spot_img
Homeຂ່າວການພັດທະນາທ່ານນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງ ຜົ້ງສາລີ

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງ ຜົ້ງສາລີ

Published on

ພາຍຫຼັງສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງພະບາງ ແລະ ແຂວງອຸດົມໄຊ ໃນວັນທີ 13 ສິງຫາ 2016 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຜົ້ງສາລີ.

ໃນໂອກາດດັ່ງກ່າວທ່ານນາຍົກໄດ້ຊີ້ນຳ ກ່ຽວກັບການຍົກຍ້າຍເທສະບານແຂວງ ແມ່ນໃຫ້ເອົາໃຈໃສ່ໃນຈັດສັນ ແລະ ວາງແຜນໃຫ້ລະອຽດ ເພື່ອເຮັດແນວ ໃດ ໃຫ້ເມືອງເທສະບານ ກາຍເປັນເມືອງທັນສະໄໝ, ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ກາຍເປັນເມືອງຕົວແບບໃຫ້ແກ່ ເທສະບານຂອງບັນດາແຂວງພາກເໜືອ. ສິ່ງສໍາຄັນແມ່ນ ໃຫ້ມີການປະຫຍັດງົບປະມານ ໃນການກໍ່ສ້າງ ແລະ ການຄຸ້ມຄອງນຳໃຊ້ ເພື່ອສາມາດນໍາໃຊ້ໃຫ້ຍາວນານ.

ຂໍ້ມູນ-ພາບ: ຈາກສຳນັກງານາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...