Homeຄວາມງາມ5 ຄວາມເຊື່ອຜິດໆ ກ່ຽວກັບ " ສິວ "

5 ຄວາມເຊື່ອຜິດໆ ກ່ຽວກັບ ” ສິວ “

Published on

 

167467968
(ພາບປະກອບ)

 

ແພດຜູ້ຊ່ຽວຊານດ້ານໂລກຜິວໜັງຂອງໄທ ລາຍງານຜ່ານເວັບໄຊ Sanook.com ໂດຍໄດ້ກ່າວລະບຸວ່າ

ເນື່ອງຈາກໂລກທີ່ຖືກພົບສ່ວນຫູາຍ ແລະ ສ້າງຄວາມກັງວົນໃຈໃຫ້ແກ່ຜູ້ເຂົ້າປິ່ນປົວ ໂດຍສ່ວນໃຫຍ່

ແລ້ວ ຈະມີຄວາມເຊື່ອທີ່ຜິດ ກ່ຽວກັບໂລກສິວເຮັດໃຫ້ການຮັກສາບໍ່ໄດ້ຜົນ, ຄວາມເຊື່ອຜິດໆທີ່ພົບ

ຫຼາຍທີ່ສຸດແມ່ນມີດັ່ງນີ້:

 

1. ເຊື່ອວ່າຝຸ່ນລະອອງ ແລະ ສິສ່ງສົກກະປົກ ເປັນສາເຫດຂອງສິວ ຈຶ່ງລ້າງໜ້າຟອກສະບູຢ່າງເປັນປະ

ຈຳ ຄວາມເຊື່ອນີ້ໄດ້ເຮັດໃຫ້ຜູ້ທີ່ເປັນສິວລ້າງໜ້າຫຼາຍເກີນໄປ ແລະ ໃຊ້ສະບູທີ່ມີລິດແຮງ ຫຼື ສະບູທີ່ເປັນ

ຢາ ເຮັດໃຫ້ໜ້າອັກເສບ, ລະຄາຍເຄືອງ ແລະ ສິວກໍຍິ່ງຜຸດຂຶ້ນກ່ວາເກົ່າອີກ.

 

2. ເຊື່ອວ່າກິນຊັອກໂກແລັດແລ້ວ ຈະເຮັດໃຫ້ສິວຂຶ້ນ ໂດຍໃນເລື່ອງນີ້ແມ່ນບໍ່ມີຫຼັກຖານທາງວິທະຍາສາດ

ຢືນຢັນວ່າ ອາຫານພວກຊັອກໂກແລັດ, ມັນຝຣັ່ງ, ຂົ້ວເມັດຖົ່ວ, ພິຊຊ້າ, ອາຫານມັນໆ, ນ້ຳອັດລົມ ຫຼື ກະ

ແລ້ມ ຈະກະຕຸ້ນໃຫ້ສິວເກີດຂຶ້ນ ເຊິ່ງອາຫານພວກກະແລ້ມ ແລະ ນົມ ຈະບໍ່ເຮັດໃຫ້ສິວຜຸດຂຶ້ນມາ ຍົກເວັ້ນ

ກໍລະນີທີ່ເປັນສິວອັກເສບ ແລະ ຮັກສາໂດຍການກິນຍາ ຈຳພວກກຸ່ມເຕຕຣາໄຊຄລີນ ຈິ່ງບໍ່ຄວນດື່ມນົມ

ພາຍໃນເວລາ 1 ຊົ່ວໂມງເຄິ່ງກ່ອນໜ້າ ຫຼື 2 ຊົ່ວໂມງພາຍຫຼັງກິນຢາແລ້ວ ເພາະແຄລຊຽມໃນນົມ ຈະໄປ

ຂັດຂວາງການດູດຊຶມຂອງຢາ.

 

3. ເຊື່ອວ່າສິວ ເປັນພຽງເລື່ອງຂອງຄວາມງາມ ໂດຍບໍ່ແມ່ນໂລກຜິວໜັງ ເຊິ່ງເປັນຄວາມເຊື່ອທີ່ຜິດ

ເພາະສິວທີ່ຮຸນແຮງ ຫາກປ່ອຍໃຫ້ເຊົາເອົາເອງ ຈະເຮັດໃຫ້ກາຍເປັນຮອຍແປ້ວ, ມີທີມງານວິໄຈຊີ້ບອກວ່າ

ຮອຍແປ້ວເຫຼົ່ານີ້ ຈະສົ່ງຜົນເສຍທາງດ້ານຈິດໃຈຊັດເຈນ ເຊິ່ງພົບວ່າຜູ້ທີ່ເປັນໂລກສິວຊຳເຮື້ອ ກ່ວາ 44%

ເກີດຄວາມບໍ່ສະບາຍໃຈ ແລະ 18% ມີອາລົມຊຶມເສົ້າ.

 

4. ເຊື່ອວ່າແສງແດດເຮັດໃຫ້ສິວດີຂຶ້ນ ແຕ່ໃນຄວາມຈິງແລ້ວ ແສງແດດອາດຈະເຮັດໃຫ້ເບິ່ງຄືວ່າສິວດີຂຶ້ນ

ເພາະແສງແດຈະເຮັດໃຫ້ຜິວໄໝ້ແດງ ແລະ ຜິວດຳກ່ຳລົງ ແລ້ວຈະຊ່ວຍບົດບັງຮອຍແດງດຳຈາກສິວອັກ

ເສບ, ໃນທາງທີ່ເປັນຈິງນອກຈາກແສງແດດ ຈະເປັນອັນຕະລາຍຕໍ່ຜິວໜັງແລ້ວ ແສງແດດຍັງເຮັດໃຫ້ຜິວ

ລະຄາຍເຄືອງ ແລະ ຍິ່ງເຮັດໃຫ້ສິວເກີດຂຶ້ນມາອີກ.

 

5. ເຊື່ອວ່າການຮັກສາສິວນັ້ນ ໃຊ້ຢາແຮງຍິ່ງໄດ້ຜົນດີ ໂດຍສະເພາະແມ່ນໄວລຸ້ນ ທີ່ເປັນສິວມັກຈະເຊື່ອກັນວ່າ

ໃຊ້ຢາແຮງໆປົວສິວຍິ່ງໄດ້ຮັບຜົນດີ, ໃນຄວາມຈິງແລ້ວ ຖ້າຢາຄວາມເຂັ້ມຂຸ້ນຂັ້ນຕ່ຳ ກໍໄດ້ຮັບຜົນດີເຊັ່ນກັນ

ບໍ່ຈຳເປັນຕ້ອງໄດ້ໃຊ້ຢາທີ່ແຮງຂຶ້ນ ເພາະຈະເຮັດໃຫ້ເສຍເງິນຂຶ້ນໄປອີກໂດຍບໍ່ຈຳເປັນ, ອີກທັງຍັງສ່ຽງຕໍ່ການ

ເກີດຜົນແຊກຊ້ອນ ເຊັ່ນການລະຄາຍເຄືອງຫຼາຍຂຶ້ນອີກດ້ວຍ.

 

ທັງໝົດນີ້ ການຮັກສາສິວທີ່ຖືກຕ້ອງນັ້ນ ຜູ້ເປັນສິວຄວນໃຊ້ຢາຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ ໂດຍ

ບໍ່ຄວນໄປຫຼົງເຊື່ອຄຳໂຄສະນາເກີນຈິງ ຂອງຜະລິດຕະພັນທີ່ຖືກຜະລິດອອກມາ ເພື່ອຫາກຳໄລທາງການຄ້າ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...