spot_img
Homeນານາສາລະປະໂຫຍດຂອງເກືອ ທີ່ຫຼາຍຄົນອາດບໍ່ທັນຮູ້

ປະໂຫຍດຂອງເກືອ ທີ່ຫຼາຍຄົນອາດບໍ່ທັນຮູ້

Published on

ເກືອ ບໍ່ມີຜົນກະທົບທີ່ເປັນພິຮ້າຍເມື່ອເຮົາເລືອກໃຊ້ ມັນຖືກນຳມາໃຊ້ເປັນຜະລິດຕະພັນ ເພື່ອເຮັດຄວາມສະອາດ ເປັນເວລາຫຼາຍປີ, ບາງຄົນເອົາມາຂ້າເຊື້ອ ແລະເຮັດຄວາມສະອາດຈຸດຕ່າງໆອ້ອມບ້ານ, ເກືອມີລາຄາຖືກ ແລະເປັນຫຍັງຄົນສ່ວນຫຼາຍບໍ່ໃຊ້ມັນເຮັດຄວາມສະອາດ ແຕ່ກັບໄປໃຊ້ຜະລິດຕະພັນທີ່ມີສານເຄມີທີ່ອັນຕະລາຍ.

  1. ເກືອສາມາດປ້ອງກັນມົດ: ໂດຍທົ່ວໄປແລ້ວ ມົດມັກຈະຢູ່ຕາມປະຕູ, ປ່ອງຢ້ຽມ ແລະຕູ້ເກັບເຄື່ອງ ເຮົາຄວນເອົາເກືອໄປໂຮຍໃສ່ບໍລິເວນທີ່ມົດເຂົ້າໄປຢູ່, ບໍ່ວ່າຈະເປັນໃນບ້ານ ຫຼືໃນເຮືອນຄົວ ແລະການໃຊ້ເກືອຈະຊ່ວຍຫຼຸດຄວາມອັບຊື້ນໃນເຮືອນຄົວອີກດ້ວຍ
  2. ເກືອຄືສານຂັດທຳມະຊາດສຳລັບເງິນ, ຄຳ: ສິ່ງຂອງຕ່າງໆເຮົາຕ້ອງເຮັດຄວາມສະອາດມັນຢູ່ສະເໝີ ແນ່ນອນວ່າເຄື່ອງປະດັບທີ່ເຮັດດ້ວຍເງິນ, ຄຳກໍເຊັ່ນດຽວກັນ ເຮົາຕ້ອງບົວລະບັດ ຮັກສາມັນໃຫ້ສະອາດ ແລະເງົາງາມ, ການທີ່ຈະເຮັດຄວາມສະອາດມັນແມ່ນຕ້ອງໄດ້ໃຊ້ເກືອ ປະສົມກັບນໍ້າແອັບເປິ່ນ ເມື່ອໄດ້ສ່ວນປະສົມແລ້ວກໍນຳມາຂັດໄດ້ຕາມໃຈມັກ
  3. ເກືອສາມາດນໍາໃຊ້ເຮັດຄວາມສະອາດແວ່ນໄດ້: ການທີ່ຈະເຮັດຄວາມສະອາດແວ່ນລົດນັ້ນງ່າຍໆພຽງແຕ່ ໃຊ້ເກືອສອງບ່ວງແກງ ແລະນໍ້າອຸ່ນ 1 ຖ້ວຍນ້ອຍ ມາປະສົມກັນ ແລ້ວເຮົາກໍສາມາດເຮັດຄວາມສະອາດແວ່ນເພື່ອກຳຈັດສິ່ງເປິເປື້ອນໄດ້
  4. ເກືອຊ່ວຍລ້າງອ່າງໃຊ້ໃນເຮືອນໄດ້: ວິທີງ່າຍໆພຽງແຕ່ເອົາເກືອ ແລະນໍ້າຮ້ອນມາປະສົມກັນ ໂດຍເຮົາສາມາດເອົາມາລ້າງເລີຍໄດ້ ແລະສາມາດລ້າງອ່າງອາບນໍ້າໄດ້ອີກ ມັນຈະຊ່ວຍຫຼຸດການອຸດຕັນ ແລະກິ່ນທີ່ບໍ່ປະສົງ.
  5. ເຮັດໃຫ້ຜິວອ່ອນ: ຫາກເຈົ້າຕ້ອງການຟື້ນຟູສະພາບຜິວ, ເຈົ້າສາມາດນໍາເກືອມາໃຊ້ຂັດຜິວໄດ້, ໂດຍປະສົມເກືອກກັບລາເວນເດີ ຫຼືນໍ້າມັນໝາກກອກ, ຫຼັງຈາກນຳສູດນີ້ມາຂັດຜິວກາຍແລ້ວ ຄວນປະໄວ້ 2-3 ນາທີຄ່ອຍລ້າງດ້ວຍນໍ້າອຸ່ນອອກ ຈະເຮັດໃຫ້ຜິວເປັ່ງປັ່ງ ແລະຄືນຄວາມເປັນເດັກນ້ອຍອີກຄັ້ງ.
  6. ຊ່ວຍຮັກສາແຂ້ວ: ໃຜທີ່ມີບັນຫາເຈັບແຂ້ວ ເກືອປະສົມກັບນໍ້າອຸ່ນ ແລະປະໄວ້ໃຫ້ເກືອເປື່ອຍ ແລ້ວເອົາມາກິນ ຈະຊ່ວຍໃຫ້ດີໄດ້
  7. ເກືອຊ່ວຍໃຫ້ແຂ້ວຂາວ: ເພື່ອເຮັດໃຫ້ແຂ້ວຂາວເປັນຕາເບິ່ງ ພຽງແຕ່ໃຊ້ເກືອກັບໂຊດາມາປະສົມກັນໃນປະລິມານເທົ່າກັນ, ສູດນີ້ສາມາດນໍາມາໃຊ້ໄດ້ບໍ່ວ່າເວລາໃດກໍຕາມ ແລະແຂ້ວຂອງເຈົ້າຈະກັບມາຂາວໃສເປັນທຳມະຊາດ
  8. ເຮັດໃຫ້ຜ້າລຽບງາມ: ເພື່ອປົກປ້ອງບໍ່ໃຫ້ເສື້ອຜ້າຫຍໍ້ ພຽງແຕ່ໃຊ້ເກືອລົງໃນນໍ້າທີ່ເຈົ້າຊັກເຄື່ອງ ແລະຫາກຕາກໃສ່ແດດທີ່ກ້າຈະເຮັດໃຫ້ເຫັນຜົນດີແນ່ນອນ

ທີ່ມາ: thaiza

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...