spot_img
Homeນານາສາລະ20 ອັນດັບປະເທດທີ່ມີລະບົບການສຶກສາທີ່ດີທີ່ສຸດໃນໂລກ

20 ອັນດັບປະເທດທີ່ມີລະບົບການສຶກສາທີ່ດີທີ່ສຸດໃນໂລກ

Published on

“The World Top 20 Education Poll” ເຜີຍຜົນການສຳຫຼວດລະບົບການສຶກສາຈາກທົ່ວໂລກກວ່າ 200 ປະເທດ ເພື່ອພັດທະນາສັກກະຍາພາບທາງດ້ານການສຶກສາຂອງນັກຮຽນອາຍຸແຕ່ 3-25 ປີ ເຊິ່ງການສຳຫຼວດຄັ້ງນີ້ປະກອບໄປດ້ວຍປັດໃຈທີ່ສຳຄັນໃນດ້ານການສຶກສາ 5 ຂໍ້ຄື:

1. ອັດຕາການລົງທະບຽນຮຽນຂອງເດັກນ້ອຍຊັ້ນປະຖົມ
2. ໂຮງຮຽນປະຖົມສຶກສາ ຄະແນນຄະນິດສາດ, ວິທະຍາສາດ ແລະ ການອ່ານ ສູງ 
3. ໂຮງຮຽນມັດທະຍົມສຶກສາ ຄະແນນຄະນິດສາດ, ວິທະຍາສາດ ແລະ ການອ່ານ ສູງ 
4. ອັດຕາການສຳເລັດກນສຶກສາໃນລະດັບມັດທະຍົມສຶກສາ 
5. ອັດຕາການສຳເລັດການສຶກສາໃນລະດັບວິທະຍາໄລ 

ການສຳຫຼວດໃນຄັ້ງນີ້ເປັນການຮວບຮວມສະຖິຕິຈາກ 6 ອົງກອນລະຫວ່າງປະເທດ ຄື: ອົງກອນເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD), ໂຄງການປະເມີນຜົນນັກຮຽນນານາຊາດ (PISA), ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຢູເນສໂກ (UNESCO), ໜ່ວຍຂ່າວສານເສດຖະສາດ (EIU), ໂຄງການສຶກສາແນວໂນ້ມການຈັດການສຶກສາພາກຄະນິດສາດ ແລະ ວິທະຍາສາດ (TIMSS) ແລະ ອົງການຄວມຄືບໜ້າໃນລະຫວ່າງການອ່ານ ແລະ ການຮຽນຮູ້ (PIRLS) ສົ່ງໄປທີ່ກະຊວງສຶກສາທິການຂອງແຕ່ລະປະເທດເພື່ອຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນ

ໂດຍຂໍ້ມູນທັງໝົດຈະຖືກນຳມາຫາຄ່າສະເລ່ຍຈາກຄະແນນລວມທັງໝົດ 5 ຂໍ້ ຈົນໄດ້ເປັນ 20 ອັນດັບປະເທດທີ່ມີລະບົບການສຶກສາທີ່ດີທີ່ສຸດໃນໂລກ ມານຳສະເໜີດັ່ງນີ້

ອັນດັບທີ 20 : ປະເທດ ເບລຢຽມ (Belgium) PTS : 8

ອັນດັບທີ 19 : ປະເທດ ຈີນ (China) PTS: 9

ອັບດັບທີ 18 : ສະຫະລັດອາເມລິກາ (USA) PTS: 12

ອັນດັບທີ 17 : ປະເທດ ອັອດສະເຕເລຍ (Australia) PTS: 14

ອັນດັບທີ 16 : ປະເທດ ອິສຣາເອລ (Israel) PTS: 15

ອັນດັບທີ 15 : ປະເທດ ສະວິດເຊີແລນ (Switzerland) PTS: 16

ອັນດັບທີ 14 : ປະເທດ ໂປແລນ (Poland) PTS: 18

ອັນດັບທີ 13 : ປະເທດ ນິວຊີແລນ (New Zealand) PTS: 18

ອັນດັບທີ 12 : ປະເທດ ຣັສເຊຍ (Russia) PTS: 23

ອັນດັບທີ 11 : ປະເທດ ໄອຣແລນ (Ireland) PTS: 28

ອັນດັບທີ 10: ປະເທດ ເຢຍລະມັນ (Germany) PTS: 28

ອັນດັບທີ 9 : ປະເທດ ເດນມາກ (Denmark) PTS: 29

ອັນດັບທີ 8 : ປະເທດ ການາດາ (Canada) PTS: 41

ອັນດັບທີ 7 : ປະເທດ ເນເທີແລນ (Netherlands) PTS: 42

ອັນດັບທີ 6 : ປະເທດ ຮ່ອງກົງ (Hong Kong) PTS: 43

ອັນດັບທີ 5 : ສະຫະຣາຊາອານາຈັກ (ປະເທດ ອັງກິດ) (United Kingdom) PTS: 48

ອັນດັບທີ 4 : ປະເທດ ຟິນແລນ (Finland) PTS: 48

ອັນດັບທີ 3 : ປະເທດ ສິງກະໂປ (Singapore)

ອັນດັບທີ 2 : ປະເທດ ຍີ່ປຸ່ນ (Japan) PTS: 55

ອັນດັບທີ 1 : ປະເທດ ເກົາຫຼີໃຕ້ (South Korea) PTS: 59

 

ຂໍ້ມູນຈາກ: http://www.manager.co.th/Campus/ViewNews.aspx?NewsID=9580000040642
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...