spot_img
Homeນານາສາລະວິທີໄລ່ແມງວັນ ທີ່ປາສະຈາກສານເຄມີ

ວິທີໄລ່ແມງວັນ ທີ່ປາສະຈາກສານເຄມີ

Published on

ແມງວັນ ເປັນພາຫະນຳເຊື້ອ ພະຍາດຫລາຍຊະນິດ ມາສູ່ຄົນເຮົາ ແລະ ເປັນສິ່ງທີ່ທຸກຄົນ ບໍ່ເພິ່ງປາຖະໜາ ໃຫ້ມີຢູ່ຕາມບ້ານ ເຮືອນຂອງຕົນ, ສະນັ້ນຄໍລຳ ສຶກສາຫາຄວາມຮູ້ ຈຶ່ງນຳເອົາວິ ທີໄລ່ແມງວັນໃຫ້ຮູ້, ໂດຍບໍ່ຕ້ອງນຳ ໃຊ້ສານເຄມີ ນຳສະເໜີທັງນີ້ກໍ ເພື່ອເຮັດໃຫ້ການດຳລົງຊີວິດ ຂອງໝົດທຸກຄົນຖືກຕ້ອງ ຕາມຫລັກອະນາໄມ ແລະ ປອດໄພຈາກສານເຄມີ ຕົກຄ້າງ.

ວີທີທີໜຶ່ງ:

1.ໃຊ້ນ້ຳຢາລ້າງຖ້ວຍ ປະສົມກັບນ້ຳ ໃນປະລິມານເທົ່າໆ ກັນ1/1 ຈາກນັ້ນກໍ ນຳສ່ວນປະສົມ ໄປສີດໃສ່ແມງວັນ.

2. ແມ່ນໃຊ້ພິກໄທ ປົ່ນປະສົມກັບນ້ຳຕານ ເຊື່ອມໜຽວໆໂດຍ ປະສົມກັນ ໃຫ້ເປັນເນື້ອໜຽວໆ ແລ້ວນຳໄປຕິດ ລົງແຜ່ນເຈ້ຍ ໜັງສືພີມເກົ່າ ເພື່ອວາງລໍ້ແມງວັນ ຈາກນັ້ນເມື່ອແມງວັນບິນ ມາຕອມພິດເຜັດຮ້ອນ ຂອງພິກໄທ ກໍຈະເຮັດໃຫ້ແມງວັນຕາຍ.

3. ໃຊ້ຢາງພາລາ ສົດປະສົມກັບ ນ້ຳມັນພືດ ໃຫ້ມີຄວາມມື່ນ  ແລະ ໜຽວຈາກນັ້ນ ໃສ່ພາຊະນະ ຫລື ຕິດລົງແຜ່ນເຈ້ຍແລ້ວ ເອົາເຫຍື່ອລໍ້ວາງໃສ່ເຊັ່ນ: ອາຫານບູດເມື່ອແມງວັນມາຕອມ ກໍ່ຈະຕິດ.

4. ໃຊ້ນ້ຳສົ້ມສາຍຊູ ປະສົມກັບນ້ຳແລ້ວ ນຳໄປສີດ ຫລືທາບໍລິເວນ ມຸ້ງລວດ ແລະ ຈຸດທີ່ມີແມງວັນ ມັກຕອມນ້ຳສົ້ມສາຍຊູ ຈະເຮັດໃຫ້ແມງວັນ ຫລີກລ່ຽງ ແລະ ບິນໜີໄປທາງ ອື່ນ.

5. ປອກກະທຽມ ແລ້ວນຳໄປໃສ່ໝໍ້ ທີ່ນ້ຳກຳລັງຟົດ ຈາກນັ້ນນຳງ່າໄມ້ນ້ອຍໆ ມາແຊ່ລົງປະໄວ້ຈົນແນ່ໃຈ ວ່າກິ່ນກະທຽມ ຕິດງ່າໄມ້ໄດ້ດົນ ແລ້ວກໍ່ນຳໄປ ປັກໄລ່ແມງ ວັນໃນຈຸດ ຕ່າງໆ, ກິ່ນຂິວຂອງກະທຽມ ຈະເຮັດໃຫ້ແມງວັນບໍ່ຢາກເຂົ້າໃກ້.

 

ທີ່ມາ: http://kpl.gov.la/detail.aspx?id=16240

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...