spot_img
Homeຊີວິດແລະຄວາມຮັກສາມີ 7 ປະເພດທີ່ພະພຸດທະເຈົ້າໄດ້ຊົງແຍກໄວ້ ຢາກເປັນຫຼືຢາກໄດ້ສາມີປະເພດໃດ ອ່ານແລ້ວເລືອກເອົາເດີ!

ສາມີ 7 ປະເພດທີ່ພະພຸດທະເຈົ້າໄດ້ຊົງແຍກໄວ້ ຢາກເປັນຫຼືຢາກໄດ້ສາມີປະເພດໃດ ອ່ານແລ້ວເລືອກເອົາເດີ!

Published on

ປະເພດຂອງສາມີຕາມທີີ່ພະພຸດທະເຈົ້າໄດ້ຊົງແຍຍກໄວ້ເປັນ 7 ປະເພດ ໂດຍສະຫຼຸບຫຍໍ້ໆ ດັ່ງນີ້:

  1. ສາມີທີ່ປຽບຄືເພັດຊະຄາດ ໝາຍເຖິງ ສາມີທີ່ເປັນຄົນໃຈຮ້າຍ ຂີ້ໂມໂຫ ໃຊ້ພາສາຫຍາບຄາຍ ມີໃຈມຸ່ງຮ້າຍຕໍ່ພັນລະຍາຢູ່ສະເໝີ ມັກຜິດຖຽງຮ້າຍດ່າຕົບຕີພັນລະຍາເປັນປະຈຳ ມັກປົກຄອງພັນລະຍາດ້ວຍອຳນາດຫຼາຍກວ່າເຫດຜົນ.

2. ສາມີທີ່ປຽບເໝືອນໂຈນ ມີລັກສະນະມັກລ້າງຜານຊັບສິນທີ່ມີໃຫ້ໝົດໄປດ້ວຍການເສບຂອງມືນເມົາ, ຫລິ້ນແສ້ພານສາວ ແລະການພະນັນເປັນຕົ້ນ.

3. ສາມີທີ່ປຽບເໝືອນນາຍ ໝາຍເຖິງ ສາມີທີ່ມັກເຮັດຕົນເປັນນາຍກົດຂີ່ພັນລະຍາຂອງຕົນຄືທາດຫຼືຄົນຮັບໃຊ້ ທີ່ຕ້ອງເຊື່ອຟັງຕົນຢູ່ຕະຫຼອດເວລາ ມັກໃຊ້ຖ້ອຍຄຳຫຍາບຄາຍ ຂົ່ມຂູ່ ບໍ່ໃຫ້ກຽດພັນລະຍາ.

4. ສາມີທີ່ເປັນຄືພໍ່ ໝາຍເຖິງສາມີປະເພດທີ່ຈະມີຄວາມຮັກ ຄວາມກັງວົນ ຫ່ວງໃຍພັນລະຍາຂອງຕົນ ຄືດັ່ງພໍ່ທີ່ມີຄວາມຮັກຄວາມເປັນຫ່ວງລູກຂອງຕົນ.

5. ສາມີທີ່ປຽບຄືອ້າຍ ໝາຍເຖິງ ສາມີທີ່ມີຄວາມຮັກພັນລະຍາຄືນ້ອງສາວຂອງຕົນ ເຊິ່ງສາມີປະເພດນີ້ ຈະຕ້ອງມີຄວາມອົດທົນ ເພາະພັນລະຍທີ່ປຽບເໝືອນນ້ອງສາວນັ້ນ ບາງທີກໍທັງດື້, ຂີ້ງອນ, ຂີ້ອ້ອນ ສາມີຕ້ອງທັງຂູ່ທັງເອົາໃຈ.

6. ສາມີທີ່ປຽບຄືໝູ່ ສາມີພັນລະຍາປະເພດນີ້ມັກມີອາຍຸເທົ່າໆ ກັນ ບາງທີກໍເຄີຍເປັນໝູ່ກັນມາຕັ້ງແຕ່ນ້ອຍ ມັກນິໄສໃຈຄໍ ລົດນິຍົມອັນດຽວກັນ ເປັນຄູ່ສາມີພັນລະຍາທີ່ຕ້ອງເພິ່ງພາອາໄສກັນ ຖືວ່າອີກຝ່າຍເປັນເພື່ອນຮ່ວມຊີວິດ.

7. ສາມີທີ່ປຽບຄືທາດ ຄອຍຮັບໃຊ້ພັນລະຍາທຸກຢ່າງໂດຍບໍ່ມີຄວາມລັງກຽດ.

ຍິງສາວຜູ້ໃດໄດ້ສາມີ 4 ປະເພດຫຼັງນີ້ ເຖິງແມ່ນພຽງປະເພດໃດປະເພດໜຶ່ງ ກໍນັບວ່າມີຄວາມສຸກແນ່ນອນ ຫຼືຜູ້ຊາຍຜູ້ໃດຫາກໄດ້ຕັ້ງຕົນເປັນສາມີ 4 ປະເພດຫຼັງນີ້ ເຖິງແມ່ນພຽງປະເພດໃດປະເພດໜຶ່ງ ກໍຖືວ່າໄດ້ເປັນສາມີທີ່ດີໃນລະດັບໜຶ່ງແລ້ວ.

ສະເໜີໂດຍ: ແອັດມິນຊຽງ
ຮູບປະກອບຈາກອິນເຕີເນັດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...