເຊັ່ນ: ວາງໄວ້ຢູ່ເທິງຊີມັງ ຫຼື ຄອນກຣີດ ເພື່ອປ້ອງກັນບໍ່ໃຫ້ຮາກຈະເລີນອອກຈາກຖົງລົງສູ່ພື້ນດິນ ຊຶ່ງຈະເຮັດໃຫ້ຕົ້ນອ່ອນເສຍຫາຍເມື່ອນຳໄປປູກໃນໜານ.

ຈາກນັ້ນ ກໍໃຫ້ຂຸດຂຸມກວ້າງ, ເລິກ ແລະຍາວປະມານ 50-100 ຊັງຕີ, ໄລຍະຫ່າງລະຫວ່າງຕົ້ນ ແລະແຖວ 6 ແມັດ, ຈາກນັ້ນ ກໍໃຫ້ປະສົມຝຸ່ນຄອກ ຫຼື ປຸຍໝັກ 3-5  ກິໂລກຣາມ ຄົນກັບດິນເທິງທີ່ກອງ ໄວ້ແລ້ວກວດລົງໃນຂຸມປະມານເຄີ່ງຂຸມ, ນຳຕົ້ນໝາກມ່ວງຫິມະ ພານທີ່ຈະປູກວາງລົງໃນຂຸມໃຫ້ລຳຕົ້ນຢູ່ເໜືອຂຸມເລັກນ້ອຍ, ຈາກນັ້ນ ກໍປັກໄມ້ມັດຕິດກັບລຳຕົ້ນໂດຍ ໃຊ້ເຊືອກມັດຕິດກັບຕົ້ນໝາກມ່ວງຫິມະພານໄວ້ ເພື່ອປ້ອງກັນລົມພັດ ຈຶ່ງນຳດິນທີ່ເຫຼືອຖົມລົງຂຸມໃຫ້ແໜ້ນ, ການປູກພືດຊະນິດນີ້ຄວນປູກໄລ່ລະ 45 ຕົ້ນໃຫ້ເປັນແຖວຊື່ ໄລຍະຫ່າງຕົ້ນ ແລະລະຫວ່າງ ແຖວ 6 ແມັດລະຫວ່າງແຖວໝາກ ມ່ວງຫິມະພານຄວນປູກພືດແຊມເຊັ່ນ: ສາລີ ແລະຖົ່ວຕ່າງໆໃນຊ່ວງ 1-2 ປີທຳອິດ ກ່ອນໝາກມ່ວງຫິມະພານຈະອອກໝາກ ເພາະເປັນການຊ່ວຍເພີ່ມລາຍໄດ້ ແລະຍັງຊ່ວຍກຳຈັດວັດສະພືດອີກດ້ວຍ.

ສຳລັບ ການໃສ່ປຸຍຕົ້ນໝາກມ່ວງຫິມະພານນີ້ ຄວນໃສ່ໃນໄລຍະ 6 ເດືອນຫຼັງຈາກປູກ, ພໍເມື່ອໝາກມ່ວງຕັ້ງຕົວໄດ້ຄວນໃສ່ປຸຍ ຄອກ ຫຼື ປຸຍໝັກນຳຕາມສົມຄວນຈະເຮັດໃຫ້ຈະເລີນເຕີບໂຕໄດ້ໄວຫຼາຍ, ສ່ວນປຸຍເຄມີ ຄວນໃສ່ປີລະ 2 ຄັ້ງຄື: ໃສ່ຕົ້ນລະດູຝົນ ແລະຄັ້ງທີ 2 ໃສ່ເມື່ອປາຍເດືອນກັນຍາ, ສ່ວນຕົ້ນທີ່ມີອາຍຸ 3-4 ປີຂຶ້ນໄປຄວນພວນດິນຕື້ນໆເປັນວົງແຫວນບໍລິເວນລັດສະໝີຂອງຊົງພຸ່ມບໍ່ຄວນ ພວນດິນເລິກເຂົ້າໄປພາຍໃນຊົງ ພຸ່ມ ເພາະຈະກະທົບກະເທືອນລະບົບຮາກ, ແບ່ງຈຳນວນປຸຍທີ່ຈະໃສ່ອອກເປັນ 4 ສ່ວນ, ໃສ່ປຸຍບໍ ລິເວນຮອບໆຊົງພຸ່ມໃນບໍລິເວນທີ່ພວນປະມານ 3 ສ່ວນ ແລະອີກ 1 ສ່ວນ ໂຮຍເທິງພື້ນພາຍໃນຊົງພຸ່ມ ແຕ່ຄວນລະວັງຢ່າໃສ່ປຸຍໃຫ້ຕິດກັບກົກຕົ້ນ ເພາະປຸຍຈະເຮັດໃຫ້ເປືອກຂອງລຳຕົ້ນເນົ່າ ແລະຈະເຮັດໃຫ້ຕາຍໄດ້ເຫດຜົນທີ່ໃສ່ປຸຍຮອບບໍລິເວນລັດສະໝີຊົງພຸ່ມເພາະຮາກຝອຍ ແລະຮາກແໜງ ຊຶ່ງເປັນຮາກແໜງທີ່ຫາອາຫານຂອງຕົ້ນໄມ້ຈະຢູ່ຫຼາຍໃນບໍລິເວນລັດສະໝີຊົງພຸ່ມ, ຫຼັງຈາກໃສ່ປຸຍແລ້ວຄວນຫົດນ້ຳຕາມ ເພື່ອໃຫ້ປຸຍລະລາຍ ແລະຊືມລົງໄປໃນດິນ, ຊຶ່ງຮາກຈະດູດຊືມເອົາໄປຫຼໍ່ລ້ຽງລຳຕົ້ນໃຫ້ຈະເລີນໄດ້ດີ.

ປົກກະຕິແລ້ວໝາກມ່ວງຫິມະພານຈະເລີ່ມໃຫ້ຜົນຜະລິດປີທີ 3 ໂດຍຈະເລີ່ມອອກດອກປະມານເດືອນທັນວາ-ກຸມພາ, ຫຼັງຈາກດອກບານປະມານ 2 ເດືອນ ຜົນຜະລິດຈະເລີ່ມແກ່ ແລະເກັບກ່ຽວປະມານເດືອນກຸມພາ-ພຶດສະພາ ໂດຍຈະມີຜົນຜະລິດຫຼາຍທີ່ສຸດໃນເດືອນມີນາ-ເມສາ, ການເກັບກ່ຽວ ທີ່ຖືກຕ້ອງຄວນປ່ອຍໃຫ້ໝາກແກ່ເຕັມທີແລ້ວລ່ວງຫຼົ່ນຈິ່ງເກັບໝາກເອົາທີ່ພື້ນ, ບໍ່ຄວນເກັບເທິງຕົ້ນ ເພາະຈະໄດ້ແກ່ນອ່ອນທີ່ບໍ່ແກ່ເຕັມທີ່, ເມື່ອເກັບມາແລ້ວໃຫ້ບິດແກ່ນ ອອກຈາກໝາກທັນທີ ເພື່ອປ້ອງກັນເຊື້ອລາເຂົ້າທຳລາຍແກ່ນ.

 

ທີ່ມາຈາກ: 

 

ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!

ifram FBPictpost

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...