spot_img
Homeຂ່າວຕ່າງປະເທດເຮືອບິນຖິ້ມລະເບີດຣັດເຊຍ ທຳລາຍສາງອາວຸດໄອເອັສ ຫລາຍແຫ່ງຢູ່ຊີຣີ!

ເຮືອບິນຖິ້ມລະເບີດຣັດເຊຍ ທຳລາຍສາງອາວຸດໄອເອັສ ຫລາຍແຫ່ງຢູ່ຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ສິງຫາຜ່ານມານີ້ວ່າ ກະຊວງປ້ອງກັນປະເທດຣັດເຊຍ ເປີດເຜີຍ ເຮືອບິນ​ຖີ້ມລະ​ເບີດ​ໄລຍະ​ໄກ 6 ລຳ​ຂອງ​ກອງທັບຕົນ ​ໄດ້​ທຳລາຍ​ບັນດາ​ສາງ​ອາວຸດ​ຂອງ​ ກຸ່ມ​ລັດ​ອິດສະ​ລາມ ຫລື ໄອເອັສ ໃນວັນທີ 14 ສິງຫາ 2016 ຜ່ານມາ ຢູ່​ເຂດທີ່​ໝັ້ນຂອງກຸ່ມດັ່ງກ່າວ​ ທາງ​ພາກຕາ​ເວັນ​ອອກ​ຂອງ​ຊີຣີ ໂດຍກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ໃຫ້​ຮູ້​ວ່າ ບັນດາ​ເຮືອບິນ​ຂອງຣັດເຊຍ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ ທຳລາຍ​ກອງ​ບັນຊາ​ການ 2 ​ແຫ່ງ, ສາງ​ອາວຸດ 6 ​ແຫ່ງ, ບັນດາ​ລົດ​​ທະຫານ​ ​ແລະ​ ສັງຫານນັກຮົບຂອງກຸ່ມໄອເອັສ ໄດ້ຈຳນວນຫລາຍຄົນອີກດ້ວຍ.

 

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມໃນແຂວງອຸດົມໄຊ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP); ພິທີລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ...

ຊົມເຊີຍທີມແພດຈີນ-ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ (Monteggia) ຂອງເດັກນ້ອຍ

ຊ່ຽວຊານແພດຈີນ ແລະ ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເມື່ອບໍ່ດົນນີ້, ພາຍໃຕ້ການຊີ້ນໍາຂອງຄະນະຊ່ຽວຊານການແພດທະຫານຈີນຊຸດທີ 12 ປະຈໍາລາວ (ມາຈາກໂຮງໝໍຊີຈິ່ງ ຂອງມະຫາວິທະຍາໄລການແພດທະຫານອາກາດຈີນ) ຮ່ວມກັບພະແນກກະທົບຜ່າຕັດ-ກະດູກຂອງໂຮງໝໍ ສູນກາງ103 ກອງທັບປະຊາຊົນລາວ ໄດ້ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia)...

ກັບຄືສູ່ບ້ານເຮົາແລ້ວ! ທາງການໄທສົ່ງມອບພຣະພຸດທະຮູບບູຮານຄືນສູ່ປະເທດລາວ

ທາງການໄທສົ່ງມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ ໃນວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະລີຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ...

ຊາຍໜຸ່ມກໍ່ເຫດໃຊ້ມີດບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

ຊາຍໜຸ່ມຫຶງໂຫດ! ບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ ສຳນັກຂ່າວໄທລັດລາຍງານໃນວັນທີ 6 ມີນາ 2025 ຜ່ານມາ ເຈົ້າໜ້າທີ່ຕຳລວດໄດ້ຮັບແຈ້ງເຫດວ່າມີຄົນຖືກແທງເສຍຊີວິດ ຢູ່ຫ້ອງເຊົ່າແຫ່ງໜຶ່ງ ທີ່ຈັງຫວັດຣາຊະບູລີ ປະເທດໄທ. ຕາມການລາຍງານ: ຜູ້ກໍ່ເຫດຊື່ທ້າວ ຊາຍ...