Homeຂ່າວການພັດທະນາສົກຮຽນ 2016-2017 ມີມາດຕະການບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມ-ບັນເທີງ

ສົກຮຽນ 2016-2017 ມີມາດຕະການບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມ-ບັນເທີງ

Published on

ບັນຫາການບໍ່ປະຕິບັດລະບຽບຂອງຮ້ານກິນດື່ມບັນເທີງເປັນຕົ້ນ: ເປີດຮ້ານກາຍເວລາທີ່ທາງການກໍານົດ, ການອະນຸຍາດໃຫ້ຜູ້ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ, ການໃຊ້ສຽງດັງເກີນຂອບເຂດ… ໄດ້ເປັນປາກົດການຫຍໍ້ທໍ້ໜຶ່ງທີ່ສັງຄົມຢາກໃຫ້ມີການແກ້ໄຂ. ຫຼ້າສຸດເຈົ້າໜ້າທີ່ຕໍາຫຼວດໄດ້ອອກມາກ່າວວ່າ: ໃນສົກປີ 2016-2017ນີ້ຈະໄດ້ຕິດຕາມກວດກາຄຸ້ມຄອງທຸລະກິດກິນດື່ມບັນເທີງ, ຄາຣາໂອເກະ ແລະຮ້ານອາຫານຢ່າງເປັນເຈົ້າການ; ຈະສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມຄອງບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມບັນເທີງຢ່າງເດັດຂາດ.
ຕໍ່ບັນຫານີ້, ທ່ານ ສີວອນ ວັງກອນວິໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ (ຖວທ) ໃຫ້ສໍາພາດວ່າ: ໃນໄລຍະຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວກວດກາຄຸ້ມຄອງບັນດາຫົວໜ່ວຍທຸລະກິດຮ້ານກິນດື່ມບັນເທີງຄາຣາໂອເກະ ແລະຮ້ານອາຫານໃຫ້ມີການເຄື່ອນໄຫວຕາມລະບຽບການທີ່ກໍານົດໄວ້ຄື: ການບໍລິການຂອງຮ້ານຕ້ອງປະຕິບັດໂມງເວລາຮອດ 23:30 ໂມງຕ້ອງໄດ້ປິດການບໍລິການທຸກຢ່າງ, ຫ້າມຜູ້ທີ່ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ ແລະເຮັດການບໍລິການຢູ່ໃນສະຖານທີ່. ການນຸ່ງຖືໃນແຕ່ລະຮ້ານແມ່ນໃຫ້ສຸພາບມີລັກສະນະຊາດ. ການຮ້ອງການລໍາແມ່ນຕ້ອງປະຕິບັດຕາມລະບຽບ,ໂດຍອະນຸຍາດໃຫ້ຮ້ອງເພງຕ່າງປະເທດ 30% ນອກນັ້ນແມ່ນເພງ-ລໍາລາວ. ໃນປັດຈຸບັນຮ້ານກິນດື່ມບັນເທີງທີ່ຢູ່ໃນຄວາມຮັບຜິດຊອບຂອງແຂວງມີຈໍານວນ 9 ຮ້ານ, ນອກນັ້ນແມ່ນໄດ້ມອບໃຫ້ບັນດາເມືອງຮັບຜິດຊອບ ແລະ ຂໍໃຫ້ຜູ້ປະກອບການດ້ານທຸລະກິດດັ່ງກ່າວຈົ່ງໄດ້ເປັນເຈົ້າການໃນການປະຕິບັດລະບຽບການທີ່ກໍານົດອອກຢ່າງເຂັ້ມງວດ.
ສໍາລັບປະຊາຊົນຢູ່ໃກ້ກັບຮ້ານກິນດື່ມບັນເທີງໃນເທດສະບານເມືອງປາກເຊທ່ານໜຶ່ງກ່າວວ່າ: ຖ້າຫາກຮ້ານກິນດື່ມບັນເທີງປິດການບໍລິການຖືກຕ້ອງຕາມເວລາທີ່ທາງການກໍານົດໄວ້ກໍ່ຈະເປັນການດີເພື່ອຫຼີກເວັ້ນສຽງເນືອງນັນລົບກວນໃນເວລານອນ.ຜ່ານມາສັງເກດເຫັນວ່າເວລາປະມານ 1-2 ໂມງນັກທ່ອງທ່ຽວສ່ວນໃຫຍ່ທີ່ເປັນໄວລຸ້ນ ຍັງໃຊ້ສຽງເວົ້າດັງ, ທັງຂັບຂີ່ລົດໄວ. ຕໍ່ບັນຫາດັ່ງກ່າວຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຊ່ວຍແກ້ໄຂເພື່ອຄວາມເປັນລະບຽບຂອງສັງຄົມ.
