spot_img
Homeຂ່າວຕ່າງປະເທດກຸ່ມໄອເອສໃນອີຣັກ ຢຶດໂຮງງານອາວຸດເຄມີ

ກຸ່ມໄອເອສໃນອີຣັກ ຢຶດໂຮງງານອາວຸດເຄມີ

Published on

550386-01

ທາງການອີຣັກ ຢືນຢັນວ່າ ກຸ່ມໄອເອສ ຢຶດໂຮງງານອາວຸດເຄມີເກົ່າ ແລະປຸ້ນວັດຖຸບາງສ່ວນ ແຕ່ເຊື່ອວ່າ ບໍ່ໜ້າຈະເອົາໄປຜະລິດເປັນອາວຸດໃຊ້ງານໄດ້.

ລັດຖະບານອີຣັກສົ່ງຈົດໝາຍແຈ້ງໄປຍັງສະຫະປະຊາຊາດ ລົງວັນທີ 1 ກໍລະກົດ 2014 ແຕ່ຫາກໍຖືກເຜີຍແຜ່ໃນວັນທີ 8 ກໍລະກົດ 2014 ວ່າ ກຸ່ມກໍ່ການຮ້າຍສາມາດຢຶດໂຮງງານຜະລິດອາວຸດເຄມີເກົ່າຂອງອະດີດປະທານາທິບໍດີຊັດດຳ ຮຸສເຊນ ທີ່ເມືງມູທັນນາ ເມື່ອຄືນວັນທີ 11 ມິຖຸນາ ສົ່ງຜົນໃຫ້ລັດຖະບານອີຣັກບໍ່ສາມາດປະຕິບັດຕາມພັນທະກໍລະນີທຳລາຍອາວຸດເຄມີ ຈົນກວ່າສະຖານະການຈະດີຂຶ້ນແລະຢຶດຄືນ ຈົດໝາຍລະບຸວ່າ ຕອນເຊົ້າຂອງວັນທີ 12 ມິຖຸນາ ລະບົບເຝົ້້າລະວັງທີ່ໂຮງງານຖືກເຮັດໃຫ້ໃຊ້ການບໍ່ໄດ້ ສະທ້ອນວ່າມີການປຸ້ນອຸປະກອນ ແລະເຄື່ອງມືບາງສ່ວນໄປ ຈົດໝາຍສະບັບນີ້ຢືນຢັນຂໍ້ມູນຈາກສະຫະລັດ ເມື່ອວັນທີ 19 ມິຖຸນາ ວ່າກຸ່ມລັດອິສລາມ ຢຶດໂຮງງານຜະລິດອາວຸດເຄມີເກົ່າ ແຕ່ເຊື່ອວ່າບໍ່ສາມາດຜະລິດອາວຸດເຄມີທີ່ໃຊ້ການໄດ້ ເນື່ອງຈາກວັດຖຸທີ່ຍັງຫຼົງເຫຼືອຢູ່ນັ້ນເກົ່າ ແລະເສື່ອມໂຊມໝົດແລ້ວ.

ໂຮງງານມູທັນ ນາ ຢູ່ຫ່າງຈາກນະຄອນຫຼວງແບກແດດຂອງອີຣັກໄປທາງຕາເວັນຕົກສ່ຽງເໜືອປະມານ 72 ກິໂລແມັດ ເລິ່ມຜະລິດກ໊າສມັສຕາດແລະສານທຳລາຍປະສາດ ລວມທັງກ໊າສຊາຣິນ ໃນຕົ້ນຊຸມປີ 1980 ຫຼັງຈາກຊັດດຳ ຂຶ້ນສູ່ອຳນາດ ແລະຂະຫຍາຍອອກໄປໃນໄລຍະຫຼັງສົງຄາມອີ້ຣັກ-ອີຣານ 10 ປີ ກ່ອນຈະຖືກປິດໂຕລົງຫຼັງສົງຄາມອ່າວເປີເຊຍ ເຊື່ອວ່າປັດຈຸບັນຍັງເປັນບ່ອນເກັບມ້ຽນລູກຈະຫຼວດບັນຈຸກ໊າສຊາຣິນແລະມັສຕາດປະມານ 2,500 ລູກ ແລະສານທຳລາຍປະສາດອື່ນໆຢູ່.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...