spot_img
Homeຄົມຄິດຄົມຄົນສາຍຕາແຫ່ງໂອກາດ VS ສາຍຕາແຫ່ງວິກິດ

ສາຍຕາແຫ່ງໂອກາດ VS ສາຍຕາແຫ່ງວິກິດ

Published on

ຊ່ວງນີ້ຈະມີຄົນມາຈົ່ມກັບຂ້ອຍຫລາຍວ່າເສດຖະກິດບໍ່ດີ ບາງຄົນກໍ່ຍ້ອງວ່າເສດຖະກິດດີຫລາຍ… ຈິງໆເປັນເລື່ອງທີ່ແປກ ເພາະເຮົາລອງເບີ່ງອ້ອມໂຕເຮົາ “ບາງຄົນເຮັດເງີນໄດ້ຫລາຍຂື້ນ ບາງຄົນເຮັດເງີນໄດ້ຫນ້ອຍລົງ“

ຖ້າເຈົ້າລອງໄປຖາມຄົນທີ່ເຮັດເງິນໄດ້ຫນ້ອຍລົງຫລືບໍລິສັດທີ່ມີລາຍຮັບຫນ້ອຍລົງເຂົາຈະບອກເຈົ້າວ່າເສດຖະກິດບໍ່ດີ ບໍ່ມີອານາຄົດ ເຂົາຈະລົດຄ່າໃຊ້ຈ່າຍ ລົງທຶນຫນ້ອຍລົງ ແລະຫລັງຈາກນັ້ນບໍລິສັດກໍ່ຈະຮ້ວຍລົງໄປເລື້ອຍໆ ແລະກາຍເປັນແບບດຽວກັບ Nokia ຄືເຈັ້ງໃນທີ່ສຸດ

ຖ້າໄປຖາມຄົນຫລືບໍລິສັດທີ່ເຮັດເງີນໄດ້ຫລາຍຂື້ນ ຂາຍດີ ເຂົາກໍ່ຈະບອກວ່າ ເສດຖະກິດດີ ບໍລິສັດເຫລົ່ານີ້ກໍ່ຈະລົງທຶນເພີ່ມຂື້ນ ຈ້າງຄົນເພີ່ມຂຶ້ນ ອອກສິນຄ້າໃຫ້ຖືກກັບຕະຫລາດຫລາຍຂື້ນ ຫລັງຈາກນັ້ນບໍລິສັດກໍ່ຈະດີຂຶ້ນໄປອີກ ເຂົາຈະກາຍເປັນ Apple ສິນຄ້າແພງແຕ່ຄົນຍັງພາກັນຊື້ໃນພາວະເສດຖະກິດຕົກຕຳ່

ຄວາມແຕກຕ່າງຄື ໃນທຸກໆສະພາວະ ຄົນຫນື່ງຈະເຫັນເປັນໂອກາດ ນັ້ນຄືຄົນຈະລວຍ ແລະອີກຄົນຫນື່ງເຫັນເປັນວິກິດນັ້ນຄືຄົນຈະທຸກ
ແປກບໍ່ວ່າມັນບໍ່ໄດ້ຢູ່ທີ່ເສດຖະກິດແຕ່ມັນຢູ່ທີ່ໂຕເຮົາຕ່າງຫາກ ທີ່ເຈົ້າຍັງບໍ່ເຫັນໂອກາດເພາະເຈົ້າປິດໃຈ ບໍ່ກ້າເບີ່ງ Mindst ຊັ້ນຂັ້ນແລກຂອງການກ້າວໄປຂ້າງຫນ້າຄືຄວາມກ້າ

ເວົ້າມາຮອດຈຸດນີ້ຫລາຍຄົນກໍ່ຍັງຢາກຖຽງວ່າເສດຖະກິດບໍ່ດີໃຜຈະຢາກຂະຫຍາຍທຸລະກິດ ຂ້ອຍເຫັນດີກັບຄົນທີ່ມີຄວາມຄິດແບບນີ້ແລະຂ້ອຍກໍ່ເຫັນດີແຄ່ເຄີ່ງຫນື່ງເພາະບໍ່ແມ່ນທຸກທຸລະກິດສາມາດສ້າງສວນກະແສໄດ້ ແຕ່ເຈົ້າລອງເບີ່ງອ້ອມໂຕເຈົ້າເບີ່ງວ່າ ຖ້າເສດຖະກິດ ຕົກຕຳ່ເປັນຫຍັງແຖວບ້ານເຮົາຄືຈະເລີນຂື້ນມີ Mpointmart ທຸກມຸມເມືອງ ຫລາຍຄົນຈົ່ມວ່າຫາເງິນຍາກແຕ່ເປັນຫຍັງ MKສຸກີ້ມາຂາຍຄົນນັ່ງຖ້າກິນເຕັມຮ້ານ ແລ້ວຍັງມີTummour ແລະHotpot ທີ່ມາຂະຫຍາຍຕະຫລາດແບບບໍ່ເກງໃຈໃຜ ແລະຕາມເຄີຍຄົນຍັງໄປນັ່ງຖ້າກີນທັ້ງທີ່ວ່າຄົນລາວເຮົາບໍ່ມັກລໍຖ້າ ແລະຍັງມີທຸລະກິດອີກຫລາຍຢ່າງທີ່ຂະຫຍາຍຢ່າງບໍ່ຢຸດຢັ້ງທັ່ງທີ່ຫລາຍຄົນບອກວ່າເສດຖະກິດບໍ່ດີ ແລະເຮົາເອງທີ່ບອກກັບອື່ນວ່າເສດຖະກິດບໍ່ດີ ຫາເງີນຍາກແຕ່ການໃຊ້ຊີວິດຂອງເຮົາ Lifestyle ທຽບໃສ່ເມື່ອກ່ອນພັດດີຂື້ນ ???? ຫລືເຮົາເອງທີ່ເບີ່ງບໍ່ເຫັນໂອກາດບໍ່?

 

ຂໍຄິດດີໆຈາກ: ນັກທຸລະກິດມືໃຫມ່ entrepreneur

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...