spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງນໍ້າບາກຈັບຂະບວນການຄ້າຢາເສບຕິດລາຍໃຫຍ່

ປກສ ເມືອງນໍ້າບາກຈັບຂະບວນການຄ້າຢາເສບຕິດລາຍໃຫຍ່

Published on

ທ້າວ ເຢຍທໍ ອາຍຸ 28 ປີຢູ່ບ້ານຈອມຈຸກ ແລະ ທ້າວ ກົວຮາ ອາຍຸ29 ປີຢູ່ບ້ານນໍ້າແລ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ໄດ້ຖືກເຈົ້າໜ້າທີ່ ປກສ ເມືອງນໍ້າບາກ, ແຂວງຫລວງພະບາງ ຈັບຕົວມາດໍາເນີນຄະດີເມື່ອບໍ່ດົນມານີ້,ຫລັງຈາກພາກັນລັກລອບເອົາຢາເສບຕິດປະເພດເຮໂຣອີນຈໍານວນ 12 ແທ່ງຂຶ້ນລົດໂດຍສານເພື່ອມາສົ່ງໃຫ້ລູກຄ້າຢູ່ແຂວງຫລວງພະບາງ.

ເຈົ້າໜ້າທີ່ ປກສ ເມືອງນໍ້າບາກ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີໃນວັນທີ 26 ກໍລະກົດ 2016 ວ່າຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ເຂົ້າມາແຂວງຫລວງພະບາງ, ຈຶ່ງໄດ້ຈັດກໍາລັງລົງກວດກາຕາມສາຍທາງ ແລະ ຄິວລົດໂດຍສານຕ່າງໆ,ຈຶ່ງສາມາດຈັບຂະວນການຄ້າ ຂາຍຢາເສບຕິດດັ່ງກ່າວພ້ອມຂອງກາງເຮໂຣອີນຈໍານວນ 12 ແທ່ງຊຸກເຊື່ອງໄວ້ໃນຖົງຜ້າຫົ່ມຂອງພວກກ່ຽວໄວ້ເປັນຫລັກຖານໃນການດໍາເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ເຮໂຣອີນ ທັງໝົດເປັນຂອງພວກຕົນແທ້ ໂດຍເອົາມາຈາກເຄື່ອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ໃນເຂດເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ເພື່ອເອົາມາສົ່ງໃຫ້ລູກຄ້າຢູ່ແຂວງຫລວງພະບາງ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ເສຍກ່ອນ ແລະ ປັດຈຸບັນຄະດີຢາເສບຕິດລາຍນີ້ພວມຢູ່ໃນຂັ້ນຕອນສະຫລຸບສໍານວນເພື່ອສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສີນລົງໂທດຕາມລະບຽບກົດໝາຍ ແລະ ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຈັບຕົວມາດໍາເນີນຄະດີໂດຍໄວ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...