ຄົນໄຕ້ຫວັນນັບພັນຄົນ ເຫີ່ໄລ່ຈັບໂປເກມອນ ເຮັດໃຫ້ລົດຕິດຫລາຍຊົ່ວໂມງ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ສິງຫາຜ່ານມານີ້ວ່າ ກະແສຄວາມນິຍົມເກມ ໂປເກມອນ ໂກ ຍັງຄົງແຜ່ລະບາດ ທົ່ວພາກພື້ນອາຊີ ໂດຍສະເພາະຕາມຕົວເມືອງໃຫຍ່ໆ ເຊັ່ນຢູ່ນະຄອນໄທເປ ເກາະໄຕ້ຫວັນ ປະເທດຈີນ ກະແສຄວາມນິຍົມເກມດັ່ງກ່າວນີ້ ໄດ້ເຮັດໃຫ້ມີຜູ້ຄົນນັບພັນຄົນ ຫລັ່ງໄຫລອອກມາລວມຕົວກັນ ຢູ່ສວນສາທາລະນະໂດຍບໍ່ໄດ້ນັດໝາຍ ເຮັດໃຫ້ສະພາບການຈະລາຈອນຕິດຂັດຫລາຍຊົ່ວໂມງ ຈຳເປັນຕ້ອງໄດ້ແຈ້ງເຈົ້າໜ້າທີ່ຕຳຫລວດຈະລາຈອນ ເຂົ້າມາເຮັດໜ້າທີ່ລະບາຍລົດ ແລະ ຈັດລະບຽບຢ່າງກະທັນຫັນ ເນື່ອງຈາກຜູ້ຄົນຈຳນວນຫລາຍ ຕ່າງກໍກົ້ມເບິ່ງໜ້າຈໍໂທລະສັບຂອງຕົນເອງ ເພື່ອອອກຕາມລ່າຫາໂປເກມອນ ໂດຍຫລາຍຄົນໄດ້ອອກມາຢືນຢູ່ກາງຖະໜົນ ເພາະທາງຄົນຍ່າງ ຫລື ຟຸດບາດ ແມ່ນບໍ່ມີບ່ອນໃຫ້ຢືນແລ້ວ.

 

 

137727991_1471927800 137727992_1471927801 137728000_1471927802

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!