Homeນານາສາລະຕົ້ນໄມ້ມຸງຄຸນ 9 ຊະນິດ ທີ່ຄວນປູກໄວ້ເຮືອນ

ຕົ້ນໄມ້ມຸງຄຸນ 9 ຊະນິດ ທີ່ຄວນປູກໄວ້ເຮືອນ

Published on

ຕົ້ນໄມ້ມຸງຄຸນ 9 ຊະນິດ ທີ່ຄວນປູກໄວ້ໃກ້ເຮືອນເຊື່ອວ່າຊີວິດຈະດີຂຶ້ນ

  1. ຕົ້ນໝາກມີ້: ເປັນໄມ້ມຸງຄຸນອີກຊະນິດໜຶ່ງທີ່ນິຍົມປູກໄວ້ໃນບ້ານເຮືອນ, ຕົ້ນມີ້ເປັນຕົ້ນໄມ້ຊະນິດໜຶ່ງທີ່ເປັນມຸງຄຸນ ເຊິ່ງຕາມຄວາມເຊື່ອຂອງຄົນສະໄໝບູຮານ ເຊື່ອວ່່າຫາກປູກໝາກມີ້ໃນບໍລິເວນເຮືອນ ຈະເຮັດໃຫ້ມີບຸນບາລະມີ ເງິນທອງ ຈະມີຄົນຊ່ວຍເຫຼືອ ຫຼືອຸດໜູນເຮັດຫຍັງກໍຈະສຳເລັດ
  2. ຕົ້ນໝາກນາວ: ເປັນພືດພື້ນເມືອງໃນພູມພາກເອເຊຍຕາເວັນອອກສ່ຽງໃຕ້ ທີ່ມີລັກສະນະເປັນໄມ້ພຸ່ມເຕ້ຍ, ເມື່ອໝາກສຸກຈະເເປັນໝາກສີເຫຼືອງ ເປືອກບາງ ໝາກນາວມີປະໂຫຍດທາງຢາຫຼາຍຢ່າງເຊັ່ນ ຊ່ວຍຂັບລົມ, ຮັກສາອາການທ້ອງອືດ, ຂັບຂີ້ກະເທິ, ຄົນສະໄໝບູຮານເຊື່ອວ່າ ການປູກໝາກນາວຈະເຮັດໃຫ້ມີຄວາມສຸກກາຍ, ສະບາຍໃຈ ສາມາດປ້ອງກັນສັດຕູໄດ້
  3. ຕົ້ນໝາກມ່ວງ: ເປັນຕົ້ນໄມ້ທີ່ໃຫຍ່ ແລະເປັນຕົ້ນໄມ້ມຸງຄຸນຊະນິດໜຶ່ງ ທີ່ມີມາຕັ້ງແຕ່ສະໄໝພຸດທະການ, ປູກງ່າຍ, ມີຫຼາຍສາຍພັນ, ໝາກສາມາດຮັບປະທານໄດ້ທັງດິບ ແລະສຸກ, ເຊື່ອວ່າການປູກຕົ້ນມ່ວງຈະຊ່ວຍໃຫ້ລໍ່າລວຍເງິນທອງ,​ ກິດຈະການຈະເລີນຮຸ່ງເຮືອງ.
  4. ຕົ້ນສົ່ໍ້ມປ່ອຍ: ເປັນຕົ້ນທີ່ດອກນ້ອຍເປັນຊໍ່ຄືກັບດອກກະຖິນ, ສາມາດໃຊ້ຮັກສາພະຍາດຕ່າງໆໄດ້ເຊັ່ນ: ໃບ ຊ່ວຍຮັກສາອາການລົງຂາວໄດ້, ໝາກ ຊ່ວຍແກ້ໄອ, ພະຍາດຜິວໜັງ, ບໍາລຸງເສັ້ນຜົມ. ຄົນບູຮານເຊື່ອວ່າ ສົ້ມປ່ອຍຈະຊ່ວຍຂັບໄລ່ສິ່ງຊົ່ວຮ້າຍ, ໄລ່ຜີ ສິ່ງທີ່ບໍ່ດີຕ່າງໆອອກໄປໄດ້
  5. ຕົ້ນໝາກຍົມ: ເປັນກົກໄມ້ຢືນຕົ້ນ ເຊື່ອວ່າ ການປູກໝາກຍົມ ຈະເຮັດໃຫ້ຄົນມີຄວາມນິຍົມ, ຍັງສາມາດໄລ່ຜີຮ້າຍໄດ້ອີກດ້ວຍ
  6. ຕົ້ນກະຖິນ: ເປັນຕົ້ມໄມ້ພຸ່ມ ເຊື່ອວ່າກະຖິນເປັນຕົ້ນໄມ້ທີ່ຊ່ວຍປ້ອງກັນສິ່ງບໍ່ດີ ສິ່ງຊົ່ວຮ້າຍໃຫ້ອອກຈາກເຮືອນໄດ້
  7. ຕົ້ນດອກໄມ້ເງິນໄມ້ຄຳ: ເປັນຕົ້ນໄມ້ພຸ່ມຂະໜາດນ້ອຍ ເຊື່ອວ່າດອກໄມ້ຊະນິດນີ້ເປັນຕົ້ນໄມ້ແຫ່ງບຸນບາລະມີ, ຫາກປູກໄວ້ຈະເຮັດໃຫ້ເກີດສິລິມຸງຄຸນ, ຊີວິດມີບຸນກຸສົນ, ສະມາຊິກໃນບ້ານຈະເປັນຄົນດີ, ຄອບຄົວຢູ່ເຢັນເປັນສຸກ.
  8. ດອກເຈ້ຍ: ເປັນລາຊີນີແຫ່ງດອກໄມ້ປະດັບ ເຊື່ອວ່າ ດອກເຈ້ບຍ ຈະຊ່ວຍໃຫ້ຊີວິດຮຸ່ງເຮືອງ, ຈະເລີນກ້າວໜ້າ ມີຄວາມສະຫວ່າງສົດໃສ, ມີລາສີ ແກ່ຄົນໃນຄອບຄົວ
  9. ຕົ້ນຄູນ: ເປັນກົກໄມ້ຢືນຕົ້ນ ເຊື່ອວ່າຖ້າປູກໄວ້ໃນເຮືອນ ຈະເຮັດໃຫ້ຊີວິດມີແຕ່ຄວາມຮຸ່ງເຮືອງເຫຼືອງເຫຼື້ອມຄືກັບດອກຂອງມັນ, ເຮັດຫຍັັງກໍປະສົບຜົນສຳເລັດ ແລະກໍຄໍ້າຄູນເຮືອນຊານ

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...