ເປີດ​ Wi-Fi ຖິ້ມ​ໄວ້​ເວລາ​ນອນ​ມີ​ຜົນ​ເສຍ​ຫຼາຍກວ່າ​ທີ່​ເຈົ້າ​ຄິດ​

ໃນເວລາ​ທີ່​ເຮົາ​ໃຊ້​ອຸປະກອນ​ອິ​ເລັກ​ໂທນິກ​​ຢູ່​ນັ້ນ​ຮ່າງກາຍ​ຂອງ​ເຮົາ​ຈະ​ໄດ້ຮັບ​ຄື້ນ​ສະຫ​ນາມ​ແມ່​ເຫຼັກ​ໄຟ​ຟ້າ​ຈາກ​ສິ່ງເຫຼົ່ານີ້ ແລະ​ ຜົນ​ກະທົບ​ຂອງ​ມັນ​ຈະ​ເຮັດໃຫ້​ຮ່າງກາຍ​ເຮົາ​ອ່ອນ​ເພຍ​ ຫຼາຍກວ່າ​ປົກກະຕິ​ເຖິງ​ສອງ​ເທົ່າ​ ນັກ​ຮຽນ​ເດນ​ມາ​ກ​ຊັ້ນ​ມັດ​ທະຍົມ​ປາຍ​ 5 ຄົນ ​ໄດ້​ເຮັດການ​ທົດລອງ​ທີ່ສຸດ​ຍອດ​ອອກ​ມາ ​ແລະ​ ຜົນ​ທີ່​ໄດ້​ນັ້ນ​ຈະ​ເຮັດໃຫ້​ ເພື່ອນ​ໆ​ເລີກ​ເປີດ​ Wi-Fi ຖິ້ມ​ໄວ້​ຕອນ​ກາງ​ຄືນ​ແນ່ນອນ​.

1453

ພວກ​ທ່ານ​ພົບ​ວ່າ​ຫາກ​ເປີດ​ມື​ຖື​ຖິ້ມ​ໄວ້​ໃນ​ເວລາ​ກາງ​ຄືນ​ແລ້ວ​ວາງ​ໄວ້ໃກ້​ໆ​ຮ່າງກາຍ​ເຮົາ​ໃນ​ເວລາ​ນອນ​ຫຼັບ​ພັກ​ຜ່ອນ​​ຈະ​ເຮັດໃຫ້​ຮ່າງກາຍ​ເຮົາ​ຮູ້ສຶກ​ບໍ່​ສົດ​ຊື່ນ​ເມື່ອ​ເຮົາ​ຕື່ນຂຶ້ນ​ມາ

ພວກ​ເຂົາໄດ້​ມີການ​ທົດລອງ​ໂດຍ​ການ​ປູກ​ຖົ່ວ​ງອກ​ໃນ​ຫ້ອງ​ທີ່​ມີ​ສັນຍາ​ນ​ໄວ​ຟາຍ ​ແລະ​ ບໍ່​ມີ​ໄວ​ຟາຍ​ ຜ່ານ​ໄປ​ 12 ມື້​ຜົນ​ທີ່​ໄດ້​ນັ້ນ​ໜ້າຕົກ​ໃຈ​ເປັນ​ຢ່າງ​ຫຼາຍ​

ຫ້ອງ​ທີ່​ບໍ່​ມີ​ສັນຍາ​ນ​ໄວ​ຟາຍ​ນັ້ນ​ຖົ່ວ​ງອກ​ໄດ້​ຈະເລີນ​ເຕີບໃຫຍ່​ເປັນ ​ປົກກະຕິ​ ແຕ່​ຫ້ອງ​ທີ່​ມີ​ສັນຍາ​ນ​ໄວ​ຟາຍ​ນັ້ນ​ຖົ່ວ​ງອກ​ກັບ​ບໍ່​ຈະເລີນ​ເຕີບໃຫຍ່​ຊ້ຳ ​ແຖມຍັງ​ຕາຍ​ລົງ​ອີກ​ດ້ວຍ​ ການ​ທົດລອງ​ນີ້​ເຮັດໃຫ້​ພວກ​ເຂົາໄດ້ຮັບ​ຮາງ​ວັນດ້ານ​ວິທະຍາ​ສາດ​ລະ​ດັບ​ທ້ອງ​ຖິ່ນ ​ແລະ​ ເຮັດໃຫ້​ເລື່ອງ​ນີ້​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ວິທະຍາ​ສາດຢ່າງ​ຫລວງຫຼາຍ​.

ເມື່ອຮູ້ແບບນີ້ແລ້ວກ່ອນ​ນອນ​ກໍ​ຢ່າ​ລືມ​ປິດ​ ຫລື ​ນຳ​ມື​ຖື​ໄປ​ວາງ​ໃຫ້​ຫ່າງ​ຈາກ​ຕົວເອງເດີ້​ ນອກ​ຈາກ​ຈະ​ຊ່ວຍ​ຮັກສາ​ສະພາບ​ຮ່າງກາຍ​ແລ້ວ​ຍັງ​ສາມາດ​ຕັດ​ສິ່ງ​ລົບກວນ​ເວລາ​ ພັກ​ຜ່ອນ​ເຮົາ​ໄດ້​ ອີກ​ດ້ວຍ​.

 

ທີ່ມາ: http://news.com.la/detail/18127