spot_img
Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ສືບຕໍ່ລົງເຄື່ອນໄຫວຊີ້ນໍາແຂວງອຸດົມໄຊ

ທ່ານນາຍົກລັດຖະມົນຕີ ສືບຕໍ່ລົງເຄື່ອນໄຫວຊີ້ນໍາແຂວງອຸດົມໄຊ

Published on

ພາຍຫຼັງສໍາເລັດ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງງອຍ, ແຂວງຫຼວງພະບາງ ໃນວັນທີ 11 ສິງຫາ 2016 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ໂດຍໄດ້ຮັບກຽດຕ້ອນຮັບອັນອົບອຸ່ນ ຈາກທ່ານ ເພັດສາຄອນ ຫຼວງອາໄພ, ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍບັນດາ ຄະນະພັກ-ຄະນະນຳຂອງແຂວງ, ຄະນະນໍາຂອງເມືອງ ແລະ ພະແນກການອ້ອມຂ້າງພາຍໃນແຂວງ.

ໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັັບຟັງການລາຍງານ ຈາກທ່ານເຈົ້າແຂວງ ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 9 ເດືອນຜ່ານມາ ເຫັນວ່າເສດຖະກິດຂອງແຂວງ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັດຕາການຂະຫຍາຍຕົວ ຂອງເສດຖະກິດ ສະເລ່ຍລະດັບ 6,68%, ລວມຍອດມູນຄ່າຜະລິດຕະພັນພາຍໃນ ບັນລຸໄດ້ 3 ພັນກວ່າລ້ານກີບ, ສະເລ່ຍປະມານ 1.299 ໂດລາ/ຄົນ/ປີ; ດ້ານລາຍຮັບ ແລະ ລາຍຈ່າຍ: ເກັບລາຍຮັບພາຍໃນໄດ້ທັງໝົດ 68 ກວ່າຕື້ກີບ, ລາຍຮັບຈາກສູນກາງດູນ 257 ກວ່າຕື້ກີບ; ການສົ່ງອອກ ແລະ ນໍາເຂົ້າສິນຄ້າ: ມູນຄ່າການສົ່ງອອກສາມາດປະຕິບັດໄດ້ 88 ກວ່າຕື້ກີບ, ມູນຄ່ານໍາເຂົ້າສິນຄ້າປະຕິບັດໄດ້ 99 ກວ່າຕື້ກີບ; ດ້ານການລົງທຶນ: ສາມາດລະດົມທຶນ ເຂົ້າໃສ່ການພັດທະນາໄດ້ 1.147 ກວ່າຕື້ກີບ; ດ້ານກະສິກໍາ ສາມາດຜະລິດເຂົ້າໄດ້ທັງໝົດ 87 ພັນກວ່າໂຕນ, ຜະລິດພືດເປັນສິນຄ້າບັນລຸໄດ້ 443 ພັນກວ່າໂຕນ ລື່ນແຜນການ 31%, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ສາມາດປະຕິບັດໄດ້ 404 ກວ່າຕື້ກີບ, ອັດຕາການຊົມໃຊ້ໄຟຟ້າ ກວມ 78ດ5% ຂອງຈໍານວນບ້ານທັງໝົດ, ຕາໜ່າງເສັ້ນທາງຄົມມະນາຄົມເຂົ້າເຖິງບ້ານ ບັນລຸໄດ້ 94,90% ຂອງຈໍານວນບ້ານທັງໝົດ, ລະບົບໂທລະຄົມມະນາຄົມ ສາມາດສົ່ງສັນຍານຄວບຄຸມໄດ້ 7 ເມືອງ; ດ້ານການທ່ອງທ່ຽວ ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຊົມ ແລະ ພັກເຊົາໄດ້ທັງໝົດ ຈໍານວນ 150 ພັນກວ່າຄົນ ສາມາດສ້າງລາຍຮັບໄດ້ປະມານ 5,43 ລ້ານໂດລາສະຫະລັດ. ຂົງເຂດວັດທະນະທໍາ-ສັງຄົມ: ສາມາດປະກາດຈົບຊັ້ນມັດທະຍົມບໍາລຸງໄດ້ 2 ເມືອງ ຄື: ເມືອງແບງ ແລະ ເມືອງຫຼາ, ອັດຕາການເຂົ້າຮຽນຂອງເດັກ ອາຍຸ 3-5 ປີ ບັນລຸໄດ້ 39,6% ລື່ນແຜນການ 5,9%; ອັດຕາການຊົມໃຊ້ ນໍ້າສະອາດບັນລຸໄດ້ 92,12%, ອັດຕາການຊົມໃຊ້ວິດຖ່າຍບັນລຸ 64%; ຈັດຫາວຽກເຮັດງານທໍາໃຫ້ແຮງງານພາຍໃນໄດ້ 595 ຄົນ, ເທົ່າກັບ 79,33%. ປະຈຸບັນທົ່ວເມືອງ ມີບ້ານທັງໝົດ ຈໍານວນ 471 ບ້ານ, ໃນນັ້ນ ບ້ານທຸກຍາກ ຈໍານວນ 194 ບ້ານ ກວມ 41,18%, ອັດຕາຄວາມທຸກຍາກ ຂອງພົນລະເມືອງໄດ້ຫຼຸດລົງ ເຫຼືອ 26,84% ໃນປີ 2015.
