Homeສຸຂະພາບ ແລະ ສີ່ງແວດລ້ອມໂຣກອັກເສບທີ່ປາຍອະໄວຍະວະເພດຊາຍ ທີ່ຄວນຮູ້ ໂດຍສະເພາະຜູ້ຊາຍ

ໂຣກອັກເສບທີ່ປາຍອະໄວຍະວະເພດຊາຍ ທີ່ຄວນຮູ້ ໂດຍສະເພາະຜູ້ຊາຍ

Published on

ໂຣກນີ້ຄືພາວະທີ່ມີການອັກເສບຂອງສ່ວນປາຍຂອງອະໄວຍະວະເພດຊາຍ (ສ່ວນຫົວ) ໂຣກນີ້ສາມາດເກີດຂຶ້ນໄດ້ໃນທຸກໆຊ່ວງຂອງອາຍຸຜູ້ຊາຍ ໂຣກນີ້ສາມາດເກີດຂຶ້ນໄດ້ຈາກຫຼາຍສາເຫດເຊັ່ນ: ເກີດຈາກການຕິດເຊື້ອຣາແຄນຕິດ້າ, ເກີດຈາກການຕິດເຊື້ອແບັດທີເຣຍ ເກີຮດຈາກການຕິດເຊື້ອໂຣກຕິດຕໍ່ທາງເພດສຳພັນ ເກີດຈາກການມີສິ່ງລະຄາຍເຄືອງບໍລິເວນສ່ວນຂອງປາຍຂອງອະໄວຍະວະເພດດັ່ງກ່າວ ຫຼື ເກີດຈາກໂຣກບາງຢ່າງເປັນສາເຫດເປັນຕົ້ນ ແຕ່ຢ່າງໃດກໍ່ຕາມໂຣກນີ້ກໍ່ສາມາດໃຫ້ຫາຍຈາດໄດ້

ການຮັກສາໂຣກນີ້

  1. ຫຼີກລ່ຽງການໃຊ້ສະບູໃນເວລາທີ່ມີການອັກເສບ ແລະ ໃຊ້ Emollient Cream ຫຼື Ointment ທຳຄວາມສະອາດແທນສະບູ
  2. ໃຊ້ນ້ຳອຸ່ນເຮັດຄວາມສະອາດເບົາໆ ແລະ ເບົາໆຄ່ອຍໆເຊັດໃຫ້ແຫ້ງດີ
  3. ການຮັກສາໂຣກຈຳພວກນີ້ແມ່ນຂຶ້ນຢູ່ກັບສາເຫດຂອງໂຣກເຊັ່ນ: ຖ້າເກີດຈາກການຕິດເຊື້ອຣາແຄນດີຕ້າ ການຮັກສາກໍ່ຄືການໃຊ້ຢາຂ້າເຊື້ອຣາ, ຖ້າສາເຫດເກີດຈາກການຕິດເຊື້ອແບັດທີເຣຍ ການຮັກສາສະເພາະກໍ່ຄືການໃຊ້ຢາປະຕິຊີວະນະທີ່ຂ້າເຊື້ອແບັດທີເຣຍຊະນິດນັ້ນໆ, ຖ້າສາເຫດເກີດຈາກການຕິດເຊື້ອທາງເພດສຳພັນ ການຮັກສາກໍ່ຄືການໃຊ້ຢາສະເພາະຕໍ່ໂຣກຕິດເຊື້ອທາງເພດສຳພັນນັ້ນ
  4. ການໃຊ້ສະເຕີຣອຍຄຣີມອ່ອນໆ ທາບໍລິເວນທີ່ອັກເສບ ໃນກໍລະນີທີ່ການອັກເສບນັ້ນເກີດຈາກກົນໄກຂອງການແພ້ ຫຼື ພູມແພ້ ແຕ່ໃນບາງຄັ້ງເຮົາໃຊ້ຄຣີມທີ່ມີສະເຕີຣອຍອ່ອນໆ ປະສົມກັບຢາປະຕິຊີວະນະທາໃນບໍລິເວນທີ່ອັກເສບ ເພື່ອຊ່ວຍຫຼຸດການອັກເສບໃນໄລຍະທຳອິດ ຂອງການຮັກສາໄດ້ອີກດ້ວຍ
  5. ຖ້າທ່ານມີອາການອັກເສບທີ່ປາຍອະໄວຍະວະເພດຊ້ຳເລື່ອຍໆ ແລະ ທ່ານມີພາວະໜັງຫຸ້ມປາຍອະໄວຍະວະເພດບໍ່ເປີດ (Phimosis) ແນະນຳໃຫ້ເຮັດກາານຜ່າຕັດ ຫຼື ໜີບໜັງຫຸ້ມປາຍອະໄວຍະວະເພດອອກ

ການປ້ອງກັນໂຣກນີ້

  1. ລ້າງເຮັດຄວາມສະອາດອະໄວຍະວະເພດໃຫ້ສະອາດ ແລະ ເຊັດໃຫ້ແຫ້ງກ່ອນນຸ່ງສະລິບ
  2. ຖ້າການອັກເສບນັ້ນສຳພັນກັບການໃຊ້ຖົງຢາງອານາໄມ ແມ່ນຄວນຫຼີກລ່ຽງການໃຊ້ຖົງຢາງອານາໄມ ຫຼື ຖ້າຈຳເປັນຕ້ອງໃຊ້ກໍ່ໃຊ້ຊະນິດທີ່ເຮັດມາສຳລັບຜູ້ທີ່ມີຜິວແຫ້ງແພ້ງ່າຍ
  3. ລ້າງມືໃຫ້ສະອາດທຸກຄັ້ງກ່ອນຈັບອະໄວຍະວະເພດເມື່ອເວລາປັດສະວະ ຖ້າທ່ານເຮັດວຽກກ່ຽວກັບສານເຄມີທີ່ອາດລະຄາຍເຄືອງຕໍ່ອະໄວຍະວະເພດໄດ້
  4. ໃຊ້ຖົງຢາງອານາໄມທຸກຄັ້ງໃນເວລາມີເພດສຳພັນກັບຄູ່ນອນຄົນໃໝ່ທີ່ບໍ່ໝັ້ນໃຈວ່າຈະປອດໄພຈາກການຕິດເຊື້ອໂຣກຕິດຕໍ່ທາງເພດສຳພັນ

 

ຂໍ້ມູນຈາກ: http://medicarezine.com/2012/03/balanitis/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...