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະກໍ່ສ້າງຮາກຖານ ຫົວໜ້າຊີ້ນໍາແກ້ໄຂປາກົດການຫຍໍ້ທໍ້ຂັ້ນແຂວງກ່າວວ່າ: ໃນການເຄື່ອນໄຫວກວດກາຮ້ານກິນດື່ມບັນເທີງຂອງເຈົ້າໜ້າທີ່ເຫັນວ່າຍັງມີບາງຫົວໜ່ວຍທຸລະກິດຖືເບົາຕໍ່ລະບຽບການທີ່ກໍານົດໄວ້ເຊັ່ນ: ປິດຮ້ານເກີນເວລາທີ່ກໍານົດ, ເປີດສຽງເພງແຮງລົບກວນຜູ້ທີ່ຢູ່ໃກ້ຄຽງ, ຜູ້ມີອາຍຸຕໍ່າກ່ວາ 18 ປີຍັງເຂົ້າມາໃຊ້ບໍລິການໃນຮ້ານກິນດື່ມບັນເທີງຂອງຕົນ. ຕໍ່ກັບບັນຫາດັ່ງກ່າວ, ທາງເຈົ້າໜ້າທີ່ກໍ່ໄດ້ມີການສຶກສາອົບຮົມກ່າວເຕືອນເຈົ້າຂອງກິດຈະການໃຫ້ປະຕິບັດຕາມລະບຽບການຢ່າງຖືກຕ້ອງ ຫຼື ຖ້າຫາກຝ່າຝືນກໍ່ຈະມີການປັບໃໝ ແລະ ປິດກິດຈະການ.
ໃນຕົ້ນເດືອນສິງຫາ 2016 ເຈົ້າໜ້າທີ່ໄດ້ລົງກວດກາຮ້ານກິນດື່ມຢູ່ຕາມຈຸດຕ່າງໆເປັນຕົ້ນ: ກຸ່ມບ້ານທີ V ຂອງເມືອງປາກເຊມີຮ້ານກິນດື່ມຕັ້ງລຽບຕາມເສັ້ນທາງ 13 ໃຕ້ໃກ້ກັບວິທະຍາໄລເຕັກນິກວິຊາຊີບມີຮ້ານກິນດື່ມບັນເທີງ 11 ຮ້ານໃນຈຸດນີ້ເຫັນວ່າມີຄວາມສັບສົນ, ໂດຍສະເພາະແມ່ນຊາວໜຸ່ມໄວໜຸ່ມມາໃຊ້ບໍລິການທັງເວັນ ແລະ ຄືນເປັນຈໍານວນຫຼາຍ. ບາງຄັ້ງກໍ່ມີການອາລະວາດຕີກັນພາໃຫ້ມີຄວາມສ່ຽງກ່ຽວກັບບັນຫາອື່ນໆຈະເປັນໄພຕາມມາ. ໃນຈຸດນີ້ເດັ່ນກ່ວາໝູ່ແມ່ນຮ້ານ ນາໂນ ເປັນບ່ອນນິຍົມຂອງຊາວໜຸ່ມ. ໂດຍສະເພາະວັນເສົາ-ອາທິດແມ່ນຈະມີລູກຄ້າຫຼາຍເຂົ້າມາຮ້ອງເພງຄາຣາໂອເກະ,ດື່ມເບຍມ່ວນຊື່ນອື່ນໆ.ໃນນີ້ຜ່ານການກວດກາຕົວຈິງພົບເຫັນຜູ້ມີອາຍຸຕໍ່າກ່ວາ 18 ປີເຂົ້າມາໃຊ້ບໍລິການ. ສ່ວນຢູ່ບ້ານຫຼັກ 11 ເມືອງບາຈຽງຈະເລີນສຸກ ມີຮ້ານກິນດື່ມທັງໝົດ 19 ຮ້ານ. ກວດກາພົບເຫັນຍິງສາວເປັນຄົນຕ່າງແຂວງເຂົ້າມາເຮັດວຽກບໍລິການເປັນຈໍານວນຫຼາຍເຊິ່ງເຈົ້າໜ້າທີ່ກໍ່ໄດ້ມີການສອບຖາມກ່ຽວກັບປະຫວັດຂອງຜູ້ມາເຄື່ອນໄຫວ, ພ້ອມທັງອອກໜັງສືອະນຸຍາດພັກເຊົາຕາມລະບຽບການ.
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ກ່າວຕື່ມວ່າ: ໃນສົກປີ 2016-2017 ນີ້ເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ຕິດຕາມກວດກາຄຸ້ມຄອງທຸລະກິດກິນດື່ມບັນເທີງ, ຄາຣາໂອເກະ ແລະ ຮ້ານອາຫານຢ່າງເປັນເຈົ້າການ. ຕັ້ງໜ້າໃນການສຶກສາອົບຮົມ, ນໍາເອົາລະບຽບກົດໝາຍມາເຜີຍແຜ່ໃຫ້ຜູ້ປະກອບການຮັບຮູ້ນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນເພື່ອຫຼີກເວັ້ນບໍ່ໃຫ້ສັງຄົມມີຜົນກະທົບ. ສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມຄ້ອງບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມບັນເທີງຢ່າງເດັດຂາດ.
ທີ່ມາ:​ ຈຳປາໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...