spot_img
Home​ຂ່າວທ່ອງທ່ຽວທາດຝຸ່ນ ໜຶ່ງໃນສະຖານທີ່ທີ່ເກົ່າແກ່ຂອງແຂວງຊຽງຂວາງ

ທາດຝຸ່ນ ໜຶ່ງໃນສະຖານທີ່ທີ່ເກົ່າແກ່ຂອງແຂວງຊຽງຂວາງ

Published on

ທາດຝຸ່ນ ເປັນສະຖານທີ່ທ່ອງທ່ຽວໃນແຂວງຊຽງຂວາງອີກແຫ່ງໜຶ່ງ ທີ່ຫຼົງເຫຼືອຈາກສົງຄາມ ຊຶ່ງຕັ້ງຢູ່ບ້ານສີພົມ ເມືອງຄູນ ແຂວງຊຽງຂວາງ ນັກທ່ອງທ່ຽວໜ້ອຍຄົນທີ່ຈະຮູ້ຈັກ ເນື່ອງຈາກບໍ່ຄ່ອຍມີປ້າຍບອກສະຖານທີ່ທ່ອງທ່ຽວແຫ່ງນີ້ ພຣະທາດຝຸ່ນ ເປັນເຈດີທີ່ມີຄວາມເກົ່າແກ່ ຊິ່ງໃນປັດຈຸບັນຍັງຄົງຮັກສາຄວາມສົມບູນຂອງພຣະທາດໄດ້ເປັນຢ່າງດີ ແຕ່ກໍ່ຊຸດໂຊມໄປຕາມການເວລາ ເນື່ອງຈາກຖານຂອງພຣະທາດໄດ້ຖືກເຈາະເປັນໂຜ້ງຄ້າຍກັບວ່າຖືກຄຸດເອົາວັດຖຸທີ່ມີຄ່າພາຍໃນອົງພຣະທາດ, ແຕ່ໃນປັດຈຸບັນມີຕົ້ນໄມ້ຂຶ້ນປົກຄຸມພຣະທາດ ຈົນເຮັດໃຫ້ພຣະທາດເວລາເບິ່ງແລ້ວເປັນສີຂຽວ ເນື່ອງຈາກໃບໄມ້ທີ່ປົກຫຸ້ມນັ້ນເອງ ເຮັດໃຫ້ພຣະທາດຝຸ່ນເບິ່ງແລ້ວເໜືອນມີມົນສະເໜ່ສຳລັບຜູ້ທີ່ໄດ້ມາພົບເຫັນ.

ທາດຝຸ່ນກາຍເປັນສະຖານທ່ອງທ່ຽວໜຶ່ງທີ່ສຳຄັນຂອງແຂວງຊຽງຂວາງ ເພາະລັກສະນະເດັ່ນທີ່ຕັ້ງເປັນເອກະລັກ ເຮັດໃຫ້ຜູ້ຄົນທີ່ມາທ່ອງທ່ຽວບໍ່ພາດທີ່ຈະມາທ່ຽວຊົມ ແລະ ສຶກສາປະຫວັດຄວາມເປັນມາ ເຖິງວ່າປະຫວັດຄວາມເປັນມາຂອງທາດຝຸ່ນແຫ່ງນີ້ຈະບໍ່ມີລັກຖານທີ່ເປັນລາຍລັກອັກສອນ ຫຼື ບໍ່ມີລາຍລະອຽດທີ່ຊັດເຈນ ແຕ່ມັນໄດ້ເປັນສິ່ງໜຶ່ງທີ່ຍັງຢືນໃຫ້ໃຫ້ເຖິງຄວາມຈະເລີນຮຸ່ງເຮືອງຂອງປະເທດລາວເຮົາ ແລະ ຍັງເປັນສັນຍາລັກຂອງແຂວງຊຽງຂວາງອີກແຫ່ງໜຶ່ງ ທີ່ສາມາດດຶງດູດເອົາຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ພາບແລະ ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...