spot_img
Homeຂ່າວພາຍ​ໃນຊຽງຂວາງພົບລົດແກ່ຫິນ ຊຸກເຊື່ອງໄມ້ຕັບ

ຊຽງຂວາງພົບລົດແກ່ຫິນ ຊຸກເຊື່ອງໄມ້ຕັບ

Published on

ອີງຕາມການລາຍງານຂ່າວຈາກທ້ອງຖິ່ນ ແຂວງຊຽງຂວາງໃຫ້ຮູ້ວ່າ ຕອນເຊົ້າຂອງວັນທີ 7/8/2016 ໄດ້ມີລົດບັນທຸກ 10 ລໍ້ (ດາມ) ໝາຍເລກທະບຽນ ກຳແພງນະຄອນ ບກ 7037 ບັນທຸກຫີນຄົບ ແລ່ນຈາກເມືອງພູກູດໄປຍັງເມືອງແປກ ແຂວງຊຽງຂວາງເຊິ່ງໄດ້ຜ່ານດ່ານພາສີ ແລະ ປ້ອມຕຳຫລວດ ໄດ້ປະມານ 500m ແລ້ວໄດ້ເກີດອຸປະຕິເຫດລົດເສຍຫລັກໄປຕຳເອົາປ້າຍໂຄສະນາຂ້າງທາງ ແລະຕຳກັບເສົາໄຟຟ້າ ເຮັດໃຫ້ລົດປິ້ນ.

ເມື່ອກວດສອບອຸປະຕິເຫດແລ້ວພົບວ່າລົດຄັນດັ່ງກ່າວແມ່ນບໍ່ໄດ້ບັນທຸກຫີນແຕ່ຢ່າງດຽວ ແຕ່ຍັງມີໄມ້ຕັບອີກເປັນຈຳນວນຫລາຍ.

ຍັງໂຊກດີທີ່ເຫດການດັ່ງກ່າວບບໍ່ມີລາຍງານຜູ້ບາດເຈັບແລະເສຍຊີວິດ.

ລົດບັນທຸກ ລົດດ້າມ

ຂໍ້ມູນຂ່າວຈາກ: ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)