spot_img
Homeນານາສາລະ10 ພຶດຕິກໍາສ້າງຄວາມແຕກຕ່າງ ລະຫວ່າງຄົນຈົນ ກັບຄົນລວຍ

10 ພຶດຕິກໍາສ້າງຄວາມແຕກຕ່າງ ລະຫວ່າງຄົນຈົນ ກັບຄົນລວຍ

Published on

  1. ສິ່ງທີ່ໃຫ້ຄວາມສຳຄັນ
  • ຄົນຈົນ: ຄົນຈົນມັກຈະໃຫ້ຄວາມສຳຄັນຕໍ່ການເປັນເຈົ້າຂອງຄົນອື່ນ ເນັ້ນໜັກໄປຫາເລື່ອງຂອງຄົນຫຼາຍກວ່າສິ່ງອື່ນໃດ
  • ຄົນຖານະປານກາງ: ເນັ້ນໜັກໄປເລື່ອງຂອງການຄອບຄອງສິ່ງຂອງ ໃຫ້ຄວາມສຳຄັນກັບກາເກັບສະສົມສິ່ງຂອງຕ່າງໆເພື່ອສະແດງໃຫ້ເຫັນຖານະ
  • ຄົນລວຍ: ມັກສະສົມເຄື່ອງທີ່ຫາຍາກ ສິ່ງທີ່ມີໜ້ອຍ ຄົນລວຍມັກສະສົມ ຫຼືສະສົມພວກປະກາສະນີຍະບັດ ອັນສະແດງເຖິງຄວາມສາມາດອັນສູງສົ່ງ
  1. ມູມມອງດ້ານການເງິນ
  • ຄົນຈົນ: ໄດ້ເງິນມາເພື່ອໃຊ້ຈ່າຍອອກໄປ ບໍ່ສາມາດເກັບໄດ້ໃນໄລຍະຍາວ
  • ຄົນຖານະປານກາງ: ເລີ່ມຈັດການເງິນໄດ້ດີຫຼາຍຂຶ້ນ ດີກວ່າຄົນຍາກຈົນ, ເລີ່ມຮູ້ຈັກການລົງທຶນ ແລະເກັບໄວ້ຫຼາຍກວ່າຄົນຈົນ
  • ຄົນລວຍ: ມັກເກັບ ແລະຕໍ່ຍອດ ມັກນໍາເງິນທີ່ຫາໄດ້ໄປລົງທຶນ ເພື່ອສ້າງຄວາມມັ່ງມີ
  1. ລັກສະນະນິໄສ
  • ຄົນຈົນ: ມັກສະໜຸກສະໜານ ມ່ວນຊື່ນ ເຮຮາ
  • ຄົນຖານະປານກາງ: ຊອກຫາຄວາມໝັ້ນຄົງຂອງຊີວິດ ມັກສະຫງົບ
  • ຄົນລວຍ: ເນັ້ນການສ້າງສາຍພົວພັນກັບຄົນອື່ນ ເພື່ອຫາໂອກາດຫາເງິນ ຫຼືພະລັງອຳນາດ
  1. ການເຂົ້າຫາສັງຄົມ
  • ຄົນຈົນ: ເຂົ້າສັງຄົມກັບສັງຄົມດຽວກັນຮູ້ສຶກສະບາຍໃຈ ແລະມັກ
  • ຄົນຖານະປານກາງ: ມີການຄວບຄຸມຕົນເອງຫຼາຍຂຶ້ນ ສາມາດເຂົ້າກັບສັງຄົມທີ່ແຕກຕ່າງໄດ້
  • ຄົນລວຍ: ເຂົ້າສັງຄົມແລກປ່ຽນກັບຄົນກຸ່ມໃໝ່ ທີ່ຈະຊ່ວຍຍົກລະດັບຖານະຂອງພວກເຂົາ
  1. ອາຫານການກິນໃນການດຳລົງຊິວິດ
  • ຄົນຈົນ: ເນັ້ນໜັກໃນທາງປະລິມານ
  • ຄົນຖານະປານກາງ: ເນັ້ນໄປເລື່ອງຂອງລົດຊາດ
  • ຄົນລວຍ: ເນັ້ນລົດຊາດ, ຄວາມແຊບດູດີເໝາະກັບຖານະຂອງຕົນເອງ
  1. ເຄື່ອງແຕ່ງຕົວ
  • ຄົນຈົນ: ແຕ່ງກາຍເພື່ອສະແດງອອກຄວາມເປັນຕົວຕົນ ຫຼືບົ່ງບອກເຖິງລັກສະນະສ່ວນຕົວຂອງພວກເຂົາ