ຜ່ານການຮັບຟັງລາຍງານ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ການນໍາຂອງແຂວງ ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເປັນແຜນລະອຽດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ ດ້ວຍຄວາມຮັບຜິດຊອບ, ມີຫົວຄິດປະດິດສ້າງ ປະກອບສ່ວນ ພັດທະນາເສດຖະກິດຂອງແຂວງ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດຫຼາຍດ້ານ ພ້ອມດຽວກັນນີ້ ຍັງເຊື່ອໝັ້ນວ່າ ໃນຕໍ່ໜ້າແຂວງອຸດົມໄຊ ຈະສືບຕໍ່ ພັດທະນາເສດຖະກິດຂອງແຂວງຕົນ ໃຫ້ດີຂຶ້ນເລື້ອຍໆ ເນື່ອງຈາກວ່າ ໄດ້ມີບົດຮຽນ, ມີພື້ນຖານ ໃນການຈັດຕັ້ງປະຕິບັດມາແລ້ວ ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວຍົກໃຫ້ເຫັນ ມູນເຊື້ອດຸໝັ່ນຂະຫຍັນພຽນ, ສາມັກຄີປອງດອງ ແລະ ມູນເຊື້ອພິລະອາດຫານອັນຮັກຊາດ ຂອງປະຊາຊົນຊາວແຂວງອຸດົມໄຊ ໃນການປົກປັກຮັກສາປະເທດຊາດ ກໍ່ຄື ການສະໜັບສະໜູນ ຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ-ລັດ. ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ກໍ່ຍັງໄດ້ແຈ້ງສະພາບການທັງພາຍໃນ ແລະ ສາກົນ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຊາບ. ເນື່ອງຈາກວ່າ ແຂວງອຸດົມໄຊ ເປັນແຂວງທີ່ມີທີ່ຕັ້ງຢູ່ຈຸດໃຈກາງ ເພື່ອເຊື່ອມຕໍ່ກັບບັນດາແຂວງຢູ່ພາກເໜືອ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ການນໍາ, ພະນັກງານຫຼັກແຫຼ່ງຂອງແຂວງ ໃຫ້ເອົາໃຈໃສ່ບາງດ້ານເປັນຕົ້ນ: ກ່ອນອື່ນ ຕ້ອງຮັບປະກັນໄດ້ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ; ຂຸດຄົ້ນນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ເພື່ອໃຫ້ກາຍເປັນແຮງຂັບເຄື່ອນ ໃຫ້ແກ່ການພັດທະນາເສດຖະກິດ ທັງນີ້ ກໍ່ເພື່ອສ້າງແຂວງອຸດົມໄຊ ກາຍເປັນໃຈກາງເສດຖະກິດ ຂອງບັນດາແຂວງພາກເໜືອ; ຊຸກຍູ້ສົ່ງເສີມການຜະລິດ ເພື່ອໃຫ້ ມີສິນຄ້າສົ່ງອອກຫຼາຍໆ ຄຽງຄູ່ກັບການດຶງດູດການລົງທຶນ ຂອງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຫຼາຍຂຶ້ນກວ່າເກົ່າ; ວຽກພັກ-ພະນັກງານ ກໍ່ຕ້ອງໄດ້ບໍາລຸງກໍ່ສ້າງ, ສຶກສາອົບຮົມ ເປັນປົກກະຕິ, ລຽນຕິດ ແລະ ຕໍ່ເນື່ອງ ເພື່ອເຮັັດໃຫ້ສະມາຊິກພັກ-ພະນັກງານ ກາຍເປັນແບບຢ່າງທີ່ດີ.
ສໍາລັບການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ແຂວງ ເດັດຂາດຖ້າຫາກພົບເຫັນ ພະນັກງານ, ເຈົ້າໜ້າທີ່ ຫຼື ພາກສ່ວນໃດ ທີ່ໄດ້ລະເມີດ, ຝ່າຝືນ ບໍ່ປະຕິບັດຕາມ ເນື້ອໃນຈິດໃຈຄໍາສັ່ງ ຕ້ອງໄດ້ມີມາດຕະການເດັດຂາດ, ເໝາະສົມ ແລະ ປະຕິບັດຕາມຂັ້ນຕອນ ລະບຽບກົດໝາຍຢ່າງເຄັ່ງຄັດ. ໃນຕອນທ້າຍທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງຊ່ວຍເປັນຫູເປັນຕາ ພ້ອມທັງ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ຄໍາສັ່ງສະບັບດັ່ງກ່າວ.

ໃນໄລຍະເຄື່ອນໄຫວເຮັດວຽກຢູ່ແຂວງ ອຸດົມໄຊ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສູນ ແລະ ບໍລິການເຕັກນິກກະສິກໍາ ຮ່ວມມືລາວ-ຈີນ, ສະຖານີ ວິທະຍຸ-ໂທລະພາບ ແຂວງ ແລະ ສະຖານທີ່ທ່ອງທ່ຽວທໍາມະຊາດ ນໍ້າກັດໂຢລະປາ ຕື່ມອີກ.
ນາຍົກ ທອງລຸນ

ຂ່າວຈາກ: ສຳນັກງານນາຍົກລັດຖະມົນຕີ
ຜູ້ຂຽນ: ບີໂຟ໋ ນັນທະວົງ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...