spot_img
Home​ຂ່າວບັນເທິງຜົນງານໃໝ່ຂອງ ພຸດທະສອນກັບການເປັນນາງເອກ MV ເພງໃຫ້ ມົນແຄນ ແກ່ນຄູນ ໃນອາລະບ້ຳຊຸດໃໝ່

ຜົນງານໃໝ່ຂອງ ພຸດທະສອນກັບການເປັນນາງເອກ MV ເພງໃຫ້ ມົນແຄນ ແກ່ນຄູນ ໃນອາລະບ້ຳຊຸດໃໝ່

Published on

ບັນເທີງດາລາ ວັນນີ້ເຮົາຈະມາເວົ້າເຖິງ ນັກສະແດງສາວດາວດວງໃໝ່ອີກດວງໜຶ່ງຂອງວົງການບັນເທີງບ້ານເຮົາ ພຸດທະສອນ ສີດາວັນ ເຊິ່ງເມື່ອຕົ້ນປີນີ້ ນາງກໍ່ໄດ້ຝາກຜົນງານໃນອ້ອມອົກອ້ອມໃຈຂອງແຟນໆທັງສອງຝາກຝັ່ງໄປແລ້ວ ກັບການສະແດງຮູບເງົາເລື່ອງ ອ້ອມກອດເຂັມມະລາດ ເພື່ອຕອກຢ້ຳຄວາມດັງຂອງນາງ ຕອນນີ້ນາງກໍ່ມີຜົນງານທີສອງ ທີ່ເຮັດຮ່ວມກັບຄ້າຍເພງຍັກໃຫຍ່ຂອງປະເທດ ແລະ ຮ່ວມງານກັບນັກຮ້ອງລູກທົ່ງຊື່ດັງຂອງເມືອງໄທ ມົນແຄນ ແກ່ນຄູນ ໃນບົດບາດການເປັນນາງເອກ ມິວສິກເພງ ຄອຍນ້ອງທີ່ຊ່ອງເມັກ ຜົນງານເພງຊຸດໃໝ່ ຊຸດທີ 7 ເຊິ່ງຈະເປີດຕົວ MV ເຕັມຢ່າງເປັນທາງການໃນວັນທີ 16 ສິງຫາ 2016ນີ້

ສຳລັບແຟນຄລັບຂອງສາວ ພຸດທະສອນ ແລະ ອ້າຍ ມົນແຄນ ແກ່ນຄູນ ກໍ່ສາມາດຕິດຕາມຜົນງານເພງເພິ່ນໄດ້ທີ່ GMM.Youtube.

ທີ່ມາ:GMM.Youtube. IG dara_laos

ບົດຄວາມຫຼ້າສຸດ

ປຶກສາຫາລື 5 ຫົວຂໍ້ສຳຄັນ ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ,...

ເຮືອບິນກອງທັບຊູດານ ເກີດອຸບັດຕິເຫດຕົກໃສ່ເຂດຊຸມຊົນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

ເສຍຊີວິດເພີ່ມ 46 ຄົນ ຈາກເຫດເຮືອບິນກອງທັບຊູດານຕົກໃນເຂດຊຸມຊົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ກຸມພາ 2025 ເກີດເຫດເຮືອບິນຂອງກອງທັບຊູດານເກີດອຸບັດຕິເຫດຕົກໃນ ເມືອງອອມດູມານ ພາກກາງຂອງປະເທດ ໃນວັນອັງຄານຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 46 ຄົນ...

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ...

ກວດພົບ 2 ສາຍສື່ສານທີ່ບໍ່ມີເຈົ້າຂອງທີ່ ຂົວມິດຕະພາບ ລາວ-ໄທ

ເຈົ້າໜ້າທີ່ ກສທຊ ປະເທດໄທ ກວດພົບ 2 ສາຍສື່ສານບໍ່ມີເຈົ້າຂອງ ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພາ 2025 ຜ່ານມາ, ເຈົ້າໜ້າທີ່ ສຳນັກງານຄະນະກຳມະການ ກິດຈະການກະຈາຍສຽງ,...