spot_img
Homeຄົມຄິດຄົມຄົນພຶດຕິກຳຂອງຜູ້ໃຊ້ເຟສບຸກ ທີ່ອາດສ້າງຄວາມລຳຄານໃຫ້ຄົນອື່ນໄດ້! ອ່ານເບິ່ງວ່າມີຫຍັງແນ່

ພຶດຕິກຳຂອງຜູ້ໃຊ້ເຟສບຸກ ທີ່ອາດສ້າງຄວາມລຳຄານໃຫ້ຄົນອື່ນໄດ້! ອ່ານເບິ່ງວ່າມີຫຍັງແນ່

Published on

ເວັບໄຊ໌ຂ່າວ Mirror news ຂອງປະເທດອັງກິດ ໄດ້ຮວບຮວມ 10 ພຶດຕິກຳຂອງຜູ້ໃຊ້ ເຟສບຸກ ທີ່ອາດຈະສ້າງຄວາມລຳຄານໃຫ້ກັບເພື່ອນບາງຄົນໄດ້ ແຕ່ວັນນີ້ພວກເຮົາຂໍນຳສະເໜີພຽງ 8 ພຶດຕິກຳເທົ່ານັ້ນ ເພາະສອງຂໍ້ທີ່ເຫຼືອມັນມີເນື້ອໃນຊ້ຳກັບຫົວຂໍ້ອື່ນໆ ເຊິ່ງຈະມີຫຍັງແນ່ເຮົາມາອ່ານກັນເລີຍ

1. ຄົນປະເພດທີ່ເຮົາຮູ້ໂລກຕ້ອງຮູ້ ບອກທຸກສິ່ງທຸກຢ່າງບໍ່ວ່າຈະເຮັດຫຍັງ, ຢູ່ໃສກໍ່ຕາມ ຕ້ອງໂພສຂຶ້ນເຟສບຸກຕະຫຼອດເວລາ ໂດຍບໍ່ຄຳນຶງວ່າ ເພື່ອນໃນເຟສບຸກທ່ານນັ້ນເຂົາຢາກຮູ້ຢາກເຫັນເລື່ອງຂອງທ່ານ ຫຼື ບໍ່

2. ເພື່ອນປະເພດມັກສົ່ງຄຳເຊີນໃຫ້ຮ່ວມຫຼິ້ນເກມ ເຖິງແມ່ນວ່າເຮົາບໍ່ຮັບຄຳເຊີນແຕ່ກໍ່ມັກສົ່ງມາໃຫ້

3. ຄູ່ຮັກທີ່ມັກໂພສຕ໌ໂຊຫວານກັນຕະຫຼອດເວລາ ເຫັນຫຼາຍໆກໍ່ຮູ້ສຶກລຳຄານໄດ້

4. ຄົນປະເພດທີ່ມັກເອົາເລື່ອງບັນຫາຊີວິດມາລະບາຍລົງເຟສບຸກ ບໍ່ວ່າຜິດກັບໃຜມາ ຮັກກັບໃຜມາ ກໍ່ນຳມາຂຽນລະບາຍເປັນປະຈຳ ຄັ້ງ 1-2 ໝູ່ກໍ່ເຂົ້າໃຈ ແລະ ຄອຍໃຫ້ຄຳປຶກສາໄດ້ ແຕ່ຖ້າເຮັດປະຈຳໝູ່ກໍ່ຄົງຍອມ

5. ຄົນທີ່ມັກໂພສຕ໌ພາບ-ວິດີໂອໂປ້ ຫຼື ມັກໂພສຕ໌ໂຊຂອງຕົນເອງ ແລະ ມັກໂພສຕ໌ເວລາທີ່ຕົນເອງມີຫຍັງກັບໃຜແລ້ວມາໂພສຕ໌ພ້ອມບັນຍາຍ ເປັນປະຈຳ

6. ປະເພດມັກຝາກຂາຍເຄື່ອງໃນເຟສຄົນອື່ນ ມັກແທັກສິນຄ້າຂອງຕົນເອງລົງເຟສບຸກຂອງຄົນອື່ນ

7. ພວກມັກໃຊ້ພາສາໄວລຸ້ນ ສັບໄວລຸ້ນເກີນໄປ ຈົນອ່ານເກືອບບໍ່ເຂົ້າໃຈວ່າຂຽນວ່າແນວໃດ

8. ພວກມັກແທັກຮູບທີ່ມີເຮົາຢູ່ໃນພາບ ເປັນປະຈຳ ບາງຄັ້ງບາງຮູບເຮົາກໍ່ບໍ່ຢາກໂຊໃຫ້ໃຜເຫັນ

 

ຂໍ້ມູນຈາກ: http://www.wegointer.com/

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...