spot_img
Homeນານາສາລະອາຫານແກ້ເມົາຄ້າງ

ອາຫານແກ້ເມົາຄ້າງ

Published on

ອາການເມົາຄ້າງທີ່ຫຼາຍຄົນມັກພົບເປັນປະຈຳຫຼັງຈາກມີການຈັດໜັກຈັດເຕັມໃນງານສັງສັນກັບເພື່ອນຝູງ ຄົນທີ່ເມົາຄ້າງຈະຮູ້ສຶກອ່ອນເພຍ ປວດຫົວ ຈົນບາງຄົນເກືອບລຸກມາເຮັດກິດຈະກຳປະຈຳວັນບໍ່ໄຫວ ໂດຍສະເພາະມື້ເຂົ້າການບາງຄົນຄົນເມົາຄ້າງຈົນບໍ່ສາມາດໄປເຮັດວຽກເຮັດງານໄດ້ ວັນນີ້ເຮົາເລີຍມີເມນູອາຫານສຳລັບແກ້ບັນຫາອາການເມົາຄ້າງດັ່ງກ່າວ ໃຫ້ດີໄວຂຶ້ນມາແນະນຳ

1.ເຂົ້າຮ້ອນ
ຢ່າເບິ່ງຂ້າມເຂົ້າຮ້ອນໆຫອມໆ ທີ່ໜຶ້ງສຸກໃໝ່ ພຽງແຕ່ເອົາຜ້າຫໍ່ເຂົ້າມາປະຄົບບໍລິເວນຕາ, ຂະໝັບ ແລະ ໃບໜ້າ ເຮັດປະມານ 10-15 ນາທີ ອາການເມົາຄ້າງຂອງທ່ານກໍ່ຜ່ອນຄາຍລົງໄດ້

2.ເຂົ້າປຽກຮ້ອນໆ
ເຂົ້າປຽກເສັ້ນ ຫຼື ເຂົ້າປຽກເຂົ້າ ເປັນເມນູອາຫານທາງເລືອກສຳລັບຄົນທີ່ມີອາການເມົາຄ້າງໃນຕອນເຊົ້າ ແລະ ຍັງປ້ອງກັນບໍ່ໃຫ້ກະເພາະຫວ່າງ ແລະ ເຮັດວຽກໜັກເກີນໄປ ເມື່ອທ້ອງອື່ມແລ້ວອາການເມົາຄ້າງຈະຫາຍໄປເອງ

3.ນ້ຳຫມາກໂມ
ນ້ຳມັນໝາກໂມເຢັນໆຈັກຈອກໜຶ່ງ ຈະຊ່ວຍກະຕຸ້ນໃຫ້ຮ່າງກາຍມີການຕື່ນຕົວ ໝາກໂມມີຄຸນສົມບັດຊ່ວຍແກ້ອາການເມົາຄ້າງ ແລະ ລ້າງແອລກໍຮໍທີ່ຕົກຄ້າງໃນຮ່າງກາຍອອກໄປຈົນໝົດ

 

ທີ່ມາ: http://www.meemodel.com/column/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...