Homeນານາສາລະ6 ສິ່ງທີ່ຜູ້ຍິງເກັ່ງ, ງາມ ແລະລວຍ ມັກເຮັດໃນບ່ອນເຮັດວຽກເປັນປະຈໍາ

6 ສິ່ງທີ່ຜູ້ຍິງເກັ່ງ, ງາມ ແລະລວຍ ມັກເຮັດໃນບ່ອນເຮັດວຽກເປັນປະຈໍາ

Published on

ສຳລັບຜູ້ຍິງເກັ່ງ ບໍ່ວ່າຈະອາຊີບໃດ ການເຮັດວຽກກໍມີຜົນກັບຊີວິດຂອງພວກເຂົາຫຼາຍ, ມື້ນີ້ເຮົາມີ 6 ວິທີມາຝາກເປັນເຄັດລັບ, ບໍ່ວ່າຈະເຮັດວຽກໃດ ກໍຊ່ວຍໃຫ້ເຈົ້າເກັ່ງ, ງາມ ແລະລວຍໄດ້ໃນສາຍອາຊີບໄດ້ຫຼາຍຂຶ້ນກວ່າເດີມແນ່ນອນ ທີ່ສຳຄັນຄື ມັນຈະຊ່ວຍຈິດໃຈອັນວຸ່ນວາຍໃນແຕ່ລະມື້ໄດ້

  1. ອ່ານຂ່າວ ຫຼືເລື່ອງລາວທີ່ກ່ຽວກັບວຽກຂອງເຈົ້າ: ການອັບເດດຢູ່ຕະຫຼອດວ່່າຕອນນີ້ວົງການຂອງເຈົ້າມີຄວາມເຄື່ອນໄຫວແນວໃດ, ມັນກໍສາມາດເຮັດໃຫ້ເຈົ້າຮູ້ທັນ ແລະເບິ່ງເຫັນໂອກາດຫຼາຍກວ່າເດີມ, ນອກຈາກນີ້ແລ້ວ ໃນປະຈຸບັນຍັງມີການເຄື່ອນໄຫວທີ່ໄວ, ດັ່ງນັ້ນ ການໝັ່ນອັບເດດເລື່ອງຕ່າງໆອ້ອມຕົວຈຶ່ງຖືເປັນເລື່ອງສຳຄັນສຳລັບການພັດທະນາຕົວເອງ.
  2. ເບິ່ງຕາລາງນັດໝາຍການປະຊຸມ: ນອກເໜືອຈາກວຽກທີ່ຕ້ອງເຮັດແລ້ວ ການປະຊຸມກໍຖືເປັນສິ່ງທີ່ກິນເວລາສຸດໆ ການເຊັກຕາລາງປະຊຸມກ່ອນລ່ວງໜ້າ ຈະຊ່ວຍໃຫ້ເຮົາເຫັນພາບວ່າຈະຈັດລຳດັບຄວາມສຳຄັນແນວໃດ ແລະເຮັດໃຫ້ການປະຊຸມມີປະສິດທິພາບຫຼາຍຂຶ້ນ
  3. ເວົ້າກັບເພື່ອນຮ່ວມງານເກົ່າ: ຫຼາຍຄົນອາດເຄີຍຍ້າຍບ່ອນເຮັດວຽກຕະຫຼອດ ແຕ່ສິ່ງສຳຄັນຄື ຢ່າລືມໝູ່ ໃນບ່ອນເຮັດວຽກເກົ່າ ເພາະຈະເຮັດໃຫ້ມີຄວາມສຳພັນອັນດີ ແລະຍາມເດືອດຮ້ອນກໍອາດຈະໄດ້ໝູ່ເກົ່າໆນີ້ລະທີ່ຄອຍຊ່ວຍເຫຼືອເຈົ້າໄດ້, ຫາກວຽກຫຍຸ້ງເກີນກວ່າຈະພົບກັນ ກໍຢ່າລືມສົ່ງຂໍ້ຄວາມຫາກັນ
  4. ລົມກັບຄົນໃນບໍລິສັດທີ່ບໍ່ແມ່ນເລື່ອງວຽກ: ເຖິງແມ່ນວ່າສາວໆທີ່ເກັ່ງຈະຈິງຈັງນຳວຽກແລ້ວ ແຕ່ບໍ່ແມ່ນວ່າພວກເຂົາຈະຢູ່ແຕ່ກັບວຽກ, ພວກເຂົາກໍມີການໂອ້ລົມກັບຄົນອ້ອມຂ້າງ ແລະເບິ່ງວ່າພວກເຂົາຄື “ໝູ່” ໃນບ່ອນເຮັດວຽກ, ຫຼັງຈາກເລີກວຽກແລ້ວ ພວກເຂົາຍັງລົມກັນໂດຍການສົ່ງຂໍ້ຄວາມຫາກັນ, ເຮັດໃຫ້ສະໜິດສະໜົມກັນຫຼາຍຂຶ້ນ
  5. ຄິດທົບທວນວ່າມື້ນີ້ເຮົາເຮັດຫຍັງແດ່: ບາງມື້ອາດຈະບໍ່ເປັນຕາຈື່ຈຳ ແຕ່ການທົບບວນວ່າແຕ່ລະມື້ເຮົາເຮັດຫຍັງແດ່ເປັນເລື່ອງທີ່ສຳຄັນ, ບໍ່ວ່າມັນຈະດີຫຼືບໍ່ດີ, ການທົບທວນສິ່ງຕ່າງໆ ຈະເຮັດໃຫ້ຮູ້ວ່າສິ່ງໃດຄວນໄປຕໍ່, ສິ່ງໃດບໍ່ຄວນເຮັ ແລະສິ່ງໃດທີ່ຄວນປັບປຸງ
  6. ມ້ຽນໂຕະເຮັດວຽກກ່ອນກັບບ້ານ: ຫຼັງຈາກເຮັດວຽກໝົດມື້ ຢ່າລືມມ້ຽນໂຕະເຮັດວຽກເປັນລະບຽບໜ້ອຍໜຶ່ງກ່ອນເມືອບ້ານ, ບາງຄົນອາດບອກວ່າ “ຈະຈັດເຮັດຫຍັງ ມື້ອື່ນມັນຕ້ອງຮົກອີກ” ແຕ່ລອງຄິດພາບວ່າ ມາເຮັດວຽກຕອນເຊົ້າ ແລ້ວຕ້ອງເຫັນໂຕະຮົກເປັນອັນດັບທຳອິດ, ມັນຈະເຮັດໃຫ້ເຮົາຮູ້ສຶກໝົດພະລັງ, ສາວເກັ່ງທັງຫຼາຍມັກຈະຈັດໂຕະກ່ອນກັບບ້ານ ແລະມາເຮັດວຽກມື້ໃໝ່ຢ່າງສົດໃສ

 

ທີ່ມາ: women.truelife

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...