spot_img
Homeນານາສາລະໃຜຕ້ອງການກຳຈັດຍຸງ ອ່ານທາງນີ້! ສູດນ້ຳລໍ້ຍຸງໃຫ້ບິນເຂົ້າໄປຫາ! ສິ່ງດີໆທີ່ໜ້າລອງ

ໃຜຕ້ອງການກຳຈັດຍຸງ ອ່ານທາງນີ້! ສູດນ້ຳລໍ້ຍຸງໃຫ້ບິນເຂົ້າໄປຫາ! ສິ່ງດີໆທີ່ໜ້າລອງ

Published on

ຊ່ວງນີ້ເປັນຍາມຝົນ ຍຸງກໍ່ຫຼາຍ ເຊື່ອວ່າຫຼາຍຄົນຕ້ອງມີຄວາມກັງວົນໃຈແນ່ນອນ ເຖິງຍຸງຈະເປັນໂຕນ້ອຍໆ ແຕ່ພິດຂອງມັນຮ້າຍກວ່າເສືອຊ້ຳອີກ ສຳລັບຄົນທີ່ຕ້ອງການກຳຈັດຍຸງ ແລະ ບໍ່ຢາກສູດດົມກິ່ນຢາສີດຍຸງ, ຢາໄຕ້ຍຸງ ຕ້ອງອ່ານທາງ ເພາະເຮົາມີສູດກຳຈັດຍຸງມາຝາກກັນ

“ນ້ຳສະບູ” ສາມາດຫຼຸດປະລິມານຍຸງໄດ້ ພຽງແຕ່ໃຊ້ຜົງແຟັບ ຫຼື ສະບູ ລະລາຍລົງໃນນ້ຳ ແລ້ວເທນ້ຳສະບູລົງກະປ໋ອງ, ຊາມເປົ່າ… ແລ້ວໄປວາງໄວ້ຕາມຈຸດຕ່າງໆຂອງເຮືອນ ລອງເຮັດເບິ່ງປະມານ 3 ເມື່ອເຮົາກັບໄປເບິ່ຈະເຫັນຍຸງຈຳນວນຫຼາຍໄປຕາຍໃສ່ໃນນັ້ນ

ສາເຫດທີ່ເຮັດໃຫ້ຍຸງບິນເຂົ້າມາໃນນ້ຳສະບູ ຫຼື ນ້ຳແຟັບ ຍ້ອນວ່າມັນມີກິ່ນທີ່ຍຸງມັກ ມັນຈະສາມາດດຶງດູດຍຸງໃຫ້ເຂົ້າມາເພື່ອວາງໄຂ່ ແຕ່ນ້ຳສະບູ ແລະ ແຟັບມີລັກສະນະເປັນດ່າງ ຈິ່ງບໍ່ສາມາດເຮັດໃຫ້ຍຸງຈະເລີນເຕີບໂຕໃນນ້ຳນັ້ນໄດ້ ດ້ວຍເຫດນີ້ໄດ້

ໝາຍເຫດ: ເມື່ອເຮັດສູດນີ້ຫ້າມເອົາໄວ້ບ່ອນຕ່ຳ ເພາະຢ້ານເດັກນ້ອຍ ແລະ ສັດລ້ຽງໄປດື່ມນ້ຳສະບູທີ່ເຮົາກຽມໄວ້ດັກຍຸງ ແລະ ອາດຈະເກີດອັນຕະລາຍໄດ້.

ວິທີນີ້ກໍ່ສາມາດລໍ້ແມງສາບເຂົ້າມາໄດ້ເຊັ່ນດຽວກັນ ພຽງແຕ່ໃຊ້ສະບູຂີດທີ່ພື້ນໃນເຂດທີ່ແມງສາບມັກຍ່າງຜ່ານ ເມື່ອ ກິ່ນຂອງສະບູຈະລໍ້ແມງສາບໃຫ້ມາກິນສະບູທີ່ເຮົາຂີດໄວ້ ເມື່ອແມງສາບກິນສະບູເຂົ້າໄປພຽງ 10 ນາທີ ມັນກໍ່ຈະເບື່ອສະບູຕາຍໄປເອງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...