spot_img
Homeນານາສາລະນ້ຳໝາກພ້າວ ທັງແຊບ ທັງມີປະໂຫຍດ

ນ້ຳໝາກພ້າວ ທັງແຊບ ທັງມີປະໂຫຍດ

Published on

ນ້ຳ​ໝາກ​ພ້າວ​”ຖື​ເປັນ​ນ້ຳ​ທີ່​ມີ​ຄວາມ​ບໍລິສຸດ​ ທີ່​ໃຫ້​ຄຸນຄ່າ​ຕໍ່​ຮ່າງກາຍ​ ຫລາຍກວ່າ​ນ້ຳ​ຫວານ​ທົ່ວ​ໄປ ​ທີ່​ດື່ມ​ແກ້ຫິີວນໍ້າ​ໄດ້​ເປັນ​ຢ່າງ​ດີເພາະ​ມີລົດ​ຊາດ ​ທີ່ແຊບຫວານ ທຳມະຊາດ ນອກ​ຈາກ​ນີ້​ ຍັງມີ​ປະໂຫຍດ ​ແລະ ​ຄຸນຄ່າ​ຕໍ່​ຮ່າງກາຍ​ອີກ​ດ້ວຍ​ ເພາະ​ສາມາດ ​ປິ່ນປົວພະຍາດ​​ຕ່າງ​ໆ​ ໄດ້​ເປັນ​ຢ່າງ​ດີ​ເຊັ່ນ:​
ຂັບ​ສານ​ພິດ:​ນ້ຳໝາກພ້າວ​ ຊ່ວຍ​ຂັບ​ສານ​ພິດ​ ແລະ​ ຊ່ວຍ​ຊຳ​ລະລ້າງ​ ໃນຮ່າງກາຍ​ໄດ້​ດີ​​ ​ຖ້າ​ເຈົ້າ​ເປັນ​ສິວ​ ຫລື ປະຈຳເດືອນ​ທີ່ມາ​ບໍ່​ປົກກະຕິ​ ຫາ​ນ້ຳໝາກ​ພ້າວ​ມາ​ດື່ມ ​ເພາະ​ຈະ​ຊ່ວຍ​ກະຕຸ້ນ​ ໃຫ້​ຮ່າງກາຍ​ຂັບ​ຂອງ​ເສຍ​ອອກ​ມາ​ ພຽງ​​ເທົ່ານີ້​ຮ່າງກາຍ​ຂອງ​ເຈົ້າ ​ກໍ່ຈະ​ມີ​ຄວາມ​ສົມ​ດຸນ​ແລ້ວ​.​

ແກ້ອາການ​ຖອກທ້ອງ:​ເພາະ​ໃນ​ນ້ຳ​ໝາກ​ພ້າວ ​ມີກູໂຄດ​ທີ່​ສາມາດ​ດູດ​ຊຶມ​ງ່າຍ​ ເນື່ອງ​ຈາກ​ເວລາ​ຖອກທ້ອງຈະ​ສູນເສຍ​ກູ​ໂຄດ​ ອາດ​ເຖິງ​ຂັ້ນ​ໝົດ​ສະຕິ​ ແລະ ​ຊັອກ​ໄດ້.​ ຊຶ່ງ​​ເມື່ອດື່ມ​ເຂົ້າໄປ​ຈະ​ສາມາດ ​ຊ່ວຍ​ແກ້​​ໄດ້​ເປັນ​ຢ່າງ​ດີ​.​

ຫລຸດ​ກົດ:​ ນອກ​ຈາກ​ນີ້​ ໃນ​ນ້ຳ​ໝາກພ້າວ ​ຍັງມີ​ຄວາມ​ເປັນ​ດ່າງ​ສູງ​ ເຮົາ​ຈຶ່ງ​ນິຍົມ​ນຳ​ມາ​ປິ່ນປົວພະຍາດ​ ຄວາມ​ເປັນ​ກົດ​ຫລາຍ​ເກີນ​ໄປ​ ໃນ​ຮ່າງກາຍ.​

ບຳ​ລຸງຮ່າງກາຍ:​ ນ້ຳ​ໝາກພ້າວ​ ຖື​ເປັນ​ຢາ​ບຳ​ລຸງ​ກຳ​ລັງ​ຢ່າງ​ໜຶ່ງ ​ແລະ​ ຖື​ເປັນ​ຢາ​ພື້ນ​ບ້ານ​ ອີກ​ດ້ວຍ​ເພາະ​ສາມາດ​ ບຳ​ລຸງ​ເສັ້ນ​ເອັນ ​ຫລື ​ປິ່ນປົວພະຍາດ​ກະດູກ​ໄດ້​ ຍັງ​ສາມາດ​ ຊ່ວຍ​ຂັບ​ພະຍາດຕ່າງໆ​ໄດ້​ເປັນ​ຢ່າງ​ດີ​.​
ແຕ່​ສີ່ງສຳຄັນສຳລັບ​ ຜູ້​ທີ່​ເປັນ​ພະຍາດ​ ຫມາກໄຂ່ຫລັງ​ ແລະ ​ພະຍາດ​ເບົາ​ຫວານ​ ຈະ​ບໍ່​ເໝາະ​ກັບ ​ການ​ດື່ມ​ນ້ຳ​ໝາກ​ພ້າວ ​ເພາະ​ໃນ​ນ້ຳ​ໝາກ​ພ້າວ​ ຈະ​ມີກູ​ໂຄດ​ຊຶ່ງ​ອາດຈະໃຫ້​ໂທດ​ຫລາຍກວ່າ​ຜົນ​ດີີແຕ່​ສຳລັບ​ຄົນ​ທົ່ວ​ໄປ ​ຈະ​ດື່ມ​ເມື່ອໃດກໍ​ໄດ້​ ເພາະ​ທັງ​ຫວານ​​ ແຖມ​ໃຫ້​ປະໂຫຍດ​ອີກ​ດ້ວຍ.​
ທີ່ມາ: http://kpl.gov.la/detail.aspx?id=15536

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...