spot_img
Homeຂ່າວຕ່າງປະເທດອົງການສິດທິມະນຸດສາກົນ ຕຳນິລົງປະຊາມະຕິ ຮ່າງລັດຖະທຳມະນູນໄທ ບໍ່ມີຄວາມຍຸຕິທຳ!

ອົງການສິດທິມະນຸດສາກົນ ຕຳນິລົງປະຊາມະຕິ ຮ່າງລັດຖະທຳມະນູນໄທ ບໍ່ມີຄວາມຍຸຕິທຳ!

Published on

ສຳນັກຂ່າວ INN ຂອງໄທ ລາຍງານໃນວັນທີ 10 ສິງຫາຜ່ານມານີ້ວ່າ ພາຍຫລັງການຈັດລົງປະຊາມະຕິ ຮັບຮອງຮ່າງລັດຖະທຳມະນູນ ສະບັບໃໝ່ຂອງໄທ ໃນວັນທີ 7 ສິງຫາ 2016 ຜ່ານມາ ແລະ ຜົນການນັບຄະແນນ ປະກາດອອກຢ່າງເປັນທາງການ ໂດຍສຽງສ່ວນຫລາຍ 55% ຂອງຜູ້ມີສິດ ໄດ້ເລືອກຮັບຮອງເອົາ ລັດຖະທຳມະນູນ ສະບັບດັ່ງກ່າວ.

ຫລ້າສຸດ ທ່ານ ແບຣດ ອະດຳ ຜູ້ອຳນວຍການ ອົງການສິດທິມະນຸດ ປະຈຳພາກພື້ນອາຊີ ໄດ້ອອກມາກ່າວວ່າ ການລົງປະຊາມະຕິດັ່ງກ່າວ ຊຶ່ງລັດຖະບານເປັນຜູ້ປຸກລະດົມ ແລະ ທຳການຕໍ່ຕ້ານ ການຈັດກິດຈະກຳ ສະແດງຄວາມຄິດເຫັນ ພ້ອມທັງມີການຄວບຄຸມ ຝ່າຍກົງກັນຂ້າມຂອງຕົນ ໃນນັ້ນແມ່ນລວມທັງສື່ມວນຊົນ ແມ່ນເປັນໄປດ້ວຍຄວາມບໍ່ຍຸຕິທຳ ໂດຍທ່ານໄດ້ຊີ້ໃຫ້ເຫັນວ່າ ການລົງປະຊາມະຕິດັ່ງກ່າວ ແທນທີ່ຈະເປັນຜົນປະໂຫຍດ ໃຫ້ແກ່ພົນລະເມືອງຊາວໄທໃນໄລຍະຍາວ ເພື່ອກັບຄືນສູ່ລະບອບປະຊາທິປະໄຕ, ແຕ່ລັດຖະທຳມະນູນສະບັບໃໝ່ນີ້ ຊ້ຳກາຍເປັນການປູທາງ ສຳລັບລັດະບານທະຫານ ໃນອະນາຄົດ.

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...