spot_img
Homeນານາສາລະສິ່ງທີ່ຄວນຮູ້ສຳລັບຄົນໃສ່ແວ່ນຕາ

ສິ່ງທີ່ຄວນຮູ້ສຳລັບຄົນໃສ່ແວ່ນຕາ

Published on

ຫຼາຍໆຄົນທີ່ມີບັນຫາຜິດປົກກະຕິໃນເລື່ອງຂອງສາຍຕາ ບໍ່ວ່າຈະສາຍຕາສັ້ນ ຫຼືຍາວ ແລະເລືອກວິທີແກ້ໄຂບັນຫາດ້ວຍການໃສ່ແວ່ນຕາ ແລ້ວທ່ານຮູ້ແລ້ວ ຫຼືບໍ່ ຄວນປະຕິບັດແນວໃດ ເມື່ອເວລາສວມໃສ່ແວ່ນ ເປັນສິ່ງທີ່ສຳຄັນທີ່ບໍ່ຄວນເບິ່ງຂ້າມ.

  1. ລ້າງເພື່ອຄວາມສະອາດແວ່ນຕາທຸກມື້: ເພື່ອຫຼຸດຝຸ່ນລະອອງຕິດເລນ ເຮັດໃຫ້ເບິ່ງບໍ່ແຈ້ງ ແລະສິ່ງເປິເປື້ອນເຂົ້າຕາໄດ້, ໂດຍເລີ່ມດ້ວຍນໍ້າລ້າກ່ອນ ແລ້ວຈຶ່ງເອົານໍ້າຢາລ້າງເລນລ້າງ ແລະນໍ້າສະອາດລ້າງອອກອີກຄັ້ງ ແລ້ວຈຶ່ງເອົາແພສະອາດເຊັດອອກ ຫຼືຄິດຊູ່ເຊັດໃຫ້ສະອາດ
  2. ບໍາລຸງສາຍຕາດ້ວຍອາຫານ: ນອກຈາກອາຫານ 5 ໝູ່ແລ້ວນັ້ນ, ຄວນເລືອກກິນຜັກ ແລະໝາກໄມ້ທີ່ມີສີຂຽວ, ສີເຫຼືອງ ແລະສີສົ້ມ ເຊິ່ງເປັນສານອາຫານທີ່ຊ່ວຍບໍາລຸງສາຍຕາໄດ້ເປັນຢ່າງດີ.
  3. ຫຼີກລຽງການນອນອ່ານປຶ້ມ: ເຮົາຄວນຈັບໜັງສືໃຫ້ຫ່າງຈາກສາຍຕາປະມານ 30 cm, ເຊິ່ງເປັນໄລຍະ ແລະອົງສາທີ່ເໝາະສົມ ກັບການອ່ານໜັງສືຂອງຄົນສວມແວ່ນ.
  4. ພັກສາຍຕາ: ໃນທຸກໆ 10 ນາທີ ພັກສາຍຕາດ້ວຍການເບິ່ງອອກໄປໄກໆ, ໃນໄລຍະຫຼາຍກວ່າ 6 ແມັດ ພ້ອມກັບຫຼັບຕາ 1 ນາທີ ໂດຍສະເພາະເວລາທີ່ເຮົາກໍາອ່ານໜັງສື ຫຼືນັ່ງເຮັດວຽກໃນໜ້າຈໍຄອມພິວເຕີ.
  5. ຢ່າເບິ່ງສິ່ງໃດໃກ້ເກີນໄປ: ພະຍາຍາມບໍ່ເບິ່ງສິ່ງຂອງໃກ້ດວງຕາຫຼາຍເກີນໄປ ເພາະການເບິ່ງສິ່ງຂອງຜ່ານແວ່ນຕາໃນໄລຍະໃກ້ ອາດເປັນສາເຫດໃຫ້ສາຍຕາບໍ່ສາມາດກັບມາເປັນປົກກະຕິໄດ້ອີກ.
  6. ໃສ່ແວ່ນກັນແດດທຸກຄັ້ງທີ່ອອກແດດ: ເພາະແສງຢູວີໃນແສງແດດທຳລາຍດວງຕາ, ໂດຍສະເພາະກັບຜູ້ທີ່ມີຄວາມຜິດປົກກະຕິກັບດວງຕາ ຄວນເລືອກໃຊ້ເລນສາຍຕາທີ່ມີຄຸນສົມບັດກອງແສງໄດ້ດີ.
  7. ໃສ່ແວ່ນກອງແສງທຸກຄັ້ງທີ່ເບິ່ງຄອມພິວເຕີ: ບໍ່ແມ່ນວ່າລັງສີ ຢູວີ ຈະຢູ່ນຳແຕ່ແສງແດດເທົ່ານັ້ນ ແຕ່ລັງສີຢູ່ນຳຄອມພິວເຕີ ແລະແທັບເລດທັງຫຼາຍກໍເຊັ່ນດຽວກັນ.
  8. ອ່ານໜັງສືໃນທີ່ມີແສງສະຫວ່າງພຽງພໍ: ເພາະແສງສະຫວ່າງທີ່ບໍ່ອຳນວຍຕໍ່ການອ່ານໜັງສື ຈະເຮັດໃຫ້ສາຍຕາເຮົາເຮັດວຽກໄດ້ໜັກຫຼາຍຂຶ້ນ.
  9. ບໍ່ຄວນອ່ານໜັງສື ກົ້ມຕາເບິ່ງຈໍ ໃນຂະນະທີ່ເຄື່ອນໄຫວ: ບໍ່ວ່າຈະຂີ່ລົດ, ຍົນ ຫຼືກຳລັງຍ່າງຢູ່ກໍບໍ່ຄວນໃຊ້ສາຍຕາອ່ານຫຍັງທັງໝົດ ບໍ່ດັ່ງນັ້ນຈະເຮັດໃຫ້ເຈັບຫົວ ຫຼືປວດຮາກໄດ້
  10. ເບິ່ງໂທລະທັດ: ຄວນເບິ່ງໃນໄລຍະຫ່າງສຳລັບການເບິ່ງປະມານ 1-3 ແມັດ
  11. ຄຸນສົມບັດແວ່ນຕ້ອງພໍດີ: ເມື່ອສາຍຕາມີບັນຫາ ຄວນເຂົ້າຮັບການແທກສາຍຕາ ແລະເລືອກໃຊ້ເລນທີ່ກົງກັບບັນຫາ ບໍ່ຄວນຊື້ໃສ່ເອງ ແລະຖ້າຢາກໃຫ້ການເບິ່ງເຫັນໄດ້ຊັດເຈນຂຶ້ນ ຄວນເລືອກໃຊ້ເລນທີ່ມີຄຸນສົມບັດປ້ອງກັນແສງສະທ້ອນດີກວ່າ
  12. ຄວບຄຸມຄວາມດັນໄດ້ດີ: ໂດຍສະເພາະລະດັບຄວາມດັນ ແລະລະດັບຄໍເລດເຕີຣໍ ຄວນຢູ່ໃນລະດັບດີ ເພື່ອໃຫ້ຄວາມດັນດວງຕາເປັນປົກກະຕິ.

ເພາະສາຍຕາຂອງທຸກຄົນສຳຄັນ ຕ້ອງເບິ່ງແຍງເປັນພິເສດ ເຖິງສາຍຕາຊິມີບັນຫາກໍສາມາດແກ້ໄຂໄດ້ ໂດຍເລືອກໃຊ້ແວ່ນທີ່ມີຄຸນນະພາບຕໍ່ກັບສາຍຕາ.

ທີ່ມາ: kaijeaw

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...