spot_img
Homeຂ່າວຕ່າງປະເທດນ້ຳຖ້ວມໜັກຢູ່ມຽນມາ ເສຍຊີວິດແລ້ວ 8 ຄົນ ກະທົບປະຊາຊົນອີກ 400,000 ກວ່າ!

ນ້ຳຖ້ວມໜັກຢູ່ມຽນມາ ເສຍຊີວິດແລ້ວ 8 ຄົນ ກະທົບປະຊາຊົນອີກ 400,000 ກວ່າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ສິງຫາຜ່ານມານີ້ວ່າ ມຽນມາກຳລັງປະເຊີນກັບ ໄພນ້ຳຖ້ວມຢ່າງໜັກ ເນື່ອງຈາກພາຍຸມໍລະສຸມພັດຜ່ານປະເທດ ສົ່ງຜົນເຮັດໃຫ້ ຝົນຕົກຢ່າງຕໍ່ເນື່ອງ ເປັນເວລາຫລາຍວັນ ແລະ ແມ່ນ້ຳຫລາຍສາຍ ໄດ້ຍື່ງຂຶ້ນຖ້ວມ ຫລາຍພື້ນທີ່ຂອງປະເທດ, ດ້ານກະຊວງສະຫວັດດີການສັງຄົມ ບັນເທົາທຸກ ແລະ ການຕັ້ງຖິ່ນຖານໃໝ່ ຂອງລັດຖະບານມຽນມາ ໄດ້ອອກມາລະບຸວ່າ ປັດຈຸບັນມີຜູ້ເສຍຊີວິດ ຈາກນ້ຳຖ້ວມແລ້ວ ຢ່າງໜ້ອຍ 8 ຄົນ ແລະ ຍັງກະທົບຕໍ່ຊີວິດການເປັນຢູ່ ຂອງຊາວມຽນມາ ອີກ 400,000 ຄົນ ໃນທົ່ວປະເທດ.

ທັງນີ້ ມຽນມາເປັນປະເທດໜຶ່ງ ທີ່ມີນ້ຳຖ້ວມປະຈຳທຸກປີ ໃນໄລຍະລະດູມໍລະສຸມ ໂດຍຄວາມເສຍຫາຍ ທີ່ເກີດຈາກນ້ຳຖ້ວມໃນປີນີ້ ກຳລັງຖືກຕິດຕາມຢ່າງໃກ້ຊິດ ເນື່ອງຈາກມຽນມາ ກຳລັງຢູ່ໃນໄລຍະຟື້ນຟູ ຜົນເສຍຫາຍຈາກນ້ຳຖ້ວມໜັກ ໃນປີກາຍນີ້.

Residents push a cart filled with drums through a water-filled street after seasonal flooding hit the city of Pathein in the Irrawaddy region on August 13, 2016. Myanmar's Department of Relief and Resettlement reported 419,330 people have been affected by floods in five regions and the two states of Mon and Kachin, with five deaths from the period of July to August 9. / AFP PHOTO / YE AUNG THU
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...