spot_img
Homeຂ່າວການພັດທະນາສປປ ລາວ ຈະສູ້ຊົນເຮັດໃຫ້ ຄອບຄົວທຸກຍາກ ຫລຸດລົງຕ່ຳກວ່າ 6,11% ພາຍໃນປີ 2016 ນີ້!

ສປປ ລາວ ຈະສູ້ຊົນເຮັດໃຫ້ ຄອບຄົວທຸກຍາກ ຫລຸດລົງຕ່ຳກວ່າ 6,11% ພາຍໃນປີ 2016 ນີ້!

Published on

ຂປລ. ສປປ ລາວ ຈະສູ້ຊົນເຮັດໃຫ້ ອັດຕາສ່ວນຄອບຄົວທຸກຍາກ ຫລຸດລົງຕ່ຳກວ່າ 6,11% ຂອງຄອບຄົວທັງໝົດແລະ ອັດຕາບ້ານທຸກຍາກ ຫລຸດຕ່ຳກວ່າ 18,38% ຂອງຈຳນວນບ້ານທົ່ວປະເທດໃນປີ 2016 ​ໂດຍສືບຕໍ່ນຳເອົາ ແນວທາງນະໂຍບາຍແລະ ມະຕິຄຳສັ່ງຂອງພັກລັດ ລົງສູ່ຮາກຖານເພື່ອສຸມວຽກງານ ການສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ​ເນື້ອ​​ໃນ 4 ຄາດໝາຍໄປຄຽງຄູ່ກັບວຽກງານ 3 ສ້າງ ​​ໂດຍເລັ່ງໃສ່ຕ້ານປະກົດການຫຍໍ້ທໍ້ຢູ່ໃນບ້ານແລະເມືອງຕ່າງໆເຮັດໃຫ້ພື້ນຖານການເມືອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມກະຕືລືລົ້ນ ປະກອບສ່ວນເຂົ້າໃນການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ​​ເທື່ອລະກ້າວ.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການແລະ ການລົງທຶນ ກ່າວໃນກອງປະຊຸມຄົບຄະນະຂອງ​ ກຳມາທິການ ແຜນການການເງິນ​ ແລະ ການກວດສອບ (ກຜງສ) ​ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງວຽງຈັນວ່າ: ປັດຈຸບັນ ບ້ານທຸກຍາກຍັງເຫລືອ 1.680 ກວ່າບ້ານ, ​ເທົ່າກັບ 19,95%,ອັດຕາຄອບຄົວທຸກຍາກ ຍັງເຫລືອ 6,59% (​ປີ 2015), ​ໄດ້ປະກາດເມືອງຫລຸດພົ້ນອອກຈາກບັນຊີ 47 ​ເມືອງທຸກຍາກທີ່ສຸດໄດ້ 14 ​ເມືອງ ຄື: ​ເມືອງບໍລິຄັນ, ຄຳເກີດແລະເມືອງວຽງທອງ ແຂວງບໍລິຄຳໄຊ, ​ເມືອງຄູນ, ​ເມືອງໜອງແຮດແຂວງຊຽງຂວາງ, ​ເມືອງທ່າໂທມແຂວງໄຊສົມບູນ, ​ເມືອງບາຈຽງ, ສຸຂຸມມາແຂວງຈຳປາສັກ, ​ເມືອງນາກາຍແຂວງຄຳມ່ວນ, ​ເມືອງສັງທອງ ນະຄອນຫລວງວຽງຈັນ, ​ເມືອງພູຄູນແຂວງຫລວງພະບາງ, ​ເມືອງວິລະບູລີແລະເມືອງພິນແຂວງສະຫວັນນະເຂດ, ​ເມືອງໄຊຍະບູລີແຂວງໄຊຍະບູລີ. ພ້ອມນີ້, ຍັງສາມາດສ້າງບ້ານ (ທີ່ນອນຢູ່ໃນ 167 ຈຸດຈັດສັນພູມລຳເນົາເປັນຕົວເມືອງໃນຊົນນະບົດໃນຕໍ່ໜ້າໄດ້ 8 ບ້ານ, ມີ 6 ບ້ານໄດ້ປະກາດເປັນຕົວເມືອໃນຊົນນະບົດຄື: ບ້ານນາຫລາ ເມືອງໄຊຍະບູລີ, ບ້ານບວມເລົາ-​ຜາແກ້ວ, ບ້ານເມືອງປາເມືອງປາກລາຍແຂວງໄຊຍະບູລີ, ບ້ານຜາເມືອງເມືອງບໍລິຄັນແຂວງບໍລິຄຳໄຊ, ບ້ານຫ້ວຍກອງເມືອງປາກຊ່ອງແລະ ບ້ານນາດີເມືອງມູນລະປະໂມກແຂວງຈຳປາສັກ.

 

ແຫລ່ງຂ່າວ:

ຂປລ

 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...