spot_img
HomeມູມໄອທີລາວMeizu ເປີດໂຕ M3E ສະມາດໂຟນລະບົບ YunOS

Meizu ເປີດໂຕ M3E ສະມາດໂຟນລະບົບ YunOS

Published on

ຫຼ້າສຸດນີ້ Meizu ໄດ້ເປີດໂຕສະມາດໂຟນລຸ້ນໃໝ່ຂອງບໍລິສັດ ນາມວ່າ Meizu M3E. ສຳລັບ Meizu M3E ນີ້ແມ່ນອອກແບບມາດ້ວຍເທັກໂນໂລຢີການຕັດຂອບເພັດ ແລະໂຕເຄື່ອງແມ່ນເຮັດມາຈາກໂລຫະທີ່ມີຄວາມທົນທານສູງ. ໂດຍຈຸດເດັ່ນຂອງລຸ້ນນີ້ກໍຄົງເປັນຊ໋ອບແວຣ໌ກ້ອງໜ້າທີ່ມາພ້ອມກັບ  FotoNation 2.0 ແລະ FaceAE ທີ່ຈະຊ່ອຍເພີ່ມປະສິດພິພາບເຊວຟີ້ແລະວີດີໂອຄໍໄດ້ຢ່າງດີ. ນອກຈາກນີ້ແລ້ວຍັງໃຊ້ງານລະບົບ YunOS ທີ່ພັດທະນາໂດຍ Alibaba ອີກນຳ. 


ສຳລັບສະເປັກຂອງ Meizu M3E ມີດັ່ງນີ້:

  • ໂຕເຄື່ອງມີຂະໜາດທີ່ 153.6 x 75.8 x 7.9 ມມ ແລະໜັກປະມານ 172 ກຣາມ. 
  • ໃຊ້ຈໍ IPS LCD ຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) 403ppi. 
  • ໜ້າຈໍມີຄວາມແຈ້ງສູງ 450 cd/m2 ແລະອັດຕາຄວາມຄົມຊັດທີ່ 1000:1. 
  • ໃຊ້ງານຊິບປະມວນຜົນ MediaTek Helio P10 64-bit ຄວາມແຮງ 1.8GHz. 
  • ໃຊ້ງານຊິບກຣາບຟິກ Mali T860. 
  • RAM 3GB. 
  • ROM 32GB ສາມາດເພີ່ມກາຣ໌ດ microSD ໄດ້. 
  • ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມເຊັນເຊີ້ Sony IMX258, f/2.2, PDAF ດ້ວຍຄວາມໄວໂຟກັດ 0.2 ວິ ແລະແຟລັດຄູ່ໂທນ LED. 
  • ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ ພ້ອມຄ່າ f/2.0, FotoNation 2.0 ແລະ FaceAE. 
  • ໃຊ້ງານ UI Flyme 5.2.1 ທີ່ສ້າງເທິງພື້ນຖານລະບົບ YunOS 5.1.1. 
  • ຮອງຮັບລະບົບ AliPay ຂອງ Alibaba ໃນປະເທດຈີນ. 
  • ແບັດເຕີຣີ 3100mAh ມາພ້ອມເທັກໂນໂລຢີສາກໄວ mCharge
  • ຮອງຮັບ 2 ຊິມ
  • ຮອງຮັບ 4G VoLTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4.1. 
  • ພອຣ໌ດ microUSB 2.0 ແລະຮູແຈັກ 3.5 ມມ

ສຳລັບ Meizu M3E ນີ້ມາພ້ອມກັບ 5 ສີໃຫ້ເລືອກໄດ້ແກ່: ສີຟ້າ, ເທົາ, ເງິນ, ຄຳ ແລະຄຳບົວ. ໂດຍຈະວາງຈຳໜ່າຍໃນລາຄາ 1,299 ຢວນ (1.588.000 ກີບ) ແລະຈະເລີ່ມວາງຈຳໜ່າຍຜ່ານເວັບໄຊ Meizu ໃນວັນທີ 14 ສິງຫານີ້ ທີ່ປະເທດຈີນ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:techtoyreviews

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...