spot_img
Homeຂ່າວນໍ້າຖ້ວມອຸຕຸເຕືອນ !!! ໃຫ້ລະວັງນ້ຳຖ້ວມ ຫລັງສາຂາແມ່ນ້ຳຂອງຈະຍື່ງຂຶ້ນໃນອີກສອງວັນຕໍ່ໜ້າ

ອຸຕຸເຕືອນ !!! ໃຫ້ລະວັງນ້ຳຖ້ວມ ຫລັງສາຂາແມ່ນ້ຳຂອງຈະຍື່ງຂຶ້ນໃນອີກສອງວັນຕໍ່ໜ້າ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນຕ່ຳທີ່ປົກຄຸມເຂດພາກເໜືອຂອງລາວ, ມີກຳລັງແຮງເພີ່ມຂຶ້ນອີກ, ພ້ອມນີ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ, ພ້ອມມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ໃນໄລຍະວັນທີ 18-19ສິງຫານີ້, ຊຶ່ງຈະເຮັດໃຫ້ລະດັບນ້ຳຂອງ, ນ້ຳສາຂາ ຍັງສືບຕໍ່ຂຶ້ນສູງຕື່ມອີກ ແລະ ອາດຂຶ້ນສູງກວ່າເຂດລະ ວັງໄພ ຫລື ເຂດອັນຕະຫລາຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ທີ່ອາໃສຢູ່ໃນທົ່ວປະເທດ ໃຫ້ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ນ້ຳຖ້ວມໄຫລຊຸແຮງ, ນ້ຳຖ້ວມຍຶ່ງ ແລະ ດິນເຈື່ອນ

ໂດຍສະເພາະປະຊາຊົນທີ່ອາໃສຕາມແຄມແມ່ນ້ຳໃຫ້ລະມັດລະວັງນ້ຳປ່າໄຫລຊຸແຮງ ແລະ ເກັບມ້ຽນວັດຖຸສິ່ງຂອງ ແລະ ສັດລ້ຽງໄວ້ທີ່ປອດໄພ.ສ່ວນຜູ້ທີ່ເດີນທາງດ້ວຍລົດໃນໄລຍະນີ້ ຂໍໃຫ້ລະມັດລະວັງຕໍ່ສະພາບທາງໝື່ນ ແລະ ດິນເຈື່ອນນຳອີກ.

 

ທີ່ມາ: laophatthananewspaper

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...