spot_img
Homeຊີວິດແລະຄວາມຮັກໜ້າທີ່ຂອງສາມີ-ພັນລະຍາ ທີ່ຄວນມີຕໍ່ກັນ ປະຕິບັດແລ້ວຄອບຄົວຮັ່ງມີຜາສຸກ

ໜ້າທີ່ຂອງສາມີ-ພັນລະຍາ ທີ່ຄວນມີຕໍ່ກັນ ປະຕິບັດແລ້ວຄອບຄົວຮັ່ງມີຜາສຸກ

Published on

ການສ້າງຄອບຄົວແມ່ນເລິ່ມຈາກຄົນສອງຄົນ ຈາກຄົນລະບ່ອນ ຄົນລະພໍ່ແມ່ມາຢູ່ຮ່ວມກັນ ເພື່ອເຕີມເຕັມໃສ່ກັນແລະກັນ ເຮັດໃຫ້ມີຄວາມສົມບູນຂຶ້ນ ເຊິ່ງຈະນຳມາເຊິ່ງຄວາມອຸດົມສົມບູນພູນສຸກຂອງຊີວິດຄອບຄົວ ແລະສິ່ງທີ່ຈະມາເຕີມເຕັມເຊິ່ງກັນແລະກັນນັ້ນຄືໜ້າທີ່ ຂອງສາມີ ແລະ ພັນລະຍາ ທີ່ຈະເອົາມາປະສົມກັນ.

ໜ້າທີ່ຂອງສາມີທີ່ຄວນມີຕໍ່ພັນລະຍາຂອງຕົນປະກອບມີ:
1. ໃຫ້ການຍ້ອງຍໍພັນລະຍາຂອງຕົນເອງດ້ວຍຫົວໃຈ
2. ບໍ່ດູຖູກດູໝິ່ນພັນລະຍາ
3. ບໍ່ປະພຶດນອກໃຈພັນລະຍາ
4. ມອບຄວາມເປັນໃຫຍ່ໃນເຮືອນໃຫ້ແກ່ພັນລະຍາ
5. ຊື້ເຄື່ອງປະດັບໃຫ້ພັນລະຍາ ແລະພາພັນລະຍາອອກງານ ຕາມສົມຄວນ.

ໜ້າທີ່ຂອງພັນລະຍາທີ່ຄວນມີຕໍ່ສາມີຂອງຕົນປະກອບມີ:
1. ເຮັດວຽກເຮືອນໃຫ້ດີຮຽບຮ້ອຍ
2. ໃຫ້ຄວາມຊ່ວຍເຫຼືອ(ສົງເຄາະ)ຄົນຂ້າງຄຽງຂອງສາມີເປັນຢ່າງດີ
3. ບໍ່ປະພຶດນອກໃຈສາມີ
4. ຮັກສາຊັບສົມບັດທີ່ສາມີຫາມາໄດ້ໃຫ້ດີ
5. ດຸໝັ່ນຂະຫຍັນພຽນ ບໍ່ກຽດຄ້ານໃນກິດຈະການງານທັງປວງ.

ສາມີນັ້ນຖືເປັນຜູ້ນຳຄອບຄົວ ສ່ວນພັນລະຍາ ເປັນຜູ້ຮ່ວມຄອບຄົວ ທີ່ຕົນຈະຕ້ອງເບິ່ງແຍງຮັບຜິດຊອບ ແລະໃຫ້ກຽດຍ້ອງຍໍ ທັງຕໍ່ໜ້າແລະລັບຫຼັງ ບໍ່ປະພຶດນອກໃຈອັນເປັນສາເຫດເຮັດໃຫ້ມີປາກສຽງແລະຄອບຄົວແຕກແຍກ ສາມີຄວນມອບຄວາມເປັນໃຫຍ່ໃນເຮືອນໃຫ້ພັນລະຍາເປັນຜູ້ເບິ່ງແຍງ ໂດຍສະເພາະເລື່ອງກ່ຽວກັບການແຕ່ງກິນ ການເບິ່ງແຍງຄວາມສະອາດ ໂດຍຕົນຈະຕ້ອງເປັນຜູ້ຄອຍໃຫ້ຄວາມຊ່ວຍເຫຼືອຕາມສົມຄວນ ບໍ່ແມ່ນປະໃຫ້ເປັນໜ້າທີ່ຂອງພັນລະຍາແຕ່ພຽງຜູ້ດຽວ ແລະມອບເງິນຄຳ ເຄື່ອງປະດັບ ໃຫ້ພັນລະຍາຂອງຕົນຕາມສົມຄວນ.

ພັນລະຍານອກຈາກຈະເປັນແມ່ບ້ານ ໂດຍບໍ່ຂາດຕົກບົກພ່ອງແລ້ວ ຍັງຕ້ອງໃຫ້ການສົງເຄາະຍາດຕິພີ່ນ້ອງຂອງຕົນ ແລະຂອງຝ່າຍສາມີ ລວມທັງເພື່ອນມິດສະຫາຍຕາມສົມຄວນ ບໍ່ປະພຶດນອກໃຈ ຮັກສາຊັບ ແລະເປັນເພື່ອນຄູ່ຄິດມິດຄູ່ໃຈ ໃຫ້ຄຳປຶກສາ ຫຼືຄອຍໃຫ້ກຳລັງໃຈສາມີເພື່ອຄວາມຜາສຸກຂອງຄອບຄົວ.

ເອົາໄປປະຕິບັດເບິ່ງໂລດ ເຊື່ອວ່າຄອບຄົວຈະອົບອຸ່ນ ແລະອຸດົມພູນສຸກຢ່າງແນ່ນອນ ອັນນີ້ ພະພຸດທະເຈົ້າໄດ້ແນະນຳໄວ້ໃຫ້ແລ້ວ! ແລະຢ່າລືມບອກຕໍ່ໃຫ້ຄົນອື່ນຮູ້ນຳແດ່ເດີ ເພື່ອສ້າງສັນສັງຄົມໃຫ້ມີແຕ່ຄວາມອົບອຸ່ນ!.

ແອັດມິນຊຽງ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...