spot_img
HomeຊີວິດແລະຄວາມຮັກWedding-Sex-loveເທັກນິກບໍລິຫານ "ອະໄວຍະວະເພດຊາຍ" ເພື່ອເພີ່ມຂະໜາດຢ່າງເປັນທຳມະຊາດ

ເທັກນິກບໍລິຫານ “ອະໄວຍະວະເພດຊາຍ” ເພື່ອເພີ່ມຂະໜາດຢ່າງເປັນທຳມະຊາດ

Published on

ຄໍລຳ ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາຈະມາເວົ້າໃນຫົວຂໍ້ ການເພີ່ມຂະໜາດຂອງອະໄວຍະວະເພດຊາຍໂດຍທຳມະຊາດ ຕື: ການບໍລິຫານນັ້ນເອງ ແລະ ກົນໄກທີ່ຈະປະສົບຜົນສຳເລັດ ປະກອບມີດັ່ງນີ້
ກ່ອນອື່ນໝົດທ່ານຊາຍຕ້ອງບໍ່ຄາດຫວັງເກີນຄວາມຈິງຫຼາຍເຊັ່ນ: ເພີ່ມຄວາມຍາວມາເປັນ 3-5 ນິ້ວ ເພາະການບໍລິຫານດ້ວຍວິທີທຳມະຊາດສາມາດເພີ່ມຂະໜາດຄວາມຍາວໄດ້ພຽງ 1 ນິ້ວເທົ່ານັ້ນ ແລະ ເພີ່ມຂະໜາດເສັ້ນຮອບວົງໄດ້ປະມານ 0,5 ນິ້ວ ຂໍ້ສຳຄັນອີກຢ່າງໜຶ່ງຄື ການເພີ່ມຂະໜາດຕ້ອງໃຊ້ເວລາຫຼາຍອາທິດ ໂດຍທ່ານບໍ່ຈຳເປັນຕ້ອວວັດແທກອະໄວຍະວະເພດທຸກມື້ ເພາະທ່ານຈະບໍ່ເຫັນການປ່ຽນແປງທີ່ຊັດເຈນ ແຕ່ໃຫ້ລອງວັດແທກທຸກໆ 1 ເດືອນ ທ່ານຈະພົບເຫັນຄວາມປ່ຽນແປງແນ່ນອນ ການບໍລິຫານນີ້ຕ້ອງເຮັດຢ່າງສະໝ່ຳສະເໝີ ມື້ລະ 15-30 ນາທີ ຫຼັງຈາກຜ່ານໄປໄດ້ 1 ເດືອນ ທ່ານກໍ່ຈະພົບເຫັນຄວາມແຂງແຮງ ແລະ ຄວາມຍາວຂອງອະໄວຍະວະເພດ
 
ວິທີບໍລິຫານເລີ່ມຕົ້ນໄດ້ບໍ່ຍາກ ກ່ອນທີ່ຈະບໍລິຫານແມ່ນໃຫ້ອາບນ້ຳອຸ່ນໃຫ້ກັບອະໄວຍະວະເພດກ່ອນ ເຊິ່ງມັນຈະຊ່ວຍເລື່ອງການໄຫລວຽນຂອງເລືອດໄປລໍ່ລ້ຽງອະໄວຍະວະເພດໄດ້ດີຂຶ້ນ ການບໍລິຫານນີ້ຄວນເຮັດໃນເວລາທີ່ອະໄວຍະວະເພດມີການແຂງຕົວບໍ່ຫຼາຍ (ຍັງແຂງບໍ່ເຕັມທີ່) ເຮັດຄືກັບການຮີດນົມງົວ ໂດຍການກຳຮອບທີ່ບໍລິເວນສ່ວນກົກແລ້ວຮີດຈາກກົກໄປຫາສ່ວນປາຍຂອງອະໄວຍະວະເພດ ແນະນຳໃຫ້ໃຊ້ເວລາຮີດ 1-2 ນາທີ ເຮັດໃຫ້ໄດ້ 50-100 ເທື່ອ ຫຼື ປະມານ 30 ນາທີ ຕໍ່ມື້ ເບື້ອງຕົ້ນຢ່າມົກມຸ້ນ ຫັກໂຫມ ຫຼາຍເກີນໄປ.
ສິ່ງທີ່ສຳຄັນຄື: ບໍ່ຄວນຮີດໃນເວລາທີ່ອະໄວຍະວະເພດແຂງຕົວເຕັມທີ່ ແຕ່ຄວນໃຊ້ຄຣີມ ຫຼື ນ້ຳຢາລໍ່ລື່ນທາ ກ່ອນຈິ່ງຮີດ ຖ້າຮູ້ສຶກເຈັບແມ່ນໃຫ້ຢຸດຮີດທັນທີ
ວິທີນີ້ນອກຈາກຈະຊ່ວຍເພີ່ມຂະໜາດໃຫ້ໃຫຍ່ຂຶ້ນໄດ້ແລ້ວ ຍັງເຮັດໃຫ້ມີການແຂງຕົວດີຂຶ້ນ ເໝາະສຳລັບຜູ້ຊາຍທີ່ມີອະໄວຍະວະເພດ ບໍ່ມັກແຂງຕົວ
ຂໍ້ມູນຈາກ: http://www.siamok.com/s/133992
http://www.thairath.co.th/content/565977

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...