spot_img
Homeຂ່າວພາຍ​ໃນGDP ສົກ 2013-2014 ເພີ່ມຂຶ້ນ 7,6% ທຽບໃສ່ແຜນບໍ່ໄດ້ຕາມເປົ້າ!

GDP ສົກ 2013-2014 ເພີ່ມຂຶ້ນ 7,6% ທຽບໃສ່ແຜນບໍ່ໄດ້ຕາມເປົ້າ!

Published on

 

somdee
ທ່ານ ສົມດີ ດວງດີ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດຊຸດທີ VII ມື້ວານນີ້ (7 ກໍລະກົດ)

 

ຂປລ.  ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕົ້ນສົກປີ 2013-2014 ຜ່ານມານີ້ ມີທັງເງື່ອນໄຂ

ສະດວກ ແລະ ສິ່ງທ້າທາຍຫລາຍປະການ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານຂອງປະເທດ ທີ່ຍັງ

ບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ ອັນໄດ້ສົ່ງຜົນກະທົບດ້ານລົບ ຕໍ່ແຜນພັດທະນາ ເຊິ່ງການຄາດຄະເນລວມຍອດມູນຄ່າ

ຜະລິດຕະພັນພາຍໃນ (GDP) ໃນສົກປີ 2013-2014 ເພີ່ມຂຶ້ນປະມານ 7,6% ຖ້າທຽບໃສ່ແຜນການກຳນົດໄວ້ 8,3% ປະຕິ

ບັດໄດ້91,5%, ສາມາດສ້າງມູນຄ່າເພີ່ມໃນລາຄາປັດຈຸບັນ ໄດ້ປະມານ 91.000 ກວ່າຕື້ກີບ ແລະ ລວມຍອດຜະລິດຕະພັນ

ພາຍໃນສະເລ່ຍຕໍ່ຄົນໄດ້ 1.692 ໂດລາສະຫະລັດ ຫລື ປະມານ 13 ລ້ານກວ່າກີບ.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ

ເທື່ອທີ 7ສະພາແຫ່ງຊາດ ຊຸດທີ VII ໂດຍທ່ານໄດ້ຍົກໃຫ້ເຫັນການຂະຫຍາຍຕົວຂອງ ຂະແໜງກະສິກຳ ເພີ່ມຂຶ້ນປະມານ

2,9%, ຂະແໜງອຸດສາຫະກຳເພີ່ມຂຶ້ນປະມານ 8,7% ແລະ ຂະແໜງບໍລິການເພີ່ມຂຶ້ນປະມານ 9,3%. ສຳລັບການເກັບ

ລາຍຮັບໃນຕົ້ນສົກປີ 2013-2014 ນີ້ ສາມາດປະຕິບັດໄດ້ 9.223 ຕື້ກວ່າກີບ, ເທົ່າກັບ 36% ຂອງແຜນການ, ໃນຂະນະທີ່

ລາຍຈ່າຍເກືອບ 7.778 ຕື້ກວ່າກີບ, ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 6,21%, ອັດຕາແລກປ່ຽນສືບຕໍ່ມີຄວາມສະຫງົບ

ແລະ ໝັ້ນທ່ຽງ, ໄລຍະ 6 ເດືອນຕົ້ນປີ ມູນຄ່າການສົ່ງອອກບັນລຸໄດ້ປະມານ 1.620 ລ້ານໂດລາສະຫະລັດ ເທົ່າກັບ 74,43%,

ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 84,09%, ສິນຄ້າສົ່ງອອກຕົ້ນຕໍແມ່ນພະລັງງານໄຟຟ້າ, ຜະລິດຕະພັນແຮ່

ທາດ, ເຄື່ອງຕັດຫຍິບ, ສິນຄ້າກະສິກຳ ແລະ ອື່ນໆ. ສ່ວນການນຳເຂົ້າຄາດວ່າຈະບັນລຸປະມານ 1.979 ລ້ານໂດລາສະຫະລັດ,

ເທົ່າກັບ 72,49% ຂອງແຜນການ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນປະມານ 70,45%, ຄາດຄະເນຂາດດຸນການຄ້າ 359 ລ້ານ

ໂດລາສະຫະລັດ, ເທົ່າກັບ 3,1% ຂອງຈີດີພີ.

 
ທ່ານ ສົມດີ ດວງດີ ຍັງໃຫ້ຮູ້ອີກວ່າ: ການປະຕິບັດໂຄງການລົງທຶນຂອງລັດໃນ 6 ເດືອນຜ່ານມາ ມີທັງໝົດ 2.469 ໂຄງການ,

ມູນຄ່າ 2.333 ຕື້ກີບ ເທົ່າກັບ 31% ຂອງແຜນການປີ, ການປະຕິບັດໂຄງການຊ່ວຍເຫລືອລ້າ ແລະ ກູ້ຢືມມີທັງໝົດ 767 ໂຄງ

ການ, ມູນຄ່າ 4.158 ລ້ານໂດລາສະ ຫະລັດ, ສາມາດດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ 713 ໂຄງການມູນຄ່າ

3.000 ລ້ານໂດລາສະຫະລັດ, ການປ່ອຍສິນເຊື່ອທຸກລະບົບທະນາຄານເພີ່ມຂຶ້ນ 4.000 ຕື້ກວ່າກີບ.  ພ້ອມນີ້ ທ່ານຍັງຍົກໃຫ້

ເຫັນຜົນສຳເລັດຂອງການພັດທະນາບາງວຽກງານຈຸດສຸມເປັນຕົ້ນແມ່ນການ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມ

ທຸກຍາກຕິດພັນກັບວຽກງານສາມສ້າງ, ການພັດທະນາຂົງເຂດການຜະລິດ, ການພັດທະນາພື້ນຖານໂຄງລ່າງ, ການພັດທະ

ນາຂົງເຂດສັງຄົມ-ວັດທະນະທຳ ແລະ ສິ່ງແວດລ້ອມ, ການພັດທະນາຕາມເຂດແຄວ້ນ ແລະ ອື່ນໆ ລວມເຖິງແຜນວຽກຈຸດ

ສຸມຂອງການພັດທະນາໃນ 6 ເດືອນທ້າຍສົກປີ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...