Homeສຸຂະພາບ ແລະ ສີ່ງແວດລ້ອມນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ

ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ

Published on

ຍຸງລາຍ

ກະຊວງສາທາລະນະສຸກ ລາຍງານວ່າ: ນັບແຕ່ເດືອນ ມັງກອນ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ 148 ກໍລະນີ ແລະຍັງບໍ່ມີຜູ້ເສຍຊີວິດ. ເມືອງສີສັດຕະນາກແມ່ນ ຫຼາຍກວ່າໝູ່ ມີເຖິງ 36 ກໍລະນີ, ໄຊທານີ 33 ກໍລະນີ, ສີໂຄດຕະບອງ 23 ກໍລະນີ, ຈັນທະບູລີ 11 ກໍລະນີ, ໄຊເສດຖາ 26 ກໍລະນີ, ຫາດຊາດຟອງ 11 ກໍລະນີ ແລະເມືອງນາຊາຍທອງ 7 ກໍລະນີ. ທຽບໃສ່ປີຜ່ານມາແມ່ນຫຼຸດລົງໜ້ອຍກວ່າ.

ຂະນະ†ທີ່ຢູ່ທົ່ວປະເທດ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ ຫຼາຍກວ່າ 2.300 ຄົນ ແລະມີຜູ້ເສຍຊິວິດ 9 ຄົນ, ຮ້າຍແຮງກວ່າໝູ່ແມ່ນຈຳປາສັກ ມີຜູ້ຕິດເຊື້ອເຖິງ 1 ພັນກວ່າຄົນ ແລະເສຍຊີວິດ 7 ຄົນ, ບໍລິຄຳໄຊ 304 ຄົນ, ເສຍຊີວິດ 1 ຄົນ , ຄຳມ່ວນ 221 ຄົນ, ສະຫວັນນະເຂດ 125 ຄົນ, ສາລະວັນ 96 ຄົນ, ເສຍຊີວິດ 1 ຄົນ, ເຊກອງ 80 ຄົນ, ອັດຕະປື 70 ຄົນ, ຫຼວງພະບາງ 77 ຄົນ, ອຸດົມໄຊ 37 ຄົນ, ຫຼວງນໍ້າທາ 20 ຄົນ ແລະແຂວງວຽງຈັນ 20 ຄົນ. ໃນໄລຍະຜ່ານມາ ທາງພາກສ່ວນທີ່ກ່ຽວຂ້ອງກໍຄື ອຳນາດການປົກຄອງເມືອງ, ແຂວງ ກໍໄດ້ເອົາໃຈໃສ່ໃນການປຸກລະດົມ, ປ້ອງກັນ ແລະສະກັດກັ້ນການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ ໂດຍສະເພາະແມ່ນເຂດທີ່ມີການລະບາດຮ້າຍແຮງ.

ດັ່ງນັ້ນ, ອຳນາດການປົກຄອງທ້ອງຖິ່ນ ໄດ້ປຸກລະດົມປະຊາຊົນກຳຈັດແຫຼ່ງເພາະພັນຂອງຍຸງລາຍ ໂດຍປະຕິບັດຕາມຄຳຂວັນ 5 ປໍຄື: ປິດຝາພາຊະນະ ທີ່ມີນໍ້າພາຍໃນເຮືອນ ແລະນອກເຮືອນ, ປ່ຽນນໍ້າ ແລະຜັດຖູພາຊະນະຕ່າງໆພາຍໃນເຮືອນ, ປ່ອຍປາຫາງນົກຍຸງ, ປັບປຸງບໍ່ໃຫ້ມີນໍ້າຄ້າງ, ຂັງກະໂປະ, ກະປ໋ອງ ແລະປະຕິບັດ ເປັນປະຈຳທຸກໆອາທິດ. ຖ້າທຸກຄົນປະຕິບັດຕາມຄຳຂວັນດັ່ງກ່າວເປັນປະຈຳ ເຊື່ອວ່່າພະຍາດດັ່ງກ່າວຕ້ອງ ຫຼຸດໜ້ອຍຖອຍລົງຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...