Homeຂ່າວທ້ອງຖິ່ນເມືອງງອຍໃຊ້ 100 ລ້ານກວ່າກີບປາບຕັກແຕນ

ເມືອງງອຍໃຊ້ 100 ລ້ານກວ່າກີບປາບຕັກແຕນ

Published on

ເມືອງງອຍເປັນເມືອງໜຶ່ງຂອງແຂວງຫຼວງພະບາງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງຕັກແຕນກັດກິນຜົນລະປູກຂອງປະຊາ ຊົນລວມມີ 92 ຈຸດ,ນອນໃນ 30 ບ້ານຈາກສະພາບຄືດັ່ງກ່າວຮອດປະຈຸບັນນີ້ ທາງເມືອງໄດ້ ໃຊ້ງົບປະມານເຂົ້າໃນການກຳຈັດ ແລ້ວທັງຫມົດ 100 ລ້ານກວ່າກີບ.
ທ່ານ ລັດຕະນະໄຊ ຄໍາສີດາ ເຈົ້າເມືອງໆງອຍໄດ້ລາຍງານ ໃຫ້ທີມຂ່າວພວກເຮົາຫວ່າງບໍ່ດົນນີ້ຮູ້ວ່າ: ຈາກການລົງສໍາຫຼວດເຫັນການລະບາດ ແລະການວາງໄຂ່ຂອງຕັກແຕນໃນເມືອງ ງອຍຈໍານວນ 7 ກຸ່ມ, ມີ 30 ບ້ານ, ມີ 92 ຈຸດ,ໃນນັ້ນໄດ້ສີດປາບປາມແລ້ວ 7 ກຸ່ມ, 25 ບ້ານ, 91 ຈຸດ, ກວມເນື້ອທີ່ 308,95 ເຮັກຕາ ແລະໄດ້ໃຊ້ແຮງງານປະຊາຊົນ ຂົນນໍ້າທັງໝົດ 1.379 ແຮງງານ, ໃຊ້ ຢາທັງໝົດ 107 ກ່ອງ.

ໂດຍຫລັກການສີດຢາມີຈໍານວນ ຄວາມໜາແໜ້ນຂອງຕັກແຕນແມ່ນ 42 ໂຕຕໍ່ຕາແມັດ, ອັດຕາການຕາຍແມ່ນ 48%  ສໍາລັບພືດທີ່ຕັກແຕນກິນມີໃບເຂົ້າອ່ອນ, ສາລີ, ແຂມ, ຫຍ້າອາຫານສັດ, ໃບໄມ້ປ່ອງ, ໃບກ້ວຍ ແລະພືດຊະນິດ ອື່ນໆ ຊຶ່ງທາງເມືອງໄດ້ໃຊ້ງົບປະມານ ໃນການລົງປາບຕັກແຕນທັງຫມົດ 100 ລ້ານກວ່າກີບແລ້ວ.

ສໍາລັບບັນຫາການລະບາດຂອງຕັກແຕນທີ່ທໍາລາຍຜົນຜະລິດຂອງປະຊາ ຊົນຊາວກະສິກອນເມືອງງອຍ ແລະກໍາ ລັງພ້ອມກັນລະດົມປາບປາມຕັກແຕນ ໃນປັດຈຸບັນນີ້ ໄດ້ມີເນື້ອທີ່ຄວາມເສຍ ຫາຍກວມຫຼາຍເຮັກຕາພໍສົມຄວນ ແຕ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ ເທື່ອ ທ່ານເຈົ້າເມືອງກ່າວ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...