Homeຂ່າວຕ່າງປະເທດລົດຮັບສົ່ງນັກຂ່າວໂອລິມປິກ ຖືກຍິງໂຈມຕີ ຂະນະເດີນທາງສູ່ສະໜາມແຂ່ງຂັນ ຢູ່ບຣາຊິນ!

ລົດຮັບສົ່ງນັກຂ່າວໂອລິມປິກ ຖືກຍິງໂຈມຕີ ຂະນະເດີນທາງສູ່ສະໜາມແຂ່ງຂັນ ຢູ່ບຣາຊິນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ສິງຫາຜ່ານມານີ້ວ່າ ລົດເມຮັບສົ່ງນັກຂ່າວ ໃນເມືອງ ຣີໂອ ເດີ ຈາເນໂຣ ໄດ້ຖືກໂຈມຕີດ້ວຍອາວຸດປືນ ເທິງທາງດ່ວນຈາກສະໜາມແຂ່ງຂັນບານບ້ວງ ໄປຍັງສະໜາມຫລັກ ໃນມື້ວັນອັງຄານທີ 9 ສິງຫາ 2016 ຕາມເວລາໃນທ້ອງຖິ່ນ ໂດຍຜູ້ສື່ຂ່າວລະບຸວ່າ ໄດ້ຍິນສຽງປືນດັງ 2 ຄັ້ງ ເຮັດໃຫ້ແວ່ນແກ້ວປ່ອງຢ້ຽມຂອງລົດແຕກ ແລະ ມີຜູ້ໄດ້ຮັບບາດເຈັບ 3 ຄົນ, ແນວໃດກໍຕາມ ໂຊເຟີຂັບລົດຄັນດັ່ງກ່າວ ໄດ້ຕັດສິນໃຈຂັບລົດຕໍ່ໄປ ກ່ອນທີ່ຈະຢຸດຈອດ ເມື່ອພົບກັບລົດຂອງ ເຈົ້າໜ້າທີ່ຕຳຫລວດ.

ປັດຈຸບັນ ທາງການບຣາຊິນ ໄດ້ອອກຄຳສັ່ງ ເພີ່ມມາດຕະການຮັກສາຄວາມປອດໄພ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮຸນແຮງ ດັ່ງກ່າວນີ້ອີກ.

 

 

 
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...