  • ຄົນຖານະປານກາງ: ເນັ້ນແບນເນມທີ່ຄົນສ່ວນຫຼາຍໃຫ້ຄວາມສົນໃຈ, ເນັ້ນຄຸນນະພາບ
  • ຄົນລວຍ: ແຕ່ງກາຍໂດຍຍຶດຖືຮູບແບບ ແລະການອອກແບບເປັນສຳຄັນ ມັກຈະໃສ່ເສື້ອຜ້າທີ່ໄດ້ຮັບການອອກແບບໂດຍນັກອອກແບບຊື່ດັງ
  1. ເວລາ
  • ຄົນຈົນ: ມັກຈະໃຫ້ຄວາມສຳຄັນກັບປະຈຸບັນຫຼາຍທີ່ສຸດ
  • ຄົນຖານະປານກາງ: ໃຫ້ຄວາມສຳຄັນກັບອະນາຄົດຫຼາຍຂຶ້ນ
  • ຄົນລວຍ: ເນັ້ນໜັກອະດີດທີ່ເຄີຍປະຕິບັດກັນມາ ເຖິງແມ່ນວ່າພວກເຂົາຈະເບິ່ງການໄກ ແລະອົດທົນ, ການຕັດສິນໃຈ ແລະປະສົບການໃນອະດີດມາກ່ຽວສະເໝີ
  1. ການສຶກສາ
  • ຄົນຈົນ: ໃຫ້ຄວາມສຳຄັນກັບການສຶກສາລະດັບໜຶ່ງ ເນັ້ນເລື່ອງລາວທີ່ເປັນພາບກວ້າງ, ແຕ່ບໍ່ສາມາດຈັບຕ້ອງ ຫຼືນຳໄປໃຊ້ໄດ້
  • ຄົນຖານະປານກາງ: ໃຫ້ຄວາມສຳຄັນກັບການສຶກສາເພື່ອເປັນຂັ້ນໄດໄປສູ່ຄວາມສຳເລັດ
  • ຄົນລວຍ: ສຶກສາຕໍ່ເພາະຕ້ອງການສານຕໍ່ຄວາມສຳພັນ ກັບຄົນກຸ່ມອື່ນ ຍົກລະດັບການສຶກສາໃຫ້ເທົ່າທຽມກັບຄົນທີ່ຈະສານສຳພັນນຳ
  1. ຄວາມເຊື່ອ
  • ຄົນຈົນ: ເຊື່ອໂຊກຊະຕາ ແລະຄິດວ່າບໍ່ສາມາດປ່ຽນແປງໄດ້
  • ຄົນຖານະປານກາງ: ເຊື່ອວ່າອະນາຄົດສາມາດປ່ຽນແປງໄດ້
  • ຄົນລວຍ: ເຊື່ອວ່າພວກເຂົາຈະຕ້ອງຊ່ວຍເຫຼືອຄົນທີ່ລຳບາກກວ່າ
  1. ພາສາ
  • ຄົນຈົນ: ໃຊ້ພາສາເພື່ອການຢູ່ລອດ, ເອົາຕົວລອດ, ເວົ້າຈາແບບກົງບໍ່ອ້ອມ
  • ຄົນຖານະປານກາງ: ໃຊ້ພາສາທີ່ເປັນທາງການ ເພື່ອການຕິດຕໍ່ສື່ສານ
  • ຄົນລວຍ: ໃຊ້ພາສາເປັນທາງການເພື່ອສ້າງສາຍພົວພັນກັບຄົນກຸ່ມອື່ນ

ຈາກມູມມອງທີ່ແຕກຕ່າງກັນໃນເລື່ອງຕ່າງໆ ເຮັດໃຫ້ແຍກຄົນຈົນ ກັບຄົນລວຍອອກຈາກກັນ ແຕ່ວ່າຄວາມຄິດ ແລະພຶດຕິກຳຂອງຄົນລວຍ ຈະເປັນເລື່ອງດີສະເໝີໄປ, ຫຼາຍຄັ້ງທີ່ຄົນຈົນກັບເຫັນໃຈຜູ້ອື່ນຫຼາຍກວ່າ ມີຄວາມເປັນມະນຸດທີ່ໜ້າຍ້ອງຍໍຫຼາຍກວ່າຄົນລວຍອີກ.

ທີ່ມາ: leaderwings

 

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...