Homeສຸຂະພາບ ແລະ ສີ່ງແວດລ້ອມໂຣກກະດູກສັນຫຼັງຄົດ ໄພທຳຮ້າຍຮ່າງກາຍ

ໂຣກກະດູກສັນຫຼັງຄົດ ໄພທຳຮ້າຍຮ່າງກາຍ

Published on

ໂຣກທີ່ກ່ຽວກັບກະດູກສັນຫຼັງຖືວ່າມີອັນຕະລາຍບໍ່ແມ່ນໜ້ອຍໆ ເພາະກະດູກສັນຫຼັງຂອງຄົນເຮົາເປັນກະດູກທີ່ມີຄວາມສຳຄັນກັບລະບົບປະສາດທີ່ດີ ຫາກເກີດຄວາມຜິດປົກກະຕິຂຶ້ນຍ່ອມ ສົ່ງຜົນກະທົບຕໍ່ຮ່າງກາຍຫຼາຍ.

pic_sco

ໂຣກກະດູກສັນຫຼັງຄົດເກີດ ຂຶ້ນໄດ້ແນວໃດ?

ແພດກ່າວວ່າ: ໂຣກກະດູກສັນຫຼັງຄົດເກີດຂຶ້ນໄດ້ຈາກຫຼາຍສາເຫດເຊັ່ນ: ສະໝອງພິການຜິດປົກກະຕິແຕ່ກຳເນີດ ຫຼື ມາຈາກກຳມະພັນຫາກເຮືອນໃດມີຄອບຄົວເປັນໂລກນີ້ກໍມີສິດທີ່ຈະເປັນ ໂຣກນີ້ໄດ້ຄືກັນແຕ່ສ່ວນໃຫຍ່ແລ້ວ ສາເຫດທີ່ຄົນມັກເປັນກັນຍັງຫາສາເຫດທີ່ແນ່ນອນບໍ່ໄດ້.

– ມີອາການຄື: ໄລ່ 2 ຂ້າງບໍ່ເທົ່າກັນ, ແຜ່ນຫຼັງໂນນບໍ່ເທົ່າກັນ, ກະໂພກຕໍ່າບໍ່ເທົ່າກັນ, ມີອາການປວດບໍລິເວນແອວ.

– ວິທີສັງເກດວ່າມີທ່າອຽງເປັນໂຣກກະດູກສັນຫຼັງຄົດ: ຄວາມໂນນຂອງກະດູກພາລາ, ຄວາມສູງຂອງຫົວໄລ່, ແນວກະດູກກະ ໂພກ.

– ວິທີຮັກສາໂຣກກະດູກສັນຫຼັງຄົດ: ຮັກສາໂດຍການໃຊ້ເສື້ອເກາະຫັດຫຼັງບໍ່ໜ້ອຍກວ່າ 16 ຊົ່ວໂມງຕໍ່ມື້ ວິທີນີ້ໃຊ້ໄດ້ກັບຄົນທີ່ກະດູກສັນຫຼັງຍັງບໍ່ຢຸດຈະເລີນເຕີບໂຕນັ້ນກໍຄື: ອາຍຸບໍ່ເກີນ 16 ປີ.

– ຮັກສາດ້ວຍການຜ່າຕັດຄື ໃຊ້ເຫຼັກຕາມດ້ານຫຼັງ ແລະຄຶງເຫຼັກເອົາໄວ້ ແລະ ເຮັດການເຊື່ອມກະດູກສັນຫຼັງໃນບໍລິເວນນັ້ນ ເພື່ອເຮັດໃຫ້ຄວາມຄົດໜ້ອຍລົງ.

ທີ່ມາ: 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...